ສປປ ລາວ ສໍາເລັດການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີໄອຊີທີ ອາຊຽນ ຄັ້ງທີ 19 ຢ່າງຈົບງາມ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 39 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ) ໃນນາມຂອງ ສປປ ລາວ ໄດ້ຖະແຫຼງຂ່າວຜົນສໍາເລັດການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ໄອຊີທີ ອາຊຽນ ຄັ້ງທີ 19 (The 19th ASEAN Telecommunications and Information Technology Ministers Meeting –TELMIN), ກອງປະຊຸມເຈົ້າໜ້າທີ່ ອາວຸໂສໂທລະຄົມ ອາຊຽນ ຄັ້ງທີ 20 (The 20th ASEAN Telecommunications and Information Technology Senior Officials’ Meeting - TELSOM) ແລະ ກອງປະຊຸມປິ່ນອ້ອມ ໃນວັນທີ 25 ຕຸລາ 2019 ນີ້, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ໃຫ້ກຽດຂຶ້ນຖະແຫຼ່ງຂ່າວຜົນສໍາເລັດຂອງກອງປະຊຸມໂດຍ ທ່ານ ປອ ທັນສະໄໝ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ປທສ, ໂດຍມີບັນດາແຂກທີ່ຖືກເຊີນຈາກທັງພາຍໃນ ແລະ ຕ່າງປະເທດ, ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ປອ ທັນສະໄໝ ກົມມະສິດ ໄດ້ກ່າວວ່າ ໃນການຈັດກອງປະຊຸມໃນຄັ້ງນີ້, ນອກຈາກບັນດາຄະນະລັດຖະມົນຕີ 10 ປະເທດອາຊຽນເຂົ້າຮ່ວມແລ້ວ ຍັງມີຄະນະລັດຖະມົນຕີຈາກປະເທດຄື: ສປ ຈີນ, ຢີ່ປຸ່ນ ແລະ ສ.ເກົາຫຼີ ເຂົ້າຮ່ວມເພື່ອສະຫຼຸບວຽກງານການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການໃນຕໍ່ໜ້າ.
ໃນກອງປະຊຸມ, ບັນດາລັດຖະມົນຕີ ໄດ້ເຫັນດີ ແລະ ຮັບຮອງໃນຫຼາຍວຽກງານ ເຊັ່ນ ເຫັນດີປ່ຽນຊື່ ກອງປະຊຸມລັດຖະມົນຕີໄອຊີທີ ອາຊຽນ ມາເປັນ ກອງປະຊຸມລັດຖະມົນຕີ ດິຈິຕອນອາຊຽນ (ADGMIN) ແລະ ປ່ຽນຊື່ ກອງປະຊຸມເຈົ້າໜ້າທີ່ອາວຸໂສໂທລະຄົມອາຊຽນ ມາເປັນ ກອງປະຊຸມເຈົ້າໜ້າທີ່ອາວຸໂສດິຈິຕອນອາຊຽນ (ADGSOM) ເພື່ອໃຫ້ແທດ ເໝາະກັບພາລະບົດບາດ, ສອດຄ່ອງກັບສະພາບການພັດທະນາເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ. ກອງປະຊຸມ ໄດ້ຮັບຮອງເອົາເອກະສານຂອບໜ້າວຽກຂອງ ລັດຖະມົນຕີ ດິຈິຕອນ (TOR of ADGMIN ) ແລະ ຂອບໜ້າວຽກຂອງເຈົ້າໜ້າທີ່ອາວຸໂສດິຈິຕອນ (TOR of ADGSOM) ເພື່ອນຳໄປຜັນຂະຫຍາຍ ແລະ ສົ່ງເສີມການຮ່ວມມືກັບຂະແໜງການປິ່ນອ້ອມ ແລະ ພາກສ່ວນກ່ຽວຂ້ອງໃຫ້ຫຼາຍຂື້ນ, ເຫັນດີເພິ່ມທະວີການຮ່ວມມື ເພື່ອຈັດຕັ້ງປະຕິບັດເເຜນແມ່ບົດ 2020 ໃຫ້ສຳເລັດ ແລະ ກະກຽມສ້າງແຜນແມ່ບົດ 2025ເພື່ອຂັບເຄຶ່ອນອາຊຽນໄປສູ່ຍຸກ ເສດຖະກິດ ແລະ ສັງຄົມ ດິຈິຕອນ ທີ່ມີຄວາມປອດໄພ, ຍືນຍົງ ແລະ ເປັນຊຸມຊົນນະວັດຕະກຳຂອງອາຊຽນ.
ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການຮ່ວມມືວຽກງານຄຸ້ມຄອງຂໍ້ມູນຂ່າວສານດິຈິຕອນ (Digital Data Governance) ແລະ ເຫັນດີໃຫ້ສືບຕໍ່ຮ່ວມກັນຄົ້ນຄວ້າກົນໄກການແລກປ່ຽນຂໍ້ມູນຂ້າມຊາຍແດນ (Cross-Border Data Flow Mechanism) ລະຫວ່າງປະເທດສະມາຊິກອາຊຽນ, ຮັບຮອງເອົາທິດທາງຂອງອາຊຽນ ເພື່ອເພີ່ມທະວີການຮ່ວມມື ແລະ ການປັບປຸງລະບົບສາຍສົ່ງໃຕ້ທະເລ, ແລະ ຂອບການຮ່ວມມືຂອງອາຊຽນ ໃນການບໍລິການເພື່ອສັງຄົມ (USO 2.0).
ຄຽງຄູ່ກັນນັ້ນ, ຍັງສະແດງຄວາມຍິນດີ ຕໍ່ການສະເໜີ ສ້າງສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສິນທາງຄອມພິວເຕີຂອງອາຊຽນ (ASEAN CERT) ເພື່ອເພີ່ມປະສິດທິພາບໃນການປະສານງານ ແລະ ແບ່ງປັນຂໍ້ມູນໄພຄຸກຄາມ ລະຫວ່າງ ສູນເຊີດຂອງອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ, ຍິນດີຕໍ່ຜົນສຳເລັດໂຄງການຂອງລາວ ໃນການສຶກສາກ່ຽວກັບການພັດທະນາ ບໍລິການທາງເອເລັກໂຕຣນິກໃນອາຊຽນ (e-services) ທີ່ຮຽກຮ້ອງໃຫ້ພາກເອກະຊົນຕ້ອງມີສ່ວນຮ່ວມ ໃນການແລກປ່ຽນຂໍ້ມູນອອນລາຍ ໃຫ້ມີຄວາມປອດໄພ ແລະ ຫັນການບໍລິການເປັນເອເລັກໂຕຣນິກຫຼາຍຂຶ້ນ, ຍິນດີຕໍ່ໂຄງການສຶກສາ ການພັດທະນາເນື້ອຫາທ້ອງຖິ່ນຂອງອາຊຽນ ໂດຍເນັ້ນໃຫ້ມີ ຍຸດທະສາດການພັດທະນາ, ເນື້ອຫາດິຈິຕອນອາຊຽນ ແລະ ທິດທາງການພັດທະນາເນື້ອຫາດິຈິຕອນໃນທ້ອງຖິ່ນ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດ ແລະ ສັງຄົມດິຈິຕອນ ໃນພາກພື້ນ ເພື່ອຄວາມພະຍາຍາມໃນການຫຼຸດຜ່ອນຄວາມແຕກໂຕນດ້ານດິຈິຕອນໃນອາຊຽນ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ຮັບຮອງເອົາ ຖະແຫຼງການວຽງຈັນ ວ່າດ້ວຍການເຊື່ອມຈອດທີ່ທັນສະໄໝໃນການຫັນເປັນດິຈິຕອນຂອງອາຊຽນ ຊຸກຍູ້ການສົ່ງເສີມການເຊື່ອມໂຍງຂອງອາຊຽນ ແລະ ປະກອບສ່ວນໃນການພັດທະນາສົ່ງເສີມເສດຖະກິດດິຈິຕອນ.
ໃນໂອກາດດຽວກັນນີ້, ບັນດາລັດຖະມົນຕີຍັງໄດ້ສະແດງຄວາມຍິນດີຕໍ່ຜົນການຮ່ວມມື ລະຫວ່າງຄູ່ຮ່ວມເຈລະຈາໃນການຫັນເປັນ ເສດຖະກິດ ແລະ ສັງຄົມ ດິຈິຕອນ ໂດຍສະເພາະການສະໜັບສະໜູນຂອງ ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃນສົກປີຜ່ານມາ, ໂດຍສຸມໃສ່ ຂົງເຂດຍຸດທະສາດ ເຊັ່ນ: ນະວັດຕະກໍາ, ການເຊຶ່ອມຈອດ, ການພັດທະນາຊັບພະຍາກອນມະນຸດ ແລະ ຄວາມປອດໄພດ້ານຂໍ້ມູນຂ່າວສານ. ທ່ານ ລັດຖະມົນຕີ ຍັງໄດ້ຢໍ້າຄືນ ຕໍ່ຄວາມມຸງໝັ້ນຂອງອາຊຽນໃນການປຶກສາຫາລື, ແລກປ່ຽນບົດຮຽນ ດ້ານນະໂຍບາຍ ແລະ ລະບຽບການ ກັບບັນດາປະເທດຄູ່ຮ່ວມເຈລະຈາ ລວມທັງການຮ່ວມມືກັບຄູ່ຮ່ວມພັດທະນາ, ຜູ້ປະກອບການພາກເອກະຊົນ ເພື່ອໃຫ້ສອດຄ່ອງກັບເປົ້າໝາຍປະຊາຄົມອາຊຽນ ແລະ ການເຕີບໂຕຂອງເສດຖະກິດ-ສັງຄົມດິຈິຕອນ.
ກອງປະຊຸມຄັ້ງຕໍ່ໄປ ປະເທດມາເລເຊຍ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ລັດຖະມົນຕີດິຈິຕອນອາຊຽນ ຄັ້ງທີ 1 ແລະ ກອງປະຊຸມປິ່ນອ້ອມ ກັບຄູ່ຮ່ວມເຈລະຈາ ແລະ ສະຫະພາບໂທລະຄົມມະນາຄົມສາກົນ ໃນປີ 2020.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ