ລາວໂທລະຄົມ ເປີດທົດລອງນໍາໃຊ້ ລະບົບ 5G
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 46 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 08 ຕຸລາ 2019, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ໄດ້ເປີດທົດລອງນໍາໃຊ້ລະບົບ 5G ເປັນຄັ້ງທໍາອິດໃນ ສປປ ລາວ. ໃຫ້ກຽດເຂົ້າຮ່ວມເປີດທົດລອງນໍາໃຊ້ໂດຍ ທ່ານພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ປອ ທັນສະໄໝ ກົມມະສິດ, ລັດຖະມົນຕີກະຊວງ ປທສ ມີຕ່າງໜ້າຈາກບັນດາກົມ/ທຽບເທົ່າ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ສູກຄ້າ, ສື່ມວນຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ-ພະນັກງານລາວໂທລະຄົມ.
ເຕັກໂນໂລຊີ 5G ຫຼື ການສື່ສານຍຸກທີ 5 (fifth Genneration) ຖືກພັດທະນາຂຶ້ນໃຫ້ມີປະສິດທິພາບສູງກວ່າ 4G ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ ທີ່ປ່ຽນແປງໄປເລື້ອຍໆ, ຄຸນສົມບັດພິຂອງ 5G ມີຄື: (1)ຄວາມໄວ: ສາມາດຮັບ-ສົ່ງຂໍ້ມູນ ໄວກວ່າ 4G ເຖິງ 20 ເທົ່າ ສາມາດປົດລ໋ອກຄຸນສົມບັດສູງສຸດຂອງ AR (Augmented Reality) ແລະ VR (Virtual Reality) ກັບປະກົດການທີ່ສົມຈິງ ທີ່ເກີດຈາກການໃຊ້ຂໍ້ມູນຈໍານວນຫຼາຍໃນການປະມວນຜົນ ຊຶ່ງ 5G ສາມາດຕອບໂຈດການສື່ສານຜ່ານ AR ແລະ VR ໄດ້ຢ່າງສົມບູນແບບ. (2)ຄວາມສາມາດຮອງຮັບການເຊື່ອມຕໍ່: ສາມາດຮັບຮອງອຸປະກອນໄດ້ຫຼາຍກວ່າ 4G 10 ເທົ່າ ດ້ວຍລະບົບ 5G ຈະເປີດໂລກ IOT (Internet of Things) ໄດ້ຢ່າງແທ້ຈິງ ແລະ ຈະເປັນພື້ນຖານເພື່ອຮອງຮັບ Smart Home, Smart City, Smart TransporationF Smart life, Smart health ແລະ ອຶ່ນໆ ໂດຍສັ່ງການຜ່ານມືຖື ຫຼື ອຸປະກອນທີ່ສາມາດສື່ສານກັນເອງໄດ້, ຄວບຄຸມກັນໄດ້ ແລະ ເຮັດວຽກປະສານກັນຢ່າງອັດຕະໂນມັດ. (3)ເວລາໃນການຕອບສະໜອງ/ໂຕ້ຕອບ: ສັ້ນລົງເຖິງ ມິນລີວິນາທີ (1 ms) ດ້ວຍຄຸນສົມບັດພິເສດທີ່ສາມາດຕອບໂຈດການຂັບຂີ່ແບບບໍ່ມີຄົນຂັບ ທີ່ມີຄວາມປອດໄພສູງ ແລະ ນໍາໃຊ້ເຂົ້າໃນທາງການແພດເຊັ່ນ: ການຜ່າຕັດທາງໄກ ແລະ ອຶ່ນໆ.
ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ການສື່ສານແບບໄຮ້ສາຍ ໄດ້ຖືກພັດທະນາໄປຢ່າງວ່ອງໄວ ແລະ ເຮັດໄດ້ຫຼາຍຢ່າງຂຶ້ນເລື້ອຍໆ. ໃນນາມ ສປປ ລາວ ກໍ່ຄື ລາວໂທລະຄົມ ທີ່ເປັນຜູ້ໜຶ່ງໃນຜູ້ໃຫ້ບໍລິການ ດ້ານສື່ສານໂທລະຄົມມະນາຄົມ ກໍ່ບໍ່ໄດ້ລົດລະການພັດທະນາຕົນເອງ ໃນການນໍາເອົາເຕັກໂນໂລຊີໃໝ່ໆ, ທັນສະໄໝ ແລະ ກ້າວໜ້າມະໃຫ້ບໍລິການແກ່ສັງຄົມລາວ ເວົ້າລວມ, ເວົ້າສະເພາະ ກໍ່ຄືລາວໂທລະຄົມ ແລະ ຜູ້ຊົມໃຊ້ໃນລາວ ຈະໄດ້ສໍາຜັດກັບປະສົບການໃໝ່ທາງດ້ານການສື່ສານລະດັບໂລກ ແລະ ເຊື້ອໝັ້ນວ່າອີກບໍ່ດົນ ລາວໂທລະຄົມຈະເປີດໃຫ້ບໍລິການ ລະບົບ 5G ຢ່າງເຕັມຮູບແບບ.
ເພື່ອເປັນການຜັນຂະຫຍາຍ ແນວທາງຂອງພັກ, ນະໂຍບາຍຂອງລັດກ່ຽວກັບການຫັນບັນດາທຸລະກິດທີ່ມີທ່າແຮງເປັນທັນສະໄໝ ແລະ ສອກຄ່ອງກັບແຜນຍຸດທະສາດ 5 ປີ (2016-2020) ຂອງກະຊວງ ປທສ ກາຍເປັນເຄື່ອງມືທີ່ສໍາຄັນ ໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງຢືນຍົງ ແລະ ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ. ສະນັ້ນ, ເພື່ອເຮັດໃຫ້ບັນລຸນະໂຍບາຍ ແລະ ຍຸດທະສາດດັ່ງກ່າວ ລລທ ໄດ້ເອົາໃຈໃສ່ພັດທະນາວຽກງານ ແລະ ທຸລະກິດຂອງຕົນໃຫ້ດີທີ່ສຸດຕະຫຼອດມາ ໂດຍສະເພາະ ການທົດລອງເປີດນໍາໃຊ້ລະບົບ 5G ຖືໄດ້ວ່າເປັນອີກບາດກ້າວໜຶ່ງ ໃນການນໍາເອົາເຕັກນິກວິທະຍາສາດ ເຕັກໂນໂລຊີໃໝ່ທີ່ກ້າວໜ້າ ແລະ ທັນສະໄໝ ມາດຕະຖານ ທຽບເທົ່າສາກົນ ຕອບສະໜອງຄວາມຕ້ອງການຂອງສັງຄົມ ບໍ່ວ່າຈະຢູ່ໃນຊີວິດປະຈໍາວັນ ກໍ່ຄືການໝູນໃຊ້ເຂົ້າໃນຂົງເຂດເສດຖະກິດ ເພື່ອໃຫ້ສັງຄົມລາວກ້າວເຂົ້າສູ່ຍຸກ ດິຈິຕອນ ເທື່ອລະກ້າວ.
ລລທ ເປັນບໍລິສັດທໍາອິດ ທີ່ດໍາເນີນທຸລະກິດ ໃຫ້ບໍລິການທາງດ້ານສື່ສານໂທລະຄົມມະນາຄົມ ແບບຄົບວົງຈອນໃນ ສປປ ລາວ ນັບແຕ່ປີ 1996 ເປັນຕົ້ນມາ. ໄນໄລຍະເວລາ 23 ປີຜ່ານມາ ລລທ ໄດ້ຍຶດໝັ້ນຕາມວິໃສທັດຂອງຕົນຢ່າງໜັກແໜ້ນເຊັ່ນ: ຢຶກໝັ້ນແນວທາງຄວາມຮັບຜິດຊອບສູງຂອງສັງຄົມ ເປັນແນວທາງຫຼັກໃນການນໍາໃຊ້ ໄອຊີທີ ທີ່ເໝາະສົມ ເພື່ອພັດທະນາການໃຫ້ບໍລິການທີ່ມີຄຸນນະພາບ, ຄວາມປະທັບໃຈຂອງຜູ້ໃຊ້ບໍລິການເປັນອັນດັບ 1 ແລະ ເຄື່ອນໄຫວພາຍໃຕ້ພາລະບົດບາດຂອງຕົນຢ່າງຕັັັັັັັັັ້ງໜ້າ, ສາມາດເປັນຜູ້ໃຫ້ບໍລິການໂທລະຄົມມະນາຄົມ ທີ່ມີມາດຕະຖານທຽບເທົ່າກັບສາກົນ ໂດຍໄດ້ມີການພັດທະນາ ໃຫ້ບໍລິການຮອບດ້ານ ແລະ ໃຫ້ຄວາມສໍາຄັນສູງຕໍ່ປະເທດຊາດ-ສັງຄົມ.
ກວດແກ້: ຫ້ອງການກະຊວງ ປທສ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ