ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ໄອຊີທີ ອາຊຽນ ຄັ້ງທີ 19.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 41 ຄັ້ງ | ເວລາ | 2024-12-22 00:00:00
ສປປ ລາວ ກໍ່ຄື ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປີດກອງປະຊຸມລັດຖະມົນຕີ ໄອຊີທີ ອາຊຽນ ຄັ້ງທີ 19 (The 19th ASEAN Telecommunications and Information Technology Ministers Meeting –TELMIN), ຂຶ້ນຢ່າງເປັນທາງການ ໃນວັນທີ 24 ຕຸລາ 2019 ນີ້, ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ຄຳຂັວນ “ສ້າງການເຊື່ອມຈອດທີ່ທັນສະໄໝ ເພື່ອການຫັນເປັນດີຈີຕອນ ຂອງອາຊຽນ” (Smart Connectivity for ASEAN Digital Transformation). ຊຶ່ງກອງປະຊຸມໃນຄັ້ງນີ້, ໄດ້ດໍາເນີນໄປເປັນເວລາ 02 ວັນ (ລະຫວ່າງວັນທີ 24-25 ຕຸລາ 2019). ໃຫ້ກຽດກ່າວເປີດກອງປະຊຸມໂດຍ ພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ເປັນປະທານກອງປະຊຸມໂດຍ ທ່ານ ປອ ທັນສະໄໝ ກົມມະສິດ, ລັດຖະມົນຕີກະຊວງ ປທສ ຮ່ວມກັບ ທ່ານ ໂກບິນ ສິງດີໂອ (HE. Gobind Singh Deo), ລັດຖະມົນຕີ ກະຊວງການສື່ສານ ແລະ ສື່ມວນຊົນ, ປະເທດມາເລເຊຍ ມີບັນດາລັດຖະມົນຕີ ສະມາຊິກ ອາຊຽນ 10 ປະເທດ, ເລຂາທິການໃຫຍ່ອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ (ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ເອີລົບ, ອາເມລິກາ, ສະຫະພາບໂທລະຄົມມະນາຄົມສາກົນ (ITU) ແລະ ມີບັນດາລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມດ້ວຍວິຊາການທີ່ຮັບຜິດຊອບກ່ຽວກັບວຽກງານ ໄອຊີທີ ຈາກບັນດາປະເທດອາຊຽນ ເຂົ້າຮ່ວມ.
ການຈັດກອງປະຊຸມໃນຄັ້ງນີ້, ແມ່ນເປັນຄັ້ງທີ່ 02 ຂອງ ສປປ ລາວ ທີ່ໄດ້ຮັບກຽດເປັນເຈົ້າພາບ ຊຶ່ງໃນ 10 ປີ ທີ່ຜ່ານມາ ສປປ ລາວ ໄດ້ມີການວາງແຜນ ແລະ ສຸມຄວາມພະຍາຍາມໃນ ການປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງໂທລະຄົມມະນາຄົມຂອງປະເທດ ແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອໃຫ້ການເຊື່ອມຕໍ່ເຄືອຂ່າຍໄດ້ມາດຕະຖານສູງ. ບັນດານິຕິກໍາຕ່າງໆ ແລະ ນະໂຍບາຍດ້ານເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ (ໄອຊີທີ) ກໍໄດ້ຮັບການປັບປຸງໃຫ້ແທດເໝາະກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ເຕັກໂນໂລຊີໃໝ່ ເຮັດໃຫ້ອັດຕາສ່ວນຂອງຜູ້ຊົມໃຊ້ໂທລະສັບ ແລະ ອິນເຕີເນັດ ມີການຂະຫຍາຍຕົວຢ່າງກ້າວກະໂດດ ແລະ ປີນີ້ແມ່ນຄົບຮອບ 52 ປີ ແຫ່ງການສ້າງຕັ້ງອາຊຽນ, ຄົບຮອບ 22 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ. ຕະຫຼອດໄລຍະເວລາຜ່ານມາ ອາຊຽນ ໄດ້ມີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອການພັດທະນາໃນຫຼາຍໆດ້ານ ບໍ່ວ່າຈະເປັນດ້ານ ເສດຖະກິດ-ສັງຄົມ, ວັດທະນະທໍາ, ເຕັກນິກວິຊາການ, ການສຶກສາ ແລະ ອື່ນໆ ລວມທັງການສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນອາຊຽນ. ປັດຈຸບັນ, ອາຊຽນ ໄດ້ກາຍເປັນຈຸດໃຈກາງອັນສຳຄັນໜຶ່ງໃນການ ຂັບເຄື່ອນເສດຖະກິດ-ສັງຄົມ ດ້ວຍການນໍຳໃຊ້ນະວັດຕະກຳໃໝ່ທາງດ້ານໄອຊີທີ ແລະ ການຫັນເປັນດີຈີຕອນ ໃນການເຊື່ອມໂຍງ-ເຊື່ອມຈອດ. ໃນຖານະເປັນສະມາຊິກອາຊຽນ, ສປປ ລາວ ຈະສືບຕໍ່ຕັ້ງໜ້າເສີມຂະຫຍາຍຂີດຄວາມສາມາດຂອງຕົນ ແລະ ສະໜັບສະໜູນການຮ່ວມມືໃນທຸກຂົງເຂດວຽກງານທີ່ອາຊຽນໄດ້ຕົກລົງກັນ ເພື່ອໃຫ້ ບັນລຸເປົ້າໝາຍຕາມແຜນພັດທະນາໃນດ້ານຕ່າງໆຂອງອາຊຽນ ກໍ່ຄືການເຮັັດໃຫ້ ວິໃສທັດປະຊາຄົມອາຊຽນ 2025 ປະກົດຜົນເປັນຈິງ.
ພ້ອມນີ້, ບັນດາລັດຖະມົນຕີ ອາຊຽນໄດ້ມີການປຶກສາຫາລື, ແລກປ່ຽນດ້ານນະໂຍບາຍ ແລະ ລະບຽບການ ກັບ ປະເທດຄູ່ຮ່ວມເຈລະຈາ ລວມທັງການຮ່ວມມືກັບຄູ່ຮ່ວມພັດທະນາ, ຜູ້ປະກອບການພາກເອກະຊົນ ເພື່ອສ່ົງເສີມໃຫ້ເສດຖະກິດ-ສັງຄົມດິຈິຕອນ ມີການຂະຫຍາຍຕົວ, ສອດຄ່ອງກັບເປົ້າໝາຍປະຊາຄົມອາຊຽນ ຊຶ່ງປີນີ້ ໄດ້ກ້າວເຂົ້າສູ່ປີສຸດທ້າຍ ຂອງການຈັດຕັ້ງປະຕິບັດ ແຜນແມ່ບົດອາຊຽນ ໄອຊີທີ 2020 (AIM 2020) ໂດຍມີຫຼາຍກິດຈະກໍາ ທີ່ໄດ້ຈັດຕັ້ງປະຕິບັດ ເພື່ອຜັນຂະຫຍາຍແຜນແມ່ບົດ ອາຊຽນ ໄອຊີທີ (AIM 2020) ຄຽງຄູ່ກັບການ ຖອດຖອນບົດຮຽນທີ່ສໍາຄັນ ເພື່ອເປັນແນວທາງ ໃນການສຶບຕໍ່ປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ເພື່ອປະກອບສ່ວນເຮັດໃຫ້ບັນດາປະເທດ ສະມາຊິກ ອາຊຽນ ມີຄວາມກ້າວໜ້າໃນແຕ່ລະດ້ານເປັນຢ່າງດີ ແລະ ຫັນເປັນດີຈີຕອນ ເທື່ອລະກ້າວ. ລາຍລະອຽດຜົນຂອງກອງປະຊຸມ ສາມາດເຂົ້າ ຕິດຕາມໄດ້ທີ http://www.aseantelmin2019.gov.la/
ໃນໂອກາດດຽວກັນນີ້, ສປປ ລາວ ຍັງໄດ້ຮັບກຽດເປັນເຈົ້າພາບຈັດງານແຂ່ງຂັນຜະລິດຕະພັນ ໄອຊີທີ ອາຊຽນ ປະຈຳປີ 2019 (ASEAN ICT Award – AICTA) ທີ່ເປັນແຂ່ງຂັນປະກວດຜະລິດຕະພັນ ICT ຂອງບັນດາປະເທດສະມາຊິກອາຊຽນ, ຊຶ່ງຜະລິດຕະພັນທີ່ສົ່ງເຂົ້າປະກວດແບ່ງອອກເປັນ 6 ໝວດ (Public Sector, Private Sector, Corporate Social Responsible, Content, Start-up Company ແລະ Research and Development) ຊຶ່ງຈະປະກາດຜົນການແຂ່ງຂັນໃນມື້ນີ້ ວັນທີ 24 ຕຸລາ. ລາຍລະອຽດ ຂອງການປະກວດ ຜະລິດຕະພັນໄອຊີທີ ສາມາເຂົ້າເບີ່ງໄດ້ທີ : https://aseanictaward.com/
ໂດຍ: ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ