ປທສ ເປີດກອງປະຊຸມ ເຈົ້າໜ້າທີ່ອາວຸໂສໂທລະຄົມ ອາຊຽນ ຄັ້ງທີ 20 ແລະ ກອງປະຊຸມປິ່ນອ້ອມ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 41 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 22 ຕຸລາ 2019 ນີ້, ສປປ ລາວ ກໍຄື ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ ອາວຸໂສໂທລະຄົມ ອາຊຽນ ຄັ້ງທີ 20 (The 20th ASEAN Telecommunications and Information Technology Senior Officials’ Meeting - TELSOM) ແລະ ກອງປະຊຸມປິ່ນອ້ອມ ຂຶ້ນທີ່ ນະຄອນຫຼວງວຽງຈັນ, ຊື່ງກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 02 ວັນ (ລະຫວ່າງວັນທີ 22-23 ຕຸລາ 2019). ພາຍໃຕ້ການເປັນປະທານຂອງ ທ່ານ ພູຂົງ ຈິດຮູບໂລກ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ປທສ ມີບັນດາເຈົ້າໜ້າທີ່ ອາວຸໂສ ໂທລະຄົມ ຂອງ 10 ປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມເຈລະຈາ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ບັນດາເຈົ້າໜ້າທີອາວຸໂສ ໄດ້ສຸ່ມໃສ່ປືກສາຫາລືບັນຫາທີ່ສໍາຄັນ ໃນການກະກຽມເນື້ອໃນທີ່ຈະນໍາໄປສະເໜີຮັບຮອງ ໃນກອງປະຊຸມລັດຖະມົນຕີ ໄອຊີທີ ອາຊຽນ ຄັ້ງທີ 19 (TELMIN 19) ທີ່ຈະໄຂຂຶ້ນໃນວັນທີ 24 ຕຸລານີ້. ກອງປະຊຸມໄດ້ປຶກສາຫາລືກັນໃນຫຼາຍບັນຫາສຳຄັນເຊັ່ນ: (1) ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ປະຈໍາປີ 2019 ທີ່ນອນໃນ ແຜນແມ່ບົດ ໄອຊີທີ ອາຊຽນ (AIM 2020) ແລະ ການກຳນົດບັນດາຕົວຊີ້ວັດ ຜົນການຈັດຕັ້ງປະຕິບັດກິດຈະກຳ ແລະ ການແຂ່ງຂັນຜະລິດຕະພັນ ໄອຊີທີ ອາຊຽນ ປະຈຳປີ 2019. ພ້ອມນີ້, ຍັງຈະໄດ້ຜ່ານ ຮ່າງຂອບການຮ່ວມມືອາຊຽນ ດ້ານການຄຸ້ມຄອງຂໍ້ມູນດິຈິຕອນ ແລະ ຮ່າງເອກະສານແນວທາງຂອງອາຊຽນໃນການສ້າງຄວາມເຂັ້ມແຂງ ແລະ ການປັບປຸງ ລະບົບສາຍສົ່ງໃຕ້ທະເລຂອງອາຊຽນ, (2) ພິຈາລະນາຕໍ່ກັບເອກະສານແນວຄວາມຄິດ ກ່ຽວກັບແຜນແມ່ບົດ ດິຈິຕອນ ອາຊຽນ 2025 (ASEAN Digital Masterplan - ADMP) ເຊັ່ນ: ບັນດາຍຸດທະສາດ ແລະ ຂໍ້ລິເລີ່ມ ທີ່ສາມາດຂັບເຂື່ອນ ການຫັນເປັນ ເສດຖະກິດ ແລະ ສັງຄົມ ດິຈິຕອນແຕ່ປີ 2020 ຮອດປີ 2025, (3) ທົບທວນຄືນກ່ຽວກັບ ຮ່າງພາລະບົດບາດໃໝ່ຂອງກອງປະຊຸມລັດຖະມົນຕີ ດິຈິຕອນ ອາຊຽນ (The ASEAN Digital Ministers’ Meeting -ADGMIN) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ດິຈິຕອນ ອາຊຽນ (the ASEAN Digital Senior Officials’ Meeting - ADGSOM) ຕາມລຳດັບ, ເພື່ອນຳໄປສະເໜີຮັບຮອງໃນກອງປະຊຸມ TELMIN 19, (4) ປຶກສາຫາລືກ່ຽວກັບການກະກຽມເນື້ອໃນສຳລັບກອງປະຊຸມ TELMIN 19 ເຊັ່ນ: ວາລະກອງປະຊຸມຂອງ ບັນດາລັດຖະມົນຕີອາຊຽນ, ລັດຖະມົນຕີ + ປະເທດຄູ່ຮ່ວມເຈລະຈາ ແລະ ສະຫະພາບໂທລະຄົມມະນາຄົມສາກົນ (ITU); ຮ່າງຖະແຫຼງການວຽງຈັນ (Vientiane Declaration) ແລະ ບົດຖະແຫຼງຂ່າວຮ່ວມ (Joint Media Statement), (5) ໃນໂອກາດດຽວກັນ, ຍັງໄດ້ທົບທວນ ຄືນການຮ່ວມມືໃນໄລຍະຜ່ານມາ ແລະ ແຜນການຮ່ວມມື ໃນສົກປີ 2019 ກັບ ບັນດາປະເທດຄູ່ຮ່ວມເຈລະຈາ (ສປ.ຈີນ, ຢີປຸ່ນ, ເກົາຫຼີ, ອິນເດຍ, ອາເມລິກາ, ເອີລົບ (EU) ແລະ ສະຫະພາບໂທລະຄົມມະນາຄົມສາກົນ) ເປັນຕົ້ນແມ່ນ: ການລາຍງານຜົນການຈັດຕັ້ງປະຕິບັດກິດຈະກຳຮ່ວມມື ອາຊຽນ-ປະເທດຄູ່ຮ່ວມ ໃນສົກປີ 2019 ແລະ ເອກະພາບຮັບເອົາຮ່າງແຜນກິດຈະກໍາຮ່ວມມືດ້ານ ໄອຊີທີ ປະຈຳສົກປີ 2020 ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມເຈລະຈາ ເພື່ອສະເໜີ ໃຫ້ກອງປະຊຸມ TELMIN ຮັບຮອງເອົາ. ພ້ອມນັ້ນ, ໄດ້ຄົ້ນຄ້ວາ, ເຫັນດີ ຕໍ່ຂໍ້ສະເໜີຂອງຍີ່ປຸ່ນໃນການສືບຕໍ່ ຈັດກິດຈະກຳຝຶກອົບຮົມວຽກງານຄວາມປອດໄພທາງໄຊເບີ ໃຫ້ບັນດາປະເທດສະມາຊິກ ທີ່ສູນ ASEAN-Japan Cybersecurity Capacity Building Centre (AJCCBC), ປະເທດໄທ ໄລຍະທີ 2.
ໃນຕອນທ້າຍ ຄະນະຜູ້ແທນ ຈາກບັນດາປະເທດສະມາຊິກອາຊຽນ ໄດ້ສະແດງຄວາມຮູ້ບູນຄຸນມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ການກະກຽມຕ່າງໆໃນການເປັນເຈົ້າພາບຈັດກອງປະຊຸມ TELSOM ຄັ້ງທີ 20 ແລະ ກອງປະຊຸມປິ່ນອ້ອມຄັ້ງນີ້.
ໂດຍ: ພະແນກອາຊຽນ, ກົມແຜນການ ແລະ ການຮ່ວມມື.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ