ລາວ-ອິນເດຍ ເປີດຫຼັກສູດການສອນ Data Analytics & R-program.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 48 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 7 ຕຸລາ 2019 ນີ້, ສູນພັດທະນາ ແລະ ຝຶກອົບຮົມຊອບແວ (CESDT) ລາວ-ອິນເດຍ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດພິທີເປີດຫຼັກສູດການສອນ Data Analytics & R-Program ຂຶ້ນ. ໂດຍຜ່ານລະບົບ ກອງປະຊຸມທາງໄກ (Video Conference) ຮ່ວມກັບ 4 ປະເທດຄື: ອິນເດຍ, ໂມຣ໋ອກໂກ, ມຽນມ້າ ແລະ ຫວຽດນາມ. ຊຶ່ງໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງ ປທສ, ທ່ານ ດິນກາ ອາຊຕານາ (Dinkar Ashthana) ເອກະອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນ ເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ພ້ອມດ້ວຍນັກຝຶກພາຍໃນ ກະຊວງ ປທສ ແລະ ພາກສ່ວນທີ່ກ່ຽວຂ້ອງ. ຊຶ່ງການຝຶກອົບຮົມໃນຄັ້ງນີ້ ຈະດຳເນີນໄປເປັນເວລາທັງໝົດ 8 ອາທິດ (ລະຫວ່າງວັນທີ 09 ຕຸລາ 2019 ເຖິງວັນທີ 16 ທັນວາ 2019)
ຫຼັກສູດ ການວິເຄາະຂໍ້ມູນ ແລະ ຂຽນໂປແກມດ້ວຍພາສາ R (Data Analytics & R-Program) ເປັນຫຼັກສູດທີ່ຈັດການ ການຮຽນການສອນ ຜ່ານລະບົບ ກອງປະຊຸມທາງໄກ ຜ່ານສູນ CESDT ລາວ-ອິນເດຍ ໂດຍມີອາຈານສອນຈາກມະຫາວິທະຍາໄລ India Institute of Technology – Madras (IIT-M), ເຊິ່ງເປັນໜຶ່ງໃນມະຫາວິທະຍາໄລຊັ້ນນຳໃນ ຂະແໜງການໄອທີ ຂອງປະເທດ ອິນເດຍ. ການຝຶກອົບຮົມໃນຄັ້ງນີ້, ເປັນຄັ້ງທຳອິດຂອງ ສູນ CESDT ລາວ-ອິນເດຍ ທີ່ໄດ້ຮ່ວມ ຈັດຕັ້ງປະຕິບັດ ຫຼັກສູດ ການຮຽນການສອນທາງໄກ ຫຼັງຈາກການເປີດນຳໃຊ້ສູນ ຢ່າງເປັນ ທາງການໃນທ້າຍປີ 2018 ທີ່ຜ່ານມາ. ຊຶ່ງຫຼັກສູດດັ່ງກ່າວ ແມ່ນໄດ້ຮັບຄວາມສົນໃຈ ຈາກຫຼາຍພາກສ່ວນ ແລະເປັນໜຶ່ງໃນຫຼາຍຫຼັກສູດ ທີ່ໄດ້ຮັບການ ສະໜັບສະໜູນ ຈາກລັດຖະບານອິນເດຍ, ເວົ້າສະເພາະແມ່ນຈາກ ກະຊວງ ການຕ່າງປະເທດອິນເດຍ ໂດຍຜ່ານໂຄງການຮ່ວມ ມືທາງດ້ານວິຊາການ ແລະ ເສດຖະກິດ ຂອງອິນເດຍ
ຂ່າວ: ສຕສ, ປທສ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ