ກອງປະຊຸມລັດຖະມົນຕີອາຊຽນ ດ້ານຄວາມປອດໄພທາງໄຊເບີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 42 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 2 ຕຸລາ 2019, ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ນໍາພາຄະນະທີ່ຕາງໜ້າຈາກ ສູນອິນເຕີເນັດ ແຫ່ງຊາດ ແລະ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນ ດ້ານຄວາມປອດໄພທາງໄຊເບີ 2019 (4th ASEAN Ministerial Conference on Cyber security), ຊຶ່ງຈັດຂຶ້ນຢູ່ ປະເທດ ສິງກະໂປ ພາຍໃຕ້ການເປັນປະທານຂອງ ທ່ານ S. Iswaran, ລັດຖະມົນຕີວ່າການກະຊວງການສື່ສານ ແລະ ຂໍ້ມູນຂ່າວສານ, ແລະ ລັດຖະ ມົນຕີຮັບຜິດຊອບ ຄວາມປອດໄພທາງໄຊເບີຂອງສິງກະໂປ, ໂດຍມີລັດຖະມົນຕີ ແລະ ຄະນະວິຊາການ ດ້ານຄວາມປອດໄພທາງໄຊເບີ ທີ່ກ່ຽວຂ້ອງ ຂອງບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອເສີມສ້າງການຮ່ວມມືໃນກອບຂອງອາຊຽນ ດ້ານວຽກງານການປ້ອງກັນຄວາມປອດໄພທາງໄຊເບີ ຊຶ່ງໄດ້ມີການປຶກສາຫາລືກ່ຽວກັບສິ່ງທີ່ສາມາດຈັດຕັ້ງປະຕິບັດຮ່ວມກັນໄດ້ ເພື່ອກ້າວໄປເຖິງການສ້າງຂີດຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງດ້ານການປ້ອງກັນໄພທາງໄຊເບີໃນເຂດພາກພື້ນ ແລະ ໃນອາຊຽນ. ກອງປະຊຸມໃນຄັ້ງນີ້ ຍັງໄດ້ປຶກສາຫາລືວຽກງານທີ່ສໍາຄັນເຊັ່ນ: ຄວາມພະຍາຍາມໃນການປະສານງານດ້ານຄວາມປອດໄພທາງໄຊເບີໃນອາຊຽນ, ການຈັດຕັ້ງປະຕິບັນດາມາດຖານພຶດຕິກຳຂອງລັດແບບສະໝັກໃຈ ແລະ ບໍ່ມີຂໍ້ຜູກມັດ (implementation of norms in cyberpace), ການສ້າງຂີດຄວາມສາມາດການວາງຍຸດທະສາດ ແລະ ແຜນນະໂຍບາຍປ້ອງກັນໄພທາງໄຊເບີ ເພື່ອໃຫ້ສາມາດເຊື່ອມໂຍງ ແລະ ຮັບມືກັບໄພຄຸກຄາມຕ່າງໆ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ໂດຍສະເພາະແມ່ນແນ່ໃສ່ປົກປ້ອງພື້ນຖານໂຄງລ່າງຂໍ້ມູນຂ່າວສານ ດ້ານ ICT ໃຫ້ມີຄວາມປອດໄພ.
ລັດຖະບານ ສປປ ລາວ ແມ່ນມີເຈດຈໍານົງທີ່ຈະພັດທະນາປະເທດ ແລະ ປັບປຸງມາດຕະຖານການນໍາໃຊ້ຂໍ້ມູນຂ່າວສານໃຫ້ມີຄວາມມປອດໄພ ແລະ ເກີດປະໂຫຍດສູງສຸດ ໃນການສ້າງມາດຖານ ການເຊື່ອມໂຍງຂໍ້ມູນຂ່າວສານ ລວມໄປເຖີງການສ້າງນະໂຍບາຍດ້ານຄວາມປອດໄພ ເພື່ອສ້າງຂີດຄວາມສາມາດບຸກຄະລາກອນໃນການຮັບມືກັບໄພຄຸກຄາມທາງໄຊເບີ. ໃນກອງປະຊຸມໃນຄັ້ງນີ້ ຍັງໄດ້ຮັບຟັງການນໍາສະເໜີຈາກຄູ່ຮ່ວມມືຂອງອາຊຽນ ເປັນຕົ້ນແມ່ນ: ການສ້າງນະໂຍບາຍ, ກົດໝາຍສາກົນ, ແຜນຍຸດທະສາດ, ການສ້າງກົນໄກການຮັບມືກັບໄພຄຸກຄາມທາງໄຊເບີ, ການສ້າງບຸກຄະລາກອນ, ການຮ່ວມມືສາກົນ ໂດຍສະເພາະແມ່ນລະຫວ່າງປະເທດທີ່ພັດທະນາແລ້ວ ແລະ ປະເທດທີ່ກໍາລັງພັດທະນາເພື່ອສ້າງຂີດຄວາມສາມາດໃນການຄຸ້ມຄອງ ແລະ ການປ້ອງກັນຄວາມປອດໄພທາງໄຊເບີ ໃນລະດັບມາດຕະຖານສາກົນ, ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການສ້າງສູນຝຶກອົບຮົມຄວາມປອດໄພດ້ານໄຊເບີອາຊຽນ-ຍີ່ປຸ່ນ (AJCCBC) ທີ່ຕິດພັນກັບຜົນການຝຶກອົບຮົມ ແລະ ແຜນການໃນຕໍ່ໜ້າ; ການສຶກສາຄວາມເປັນໄປໄດ້ໃນການສ້າງສູນ ASEAN-CERT; ແລະ ກອງປະຊຸມຍັງໄດ້ຮັບຮອງເອົາການຈະສ້າງຕັ້ງຄະນະກໍາມະການປະສານງານດ້ານຄວາມປອດໄພໄຊເບີຂອງອາຊຽນ ໂດຍຈະໃຫ້ມີຕົວແທນຈາກໜວ່ຍງານທີ່ກ່ຽວຂອ້ງເຂົ້າຮວ່ມ ຊຶ່ງການຮັບຮອງເອົາການຈັດຕັ້ງດັ່ງກ່າວທີ່ປະຊຸມເຫັນດີຈະນໍາສະເໜີຕໍ່ກອງປະຊຸມລັດຖະມົນຕີໂທລະຄົມມະນາຄົມອາຊຽນເພື່ອພິຈາລະນາໃນຄັ້ງຕໍ່ໄປ.
ສຳລັບ ສປປ ລາວ ໂດຍສະເພາະ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ໄດ້ມອບໜາຍໃຫ້ ສູນລາວເຊີດ ດຳເນີນການຄົ້ນຄ້ວາຮ່າງນະໂຍບາຍດ້ານຄວາມປອດໄພທາງ ໄຊເບີ, ຊຶ່ງຈະລົງເລິກ ທາງດ້ານການສົ່ງເສີມການສ້າງບຸກຄະລາກອນ, ການສ້າງຂີດຄວາມສາມາດຂອງອົງກອນ ແລະ ບັນດາຂະແໜງການຕ່າງໆ ທາງ ພາກລັດ ແລະ ເອກະຊົນ ມີຄວາມຮັບຮູ້ ແລະ ເຫັນເຖິງຄວາມສຳຄັນຕໍ່ວຽກງານປ້ອງກັນພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສຳຄັນ (CIIP) ຂອງປະເທດ ເພື່ອບັນລຸເປົ້າ ໝາຍການພັດທະນາເສດຖະກິດສັງຄົມຂອງຊາດໃຫ້ມີຄວາມເຂັ້ມແຂງ. ປະຕິບັດໄດ້ແຜນການຮັບປະກັນຄວາມປອດໄພເຄືອຂ່າຍຄອມພີວເຕີ ແລະ ການປົກປອ້ງຂໍ້ມູນຂ່າວສານໃຫ້ມີຄວາມປອດໄພຕາມແຜນແມ່ບົດ ການພັດທະນາວຽກງານດ້ານ ໄອຊີທີ ຂອງອາຊຽນແຕ່ນີ້ຮອດປີ 2020.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ