ປທສ ສໍາມະນາ ແລະ ເປີດນໍາໃຊ້ລະບົບອິນເຕີເນັດຟຣີວາຍຟາຍ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 45 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບ ອົງການໂທລະຄົມມະນາຄົມອາຊີ-ປາຊີຟິກ (Asia-Pacific Telecommunity (APT)) ໄດ້ຈັດກອງປະຊຸມສໍາມະນາ ແລະ ເປີດນໍາໃຊ້ລະບົບ ອິນເຕີເນັດ ຟຣີວາຍຟາຍ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການສຶກສາ ຢູ່ ສປປ ລາວ ຂຶ້ນໃນວັນທີ 3 ກັນຍາຜ່ານມານີ້, ທີ່ໂຮງແຮມ ລາວພຣາຊ່າ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ປທສ ແລະ ທ່ານ ນາງ ອາຣີວານ ຣາວລັງສີ (Areewan HAORANGSI) ເລຂາທິການໃຫຍ່ ອົງການ APT ມີບັນດາຜູ້ຕາງໜ້າຈາກກົມ/ທຽບເທົ່າ ພາຍໃນກະຊວງ ປທສ ພ້ອມດ້ວຍແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສໍາມະນາຄັ້ງນີ້, ຈັດຂຶ້ນເພື່ອທົບທວນຄືນການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາ ໂດຍຄະນະຮັບຜິດຊອບໂຄງການ ແລະ ເຕັກນິກຊ່ຽວຊານ ຈາກ ສ.ເກົາຫຼີ. ພ້ອມນີ້, ກອງປະຊຸມຍັງ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນໃນການສົ່ງເສີມການນໍາໃຊ້ ຟຣີວາຍຟາຍ, ອິນເຕີເນັດເຂົ້າໃນວຽກງານການທ່ອງທ່ຽວ ແລະ ການສືກສາຢູ່ໃນ ສປປ ລາວ ໂດຍສະເພາະນະຄອນຫຼວງວຽງຈັນ ໄດ້ກໍານົດໃຫ້ມີການຕິດຕັ້ງ 03 ຈຸດຄື: ສະໜາມບິນສາກົນວັດໄຕ, ສວນອາຫານນໍ້າພຸ ແລະ ຫໍພະແກ້ວ)
ທ່ານ ບຸນສະເຫຼີມໄຊ ເຄນນາວົງ ໄດ້ກ່າວວ່າ: ໃນປັດຈຸບັນ ການພັດທະນາ ແລະ ການເຕີບໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ ໃນຍຸກຂອງເສດຖະກິດດີຈີຕອນ ໄດ້ມີບົດບາດສຳຄັນຫຼາຍໃນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນທຸກໆປະເທດ ກໍ່ຄືການນໍາໃຊ້ເຂົ້າໃນຊີວິດປະຈຳວັນຂອງພວກເຮົາ, ເຮັດໃຫ້ຊີວິດການເປັນຢູ່ມີຄວາມທັນສະໄໝ. ຄຽງຄູ່ກັນນັ້ນ, ອຸດສາຫະກຳ ການທ່ອງທ່ຽວໃນປະເທດເຮົາ ໄດ້ມີການຂະຫຍາຍຕົວໃນແຕ່ລະປີ, ເພື່ອຕອບສະໜອງ ຄວາມຕ້ອງການໃນການເຂົ້າເຖິງອິນເຕີເນັດໃນທຸກສະຖານທີ່ທ່ອງທ່ຽວໃນປະເທດ. ຊຶ່ງ ສປປ ລາວ, ໄດ້ມີເຄືອຂ່າຍໂທລະສັບມືຖືກວມເອົາ 94%, ອິນເຕີເນັດ 78% ຂອງຈໍານວນບ້ານທັງໝົດໃນທົ່ວປະເທດ, ມີຜູ້ໃຊ້ອິນເຕີເນັດເກືອບ 40% ຂອງປະຊາກອນທັງໝົດ. ເຊິ່ງໄດ້ສະແດງໃຫ້ເຫັນເຖິງການຂະຫຍາຍຕົວຂອງຜູ້ຊົມໃຊ້ສື່ສັງຄົມອອນລາຍໃນລາວເຊັ່ນກັນ.
ກະຊວງ ປທສ ໄດ້ຮັບການຊ່ວຍເຫຼືອ ຈາກ ອົງການ APT ໃນການສະໜອງງົບປະມານ ເພື່ອຈັດຕັ້ງປະຕິບັດໂຄງການສົ່ງເສີມການນໍາໃຊ້ຟຣີວາຍຟາຍອິນເຕີເນັດ ເພື່ອສົ່ງເສີມການທ່ອງ ທ່ຽວໃນລາວ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ໃນການຊົມໃຊ້ອິນເຕີເນັດແບບບໍ່ເສຍຄ່າ ເປັນທາງເລືອກທີ່ດີອີກທາງ ໜຶ່ງ. ຊຶ່ງໂຄງການນີ້ ຖືເປັນການເລີ່ມຕົ້ນທໍາອິດ ທີ່ເຮັດໃຫ້ ສປປ ລາວ ໂດຍສະເພາະ ນະຄອນຫຼວງວຽງຈັນ ໄດ້ມີຟຣີອິນເຕີເນັດ ທີ່ສາມາດນໍາໃຊ້ໃນຂອບເຂດສະຖານທີ່ທ່ອງທ່ຽວສໍາຄັນ ເປັນຕົ້ນ: ສະໝາມບິນສາກົນວັດໄຕ, ສວນສາທາລະນະນໍ້າພຸໃຈກາງເມືອງ ແລະ ບໍລິເວນພິພິທະພັນຫໍພະແກ້ວ ຊຶ່ງເປັນໄລຍະທົດລອງການໃຫ້ບໍລິການ 1 ປີ ໃນຕໍ່ໜ້າ.
ໃນຕອນທ້າຍກອງປະຊຸມ, ຄະນະປະທານນໍາໂດຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ແລະ ທ່ານນາງ Areewan HAORANGSI, ເລຂາທິການໃຫຍ່ APT ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ເປີດນໍາໃຊ້ ຟຣີວາຍຟາຍອິນເຕີເນັດ ໃນສະຖານທີ່ທ່ອງທ່ຽວ ພາຍໃນນະຄອນຫຼວງວຽງຈັນ ຢ່າງເປັນທາງການ.
ຂ່າວ: ກົມໄອຊີທີ, ປທສ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ