ທ່ານ ທັນສະໄໝ ກົົມມະສິດ ເຂົ້າຮ່ວມກອງປະຊຸມ ການຮ່ວມມືສາກົນເສັ້ນທາງສາຍໄໝດິຈິຕອນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 43 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມ “ການຮ່ວມມືສາກົນ ເສັ້ນທາງສາຍໄໝ ດິຈິຕອນ” (Digital Silk Road International Cooperation Conference) ແລະ “ງານວາງສະແດງສິນຄ້າ ທັນສະໄໝຈີນ” (Smart China Expo), ໃນລະຫວ່າງວັນທີ 25-28 ສິງຫານີ້, ທີ່ນະຄອນຊົງສິງ, ສປ. ຈີນ.
ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍການຮ່ວມມື ແລະ ການພົວພັນອັນດີ ລະຫວ່າງ ສອງຊາດ ລາວ-ຈີນ ໃນຂົງເຂດດິຈິຕອນ ແລະ ການຮ່ວມມືສາກົນເສັ້ນທາງສາຍ ໄໝດິຈິຕອນ. ໃນໂອກາດນີ້ ທ່ານ ທັນສະໄໝ ກົມມະສິດ ໄດ້ຮັບກຽດ ຂຶ້ນບັນຍາຍເພື່ອແລກປ່ຽນກ່ຽວກັບບົດຮຽນຂອງ ສປປ ລາວ ໃນການຮ່ວມມືສາກົນໃນຂົງເຂດ ເສດຖະກິດ ດິຈິຕອນ ທີ່ມີບົດບາດສຳຄັນ ໃນການສົ່ງເສີມຄວາມອາດສາມາດຂອງພາກທຸລະກິດ, ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ການນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT) ເຂົ້າໃນວຽກບໍລິຫານລັດ.
ພ້ອມກັນນີ້, ທ່ານ ລັດຖະມົນຕີ ກະຊວງ ປທສ ໄດ້ເຂົ້າພົບ ທ່ານ ຊີຊ່ຽນ ຮອງເຈົ້ານະຄອນ ຊົງສິງ ເພື່ອແລກປ່ຽນຄຳຄິດເຫັນກ່ຽວກັບການນຳໃຊ້ ເຕັກໂນໂລຊີ ດິຈິຕອນ ເຂົ້າໃນການພັດທະນາຕົວເມືອງທັນສະໄໝ.
ວຽກງານການຮ່ວມມື ເສັ້ນທາງສາຍໄໝດິຈິຕອນ ເປັນວຽກງານທີ່ກະຊວງ ປທສ ຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນການຮ່ວມມື ທັງໃນລະດັບສອງຝ່າຍ ແລະ ໃນລະດັບການຮ່ວມມືພາກພື້ນ ແລະ ສາກົນ. ກະຊວງ ປທສ ໄດ້ມີການລົງນາມບົດບັນທຶກວ່າດ້ວຍການຮ່ວມມືທາງດ້ານເສັ້ນທາງສາຍໄໝດິຈິຕອນ ຮ່ວມກັບຄະນະພັດທະນາ ແລະ ປະຕິຮູບ ສປ. ຈີນ (National Development and Reform Commission - NDRC) ໃນປີ 2017. ວຽກ ໄອຊີທີ ໂດຍລວມມີການຮ່ວມມືສອງຝ່າຍ ກັບ ກະຊວງ ອຸດສະຫາກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ (Ministry of Industry and Information Technology - MIIT). ບໍລິສັດ ໂທລະຄົມມະນາຄົມຂອງ ສປປ ລາວ ມີການເຊື່ອມໂຍງກັບ ບໍລິສັດໂທລະຄົມມະນາຄົມ ຂອງ ສປ ຈີນ ເຮັດໃຫ້ການສື່ສານ ລະຫວ່າງ ສອງປະເທດມີຄວາມສະດວກສະບາຍ.
ໂດຍລວມ, ສປປ ລາວ ກໍ່ກຳລັງກະກຽມຄວາມພ້ອມໃນການຫັນເປັນ ດິຈິຕອນ ທາງດ້ານໂຄງລ່າງພື້ນຖານ ແລະ ບຸກຄະລະກອນ ເພື່ອຮອງຮັບກັບການ ປ່ຽນແປງ ດັ່ງກ່າວ.
ຂ່າວ: ກົມແຜນການ ແລະ ການຮ່ວມມື, ປທສ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ