ຮອງລັດຖະມົນຕີ ກະຊວງ ປທສ ເຂົ້າຮ່ວມ ສໍາມະນາ ນະວັດຕະກໍາຂອງອານາຄົດເຄື່ອຄ່າຍການສື່ສານ ທີ່ ສປ. ຈີນ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 43 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາ ນະວັດຕະກໍາຂອງອານາຄົດເຄື່ອຄ່າຍການສື່ສານ (Establishment of China Branch of BRICS Institute of Future Networks Forum on Future Networks Innovation), ທີ່ ເມືອງເຊີນເຈີ້ນ ສປ. ຈີນ ໃນລະຫວ່າງວັນທີ 06-07 ສິງຫາຜ່ານມານີ້. ຊຶ່ງຈັດຂື້ນໂດຍ ກະຊວງ ອຸດສະກະກໍາ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ການສື່ສານ (MIIT), ສປ. ຈີນ ເພື່ອເປີດສາຂາສະຖາບັນແຫ່ງນະວັດຕະກໍາຂອງອານາຄົດເຄື່ອຄ່າຍການສື່ສານ ຂອງບັນດາປະເທດ BRICS (ເບນຊິກ, ລັດເຊຍ, ອິນເດຍ ,ຈີນ ແລະ ອາຟິກກາໃຕ້) ທີ່ ສປ. ຈີນ ໂດຍອີງຕາມນະໂຍບາຍ ໜຶ່ງແລວທາງໜຶ່ງເສັ້ນທາງ. ໃນກອງປະຊຸມ ບັນດາປະເທດສະມາຊິກໄດ້ມີການແລກປ່ຽນແນວທາງນະໂຍບາຍ ໃນການພັດທະນາໂຄງລ່າງພື້ນຖານການສື່ສານ ແລະ ການຫັນໄປສູ່ດິຈິຕອນ ໂດຍສຸມໃສ່ນະວັດຕະກໍາ 5G, ເຕັກໂນໂລຊີ IoT, Big Data, Cloud Computing, Block Chain ແລະ ປັນຍາປະກິດ (AI). ພ້ອມນີ້ ສປ.ຈີນ ຍັງໄດ້ສະເໜີ ວິໄສທັດ, ຈຸດປະສົງ ແລະ ເປົ້າໝາຍຂອງການສ້າງນະວັດຕະກໍາຂອງອານາຄົດເຄື່ອຄ່າຍການສື່ສານ ລະຫວ່າງ BRICS ແລະ ປະເທດຄູ່ຮ່ວມພັດທະນາໃນອາຊີ ໃນພີທີເປີດສາຂາສະຖາບັນ ດັ່ງກ່າວ (1) ເປັນການສ້າງຂີດຄວາມສາມາດ, ການພັດທະນາຊັບພະຍາກອນ ແລະ ການເຄື່ອນຍ້າຍໃຫ້ສະດວກ, (2) ສ້າງລະບົບການສື່ສານ ແລະ ໂຄງລ່າງພື້ນຖານທີ່ອໍານວຍຄວາມສະດວກ, (3) ເພື່ອໃຫ້ເປັນສູນກາງໃນການຄົ້ນຄ້ວານະວັດຕະກໍາໃໝ່, (4) ສົ່ງເສີມການຮ່ວມມືຂອງປະເທດ BRICS ແລະ ປະເທດຄູ່ຮ່ວມພັດທະນາໃນຂົງເຂດພາກພື້ນອາຊີ, (5) ໃຫ້ບັນດາຜູ້ປະກອບການຈາກພາກອຸດສະຫະກໍາມີສ່ວນຮ່ວມໃນການພັດທະນາ ເພື່ອໃຫ້ສອດຄ່ອງກັບນະໂຍບາຍການຄ້າເສດຖະກິດ ແລະ ສັງຄົມ.
ໃນໂອກາດດຽວກັນນີ້, ທ່ານ ບຸນສະເຫຼີມໄຊ ເຄນນາວົງ ໄດ້ກ່າວມີຄໍາເຫັນ, ຊົມເຊີຍ ກະຊວງ ອຸດສະຫະກໍາ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ການສື່ສານ ຂອງ ສປ. ຈີນ ແລະ ລັດຖະບານແຫ່ງ ເມືອງເຊີນເຈີ້ນ ທີ່ໄດ້ເອົາໃຈໃສ່ ໃຫ້ທາງດ້ານວຽກງານໄອຊີທີ ເປັນໂຕຂັບເຄື່ອນໃນທຸກຂະແໜງການ ຊຶ່ງສະແດງອອກໃນການເປີດສາຂາສະຖາບັນ ແຫ່ງນະວັດຕະກໍາຂອງອານາຄົດເຄື່ອຄ່າຍການສື່ສານ ຂອງບັນດາປະເທດ BRICS ແລະ ໄດ້ສະເໜີໃຫ້ບັນດາປະເທດໃນພາກພື້ນ ສຶບຕໍ່ຮ່ວມມືກັນທັງລວງເລິກ ແລະ ລວງກ້ວາງ ເພື່ອໃຫ້ບັນດາປະເທດກໍາລັງພັດທະນາ ສາມາດເຊື່ອມຈອດ, ເຊື່ອມໂຍງ ແລະ ສາມາດນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອຫຼຸດຜ່ອນຄວາມແຕກໂຕນໃນການພັດທະນາ. ພ້ອມທັງ ເປັນສິ່ງອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນ, ພາກທຸລະກິດ ແລະ ອຸດສະຫະກໍາ ໃຫ້ສາມາດເຂົ້າເຖິງ ແລະ ນໍາໃຊ້ ເພື່ອການຫັນໄປສູ່ຍຸກແຫ່ງດິຈິຕອນແບບຍືນຍົງ.
ພ້ອມນີ້ ທ່ານຮອງລັດຖະມົນຕີ ກະຊວງ ປທສ ຍັງໄດ້ພົບປະສອງຝ່າຍ ກັບ ທ່ານ Zhao Zhenxiong, ຮອງລັດຖະມົນຕີ MIIT ຂອງ ສປ. ຈີນ ເພື່ອປືກສາຫາລືແນວທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການກະກຽມລົງນາມໃນບົດບັນທືກຄວາມເຂົ້າໃຈລະຫວ່າງສອງກະຊວງ ແລະ ຄວາມຄືບໜ້າຂອງ ບັນດາໂຄງການການສື່ສານຂໍ້ມູນຂ່າວສານ ແລະ ກິດຈະກໍາ ທີ່ສອງຝ່າຍຈະຮ່ວມມືກັນພັດທະນາໃນຕໍ່ໜ້າ.
ພາບ+ຂ່າວ: ກົມແຜນການ ແລະ ການຮ່ວມມື, ປທສ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ