ການນໍາ ກະຊວງ ປທສ ເຂົ້້າຮ່ວມ ກອງປະຊຸມ ລັດຖະມົນຕີໄອຊີທີ ອາຊີ-ປາຊິຟິກ, ທີ່ປະເທດ ສິງກະໂປ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 43 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ບຸນສະເຫລີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມລັດຖະມົນຕີ ໂທລະຄົມມະນາຄົມ ໄອຊີທີ ອາຊີ-ປາຊິຟິກ ໃນລະຫວ່າງວັນທີ 25-26 ມີຖຸນາຜ່ານມານີ້, ທີ່ ປະເທດ ສິງກະໂປ. ຊຶ່ງມີບັນດາລັດຖະມົນຕີ ດ້ານວຽກງານໂທລະຄົມມະນາຄົມ ແລະ ໄອຊີທີ ຈາກ 38 ປະເທດ ໃນຂົງເຂດອາຊີ-ປາຊີຟິກ (APT), ເຈົ້າໜ້າທີ່ອາວຸໂສ ໂທລະຄົມມະນາຄົມເຂົ້າຮ່ວມ ເພື່ອປຶກສາຫາລື ກ່ຽວກັບການພັດທະນາໄອຊີທີ, ດິຈິຕອນໃນເວທີພາກພື້ນ ແລະ ສາກົນ.
ກອງປະຊຸມໃນຄັ້ງນີ້, ໄດ້ຈັດຂື້ນໃນທ່າມກາງບັນຍາກາດ ການສະເຫຼີມສະຫຼອງ ການສ້າງຕັ້ງອົງການ ໂທລະຄົມມະນາຄົມ ອາຊີ-ປາຊີຟິກ (APT) ຄົບຮອບ 40ປີ. ພ້ອມນີ້, ຍັງເປັນການຮັບຮູ້ເຖີງບົດບາດຄວາມສໍາຄັນຂອງການຮ່ວມມືໃນເວທີພາກພື້ນ ຕໍ່ການພັດທະ ນາໄອຊີທີ - ດິຈິຕອນ ແລະ ການສືບຕໍ່ຮ່ວມມື, ຮັດແໜ້ນສາຍສໍາພັນ ທາງດ້ານວຽກງານໄອຊີທີ ໃນຂົງເຂດອາຊີ-ປາຊິຟິກໃນຕໍ່ໜ້າ ກໍ່ຄື ການປຶກສາຫາລື ທິດທາງແຜນການ 5 ປີຂ້າງໜ້າ ໃນການພັດທະນາ ໄອຊີທີ ໃຫ້ກາຍເປັນເຄື່ອງມືຂັບເຄື່ອນ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ.
ນອກນີ້, ບັນດາລັດຖະມົນຕີ ຍັງໄດ້ແລກປ່ຽນບົດຮຽນ ສະພາບການພັດທະນາ, ກາລະໂອກາດ ແລະ ສິ່ງທ້າທາຍຂອງປະເທດຕົນໃນການ ຫັນເປັນອຸດສະຫະກໍາທັນສະໄໝ. ໃນໂອກາດດຽວກັນ, ທ່ານ ຮອງລັດຖະມົນຕີ ກະຊວງ ປທສ ໄດ້ຮັບກຽດໃຫ້ມີຄໍາເຫັນ ໃນວາລະການສ້າງຂີດຄວາມສາມາດ, ຄູ່ຮ່ວມພັດທະນາດິຈິຕອນ ແລະ ຊຸມຊົນດິຈິຕອນ (Digital Community, Digital Capacity Building and Partnership) ແລະ ທ່ານໄດ້ລາຍງານສະພາບການພັດທະນາ, ການນໍາໃຊ້ໄອຊີທີ ຢູ່ ສປປ ລາວ ລວມທັງ ແຜນການສ້າງຂີດຄວາມອາດສາມາດ, ສ້າງຄວາມເຂັ້ມແຂງ ດ້ານເຕັກນິກ ລວມໄປເຖີງ ການສົ່ງເສີມ, ການສ້າງທັກສະດ້ານດິຈິຕອນ ທີ່ເປັນປັດໃຈສໍາຄັນໃນການພັດທະນາ ທາງດ້ານເສດຖະກິດ - ສັງຄົມ. ພ້ອມນັ້ນ, ທ່ານຍັງໄດ້ສະເໜີໃຫ້ບັນດາປະເທດສະມາຊີກ APT ສືບຕໍ່ຮ່ວມມື, ແລກປ່ຽນບົດຮຽນ ເພື່ອຮັດແຄບຄວາມແຕກໂຕນຂອງການພັດທະນາດິຈິຕອນຂອງປະເທດສະມາຊິກ APT ແລະ ເພື່ອຮັບປະກັນການພັດທະນາທີ່ຍືນຍົງ.
ໃນຕ້ອນທ້າຍ ໃນກອງປະຊຸມ ໄດ້ຕົກລົງຮັບຮອງເອົາ ຖະແຫຼງການສິງກະໂປ ວ່າດ້ວຍ ການຮ່ວມມືກັນ ເພື່ອສ້າງອານາຄົດດິຈິຕອນໃນພາກພື້ນອາຊີ-ປາຊິຟິກ ທີ່ໄດ້ກຳນົດເອົາ 05 ເປົ້າໝາຍຍຸດທະສາດບູລິມະສິດ ເພື່ອເປັນທິດທາງໃນການດໍາເນີນງານຂອງອົງການ APT ຊື່ງປະກອບມີ 1. ການຫັນເປັນດິຈິຕອນ, 2. ການສ້າງນະວັດຕະກຳດິຈິຕອນ, 3. ຊຸມຊົນດິຈິຕອນ, 4. ຄວາມເຊື່ອໝັ້ນດິຈິຕອນ ແລະ 5. ການສ້າງຂີດຄວາມສາມາດ ແລະ ຄູ່ຮ່ວມພັດທະນາດິຈິຕອນ.
ຂ່າວ+ພາບ: ກົມແຜນການ ແລະ ການຮ່ວມມື, ກະຊວງ ປທສ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ