ປທສ ສຳມະນາ ການຄຸ້ມຄອງ ແລະ ຂັ້ນຕອນການພັດທະນານະໂຍບາຍ ໄອຊີທີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 50 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບ ສູນຝຶກອົບຮົມ ເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ ອາຊີ ປາຊີຟິກ ເພື່ອການພັດທະນາ/ໜ່ວຍງານ ເສດຖະກິດ ແລະ ສັງຄົມພາກພຶ້ນອາຊີ ປາຊິຟີກ ຂອງອົງການສະຫະປະຊາຊາດ (Asia Pacific Training Centre for Information and Communication Technology for Development/Economic and Social Commission for Asia and the Pacific (APCICT/ESCAP)), ໄດ້ຈັດສຳມະນາພາຍໃຕ້ຫົວຂໍ້ “ການຄຸ້ມຄອງ ແລະ ຂັ້ນຕອນການພັດທະນານະໂຍບາຍ ໄອຊີທີ” ຂຶ້ນໃນລະຫວ່າງວັນທີ 02–03 ກໍລະກົດ 2019 ນີ້, ທີ່ ໂຮງແຮມ ເສດຖາພາເລດ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານກ່າວເປີດງານໂດຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງ ປທສ ມີບັນດາແຂກ ຖືກເຊີນຕາງຫນ້າຈາກ APCICT/ESCAP, ບັນດາກະຊວງ ແລະ ການຈັດຕັ້ງອ້ອມຂ້າງ ກະຊວງ ປທສ ແລະ ສະພາການຄ້າ ເຂົ້າຮ່ວມ.
ທ່ານ ບຸນສະເຫຼີມໄຊ ເຄນນາວົງ ໄດ້ກ່າວວ່າ: “ການສຳມະນາ ໃນຄັ້ງນີ້ ເປັນການສ້າງໂອກາດໃຫ້ ທາງມະຫາພາກໄດ້ ຮັບຟັງບົດຮຽນກ່ຽວກັບ “ການຄຸ້ມຄອງ ແລະ ຂັ້ນຕອນການພັດທະນາ ນະໂຍບາຍ ໄອຊີທີ” ຂອງສາກົນ ເພື່ອຖອດຖອນບົດຮຽນ ແລະ ເລືອກເຟັ້ນມານຳໃຊ້ ໃຫ້ແທດເໝາະກັບສະພາບຕົວຈິງຂອງປະເທດເຮົາ. ຄຽງຄູ່ກັນນັ້ນ ການສຳມະນາໃນຄັ້ງນີ້ ຍັງຖຶກຈັດຂຶ້ນໃນໄລຍະທີ່ ກະຊວງ ປທສ ກຳລັງດຳເນີນແຜນວຽກທີ່ຕິດພັນ ກັບກົດໝາຍໄອຊີທີ ທີ່ໄດ້ຖືກຮັບຮອງຢ່າງເປັນທາງການ ໃນປີ 2016. ໃນປີ 2019 ນີ້ ກະຊວງ ປທສ ກໍ່ໄດ້ກຳລັງດຳເນີນການຄົ້ນຄວ້າ ຮ່າງນະໂຍບາຍ ໄອຊີທີ ແຫ່ງຊາດ ແລະ ຮ່າງແຜນແມ່ບົດການຫັນເປັນທັນສະໄໝດ້ານດິຈິຕອນ ໄປພ້ອມໆກັບ ການກະກຽມການຮ່າງແຜນພັດທະນາ 5 ປີ ຂອງຂະແໜງ ປທສ 2021-2025. ທັງເປັນການກຽມຄວາມພ້ອມປະກອບສ່ວນໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX ທີ່ບັນດາກະຊວງ ແລະ ອົງການຈັດຕັ້ງພາກລັດກຳລັງຂຸ້ນຂ້ຽວດຳເນີນການຢູ່”.
ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ ບັນດາຜູ້ເຂົ້າຮ່ວມແລກປ່ຽນບົດຮຽນ ແລະ ປະກອບຄຳຄິດຄຳເຫັນ ໃຫ້ ທາງ ກະຊວງ ປທສ ເພື່ອນຳໄປຄົ້ນຄວ້າ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການຮ່າງບັນດາເອກະສານສຳຄັນຂອງພວກເຮົາໃຫ້ບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ ແລະ ໃຫ້ແທດເໝາະກັບຄວາມຮຽກ ຮ້ອງຕ້ອງການຂອງບັນດາຂະແໜງການ, ພາກສ່ວນກ່ຽວຂ້ອງ. ໃນນີ້, ການຫັນເປັນທັນສະໄໝ ດ້ານດິຈິຕອນນັ້ນ ຈະສາມາດເຮັດໄດ້ ແມ່ນລວມມີປັດໄຈສຳຄັນໃນການມີສ່ວນຮ່ວມຂອງທຸກພາກສ່ວນ ແລະ ບຸກຄະລະກອນກໍ່ເປັນປັດໄຈສໍາຄັນໃນການຕັດສິນ ເພາະເຕັກໂນໂລຊີ ແລະ ໄອຊີທີ ເປັນພຽງເຄື່ອງມື ທີ່ຂຶ້ນກັບພວກເຮົາວ່າຈະສາມາດນຳໃຊ້ໃຫ້ເກີດເປັນຜົນປະໂຫຍດສູງສຸດໄດ້ແນວໃດ”.
ການສຳມະນາຄັ້ງນີ້ ແມ່ນສືບຕໍ່ມາຈາກງານວາງສະແດງ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ປະຈຳປີ 2019 (Lao ICT Expo 2019) ທີ່ໄດ້ຈັດຂຶ້ນໃນອາທິດທີ່ຜ່ານມາ. ນອກຈາກ ຫົວຂໍ້ສຳມະນາຂ້າງເທິງແລ້ວ ໃນລະຫວ່າງວັນທີ 04-05 ກໍລະກົດ 2019 ກໍຍັງຈະມີອີກຫົວຂໍ້ຝຶກອົບຮົມໜຶ່ງເພື່ອສົ່ງເສີມພາກທຸລະກິດ ແລະ ຄວາມກ້າວໜ້າຂອງແມ່ຍິງ ພາຍໃຕ້ຫົວຂໍ້: “ການສ້າງສິ່ງແວດລ້ອມທີ່ອຳນວຍໃຫ້ແກ່ຜູ້ປະກອບການເພດຍິງ” (An Enabling Environment for Women Entrepreneurs).
ນອກນີ້, ກະຊວງ ປທສ ກໍ່ມີວາລະສານ ໄອຊີທີ ລາວ ທີ່ໃຫ້ຂ່າວສານ ແລະ ຄວາມຮູ້ກ່ຽວກັບ ໄອຊີທີ ເປັນປະຈຳ ໂດຍທຸກຄົນສາມາດເຂົ້າໄປເບິ່ງໄດ້ທາງ ເວັບໄຊ ຂອງ ກະຊວງ ປທສ (https://mpt.gov.la/) ເຊັ່ນດຽວກັນ, APCICT/ESCAP ກໍ່ມີຫຼາຍເອກະສານເພື່ອໃຫ້ຄວາມຮູ້ໃນຂົງເຂດໄອຊີທີ ແລະ ເປີດໃຫ້ທຸກຄົນເຂົ້າໄປສຶກສາຮຽນຮູ້ໄດ້ໂດຍບໍ່ເສຍຄ່າທາງ ເວັບໄຊຂອງເພິ່ນ (https://www.unapcict.org/).
ຂ່າວ: ກົມແຜນການ ແລະ ການຮ່ວມມື, ກະຊວງ ປທສ.
ພາບ: ຫ້ອງການ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ