ປທສ ສໍາມະນາການພັດທະນາໄອຊີທີ ແບບຍືນຍົງ ຂອງປະເທດເຂດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 48 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: ການພັດທະນາໄອຊີທີແບບຍືນຍົງ ຂອງປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (Lancang-Mekong Forum on Sustainable Development for ICT) ຂຶ້ນໃນວັນລະຫວ່າງວັນທີ 27-28 ມິຖຸນາ 2019 , ທີ່ໂຮງແຮມດອນຈັນພຣາເລດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ທອງໃສ ຊານໄຊຍະ, ຮອງລັດຖະມົນຕີ ກະຊວງ ປທສ, ມີຜູ້ຕາງໜ້າຈາກ ສະຖານເອກອັກຄະລັດຖະທູດ ສປ. ຈີນ ປະຈຳ ສປປ ລາວ, ຕາງໜ້າຈາກບັນດາປະເທດສະມາຊິກເຂດລຸ່ມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ຜູ້ຕາງໜ້າຈາກ ສະຖານເອກອັກຄະລັດຖະທູດທີ່ກ່ຽວຂ້ອງ, ບັນດາກະຊວງ/ອົງການທຽບເທົ່າ, ຄະນະກົມ/ທຽບເທົ່າອ້ອມຂ້າງກະຊວງ ປທສ ແລະ ບັນດາພະແນກ ປທສ ແຂວງ/ນະຄອນຫຼວງ ເຂົ້າຮ່ວມ. ໂດຍມີນັກວິທະຍາກອນຈາກ ກະຊວງ ປທສ, ສະຖາບັນຄົ້ນຄວ້າເສດຖະກິດ ແຫ່ງ ສປປ ລາວ ແລະ ສະມາຄົມການຄ້າ ໄອຊີທີ ລາວ ມາຂຶ້ນບັນຍາຍເອກະສານ.
ການຈັດກອງປະຊຸມສຳມະນາໃນຄັ້ງນີ້ ກໍ່ເພື່ອເປັນເວທີການແລກປ່ຽນຄວາມຮູ້ ແລະ ປະສົບການລະຫວ່າງປະເທດເຂດລຸ່ມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ສປ. ຈີນ ກ່ຽວກັບ ຫົວຂໍ້ດັ່ງກ່າວ. ຊຶ່ງໄດ້ຮັບທຶນສະໜັບສະໜູນ ພາຍໃຕ້ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ຂອງລັດຖະບານ ສປ. ຈີນ. ຊຶ່ງເປັນໜຶ່ງໃນຫຼາຍກິດຈະກຳ ທີ່ ສປ. ຈີນ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ແລະ ບັນດາປະເທດ ເຂດລຸ່ມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນປີ 2017 ແລະ 2018. ພ້ອມທັງເປັນການຜັນຂະຫຍາຍ ວິໃສທັດຮອດປີ 2030, ແຜນຍຸດທະສາດ ໄລຍະ 10 ປີ (2016-2025) ແລະ ແຜນພັດທະນາ 5 ປີ ຄັ້ງທີ II (2016-2020) ຂອງຂະແໜງ ປທສ.ການສົນທະນາກ່ຽວກັບການພັດທະນາ ໄອຊີທີ ຂອງພາກພື້ນນີ້ບໍ່ພຽງແຕ່ເປັນການແລກປ່ຽນຄວາມຮູ້ ແລະ ປະສົບການອັນດີລະຫວ່າງກັນແລ້ວ ແຕ່ຍັງເປັນການສົ່ງເສີມສາຍພົວພັນອັນດີລະຫວ່າງປະເທດເພື່ອນບ້ານທີ່ຢູ່ໃນຂົງເຂດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ໃນໂອກາດນີ້, ທ່ານ ທອງໃສ ຊານໄຊຍະ, ຮອງລັດຖະມົນຕີ ກະຊວງ ປທສ ຍັງໄດ້ກ່າວໃນງານວ່າ: “ໃນຍຸກເສດຖະກິດດິຈິຕອນ, ໄອຊີທີ ແລະ ເຕັກໂນໂລຊີດິຈິຕອນ ແມ່ນມີບົດບາດສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງທຸກປະເທດ ພ້ອມກັບນັບມື້ນັບຂະຫຍາຍຕົວ ແລະ ມີຄວາມເກາະກ່າຍຂ້າມຂະແໜງການ. ພວກເຮົາຫວັງຢ່າງຍິ່ງວ່າ ການຮ່ວມມືພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງນີ້ ຈະຂັບເຄື່ອນໃຫ້ບັນລຸເປົ້າໝາຍ ຊຶ່ງຈະເປັນການຊ່ວຍພັດທະນາຂະແໜງການ ໄອຊີທີ ແບບຍືນຍົງໃນອະນຸພາກພື້ນ ເພື່ອໃຫ້ເປັນແຮງຜັກດັນການສ້າງສາ ແລະ ພັດທະນາປະເທດຊາດໂດຍລວມ”. ພ້ອມນີ້ ທ່ານ ຍັງໄດ້ ຊົມເຊີຍ ກະຊວງ ການຕ່ງປະເທດ ຂອງ ສປປ ລາວ ທີ່ໄດ້ຊ່ວຍຊຸກຍູ້ ແລະ ຍາດແຍ່ງກາລະໂອກາດຕ່າງໆ ໃຫ້ບັນດາຂະແໜງການເພື່ອໃຫ້ສາມາດບັນລຸເປົ້າໝາຍແຫ່ງການພັດທະນາຂອງ ປະເທດເຮົາ.
ໃນງານສໍາມະນາດັ່ງກ່າວ, ບັນດານັກສໍາມະນາກອນໄດ້ຮັບຟັງການເຜີຍແຜ່, ປະກອບຄໍາເຫັນ, ແລກປຽ່ນບົດຮຽນ, ປະສົບການທາງດ້ານເຕັກໂນໂລຊີ ແລະ ແນວທາງນະໂຍບາຍຕ່າງໆ, ນິຕິກໍາ ທີ່ຍົກໃຫ້ເຫັນສະພາບການນໍາໃຊ້ ໄອຊີທີ, ທິດທາງ ແລະ ແຜນການຂອງແຕ່ລະປະເທດ. ຊຶ່ງລວມມີຫົວຂໍ້ຕິດພັນກັບ ການພັດທະນາແບບຍືນຍົງ, ເສດຖະກິດ ດິຈິຕອນ (Digital Economy) ແລະ ການຫັນເປັນທັນສະໄໝ (Digital Transformation). ນອກຈາກ 6 ປະເທດ ຈະໄດ້ຂື້ນແລກປ່ຽນບົດຮຽນ ແລ້ວ ຍັງມີແຂກພິເສດມາຮ່ວມສົນທະນາໃນວາລະຂອງການສຳມະນາ ເປັນຕົ້ນແມ່ນ ຈາກ ກະຊວງ ປທສ, ສະຖາບັນຄົ້ນຄ້ວາ ເສດຖະກິດ ແຫ່ງຊາດ ແລະ ສາມາຄົມການຄ້າ ໄອຊີທີ ລາວ ອີກດ້ວຍ.
ຂ່າວ: ກົມແຜນການ ແລະ ການຮ່ວມມື, ປທສ.
ພາບ: ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ