ສຳມະນາ ການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ, ໄອຊີທີ ແລະ ການພັດທະນາລະບົບແຈ້ງເຕືອນໄພພິບັດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 38 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດງານປະຊຸມສຳມະນາກ່ຽວກັບ ການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ, ໄອຊີທີ ແລະ ການສະໜັບສະໜູນໃຫ້ກັບລະບົບແຈ້ງເຕືອນໄພພິບັດຢູ່ ສປປ.ລາວ ຂື້ນໃນວັນທີ 27 ມິຖຸນາ 2019 , ທີ່ໂຮງແຮມ ດອນຈັນພາເລດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ. ສົມໄພວັນ ແສງສຸຣິຍະ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ ມີຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງລັດ, ສະຖາບັນການສຶກສາຕ່າງໆທີກ່ຽວຂ້ອງ ລວມເຖິງບໍລິສັດໂທລະຄົມ ແລະ ບັນດາກົມອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ.
ການຈັດກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່, ແລກປ່ຽນຄວາມຮູ້ ແລະ ປະສົບການ ກ່ຽວກັບການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ, ໄອຊີທີ ແລະ ການພັດທະນາລະບົບແຈ້ງເຕືອນໄພພິບັດ ທາງທຳມະຊາດ ພ້ອມທັງເປັນການສົ່ງເສີມການຫັນເປັນທັນສະໄໝທາງດ້ານດິຈິຕອນ ໃນການຂັບເຄື່ອນ ແລະ ສະໜັບສະໜູນວຽກງານໃນທຸກຂົງເຂດ ປະກອບສ່ວນເຂົ້າໃນການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ເຮັດໃຫ້ຄົນໃນສັງຄົມມີຊີວິດການເປັນຢູ່ທີ່ດີຂຶ້ນ.
ທ່ານ ປອ. ສົມໄພວັນ ແສງສຸຣິຍະ ໄດ້ກ່າວວ່າ: ການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ, ໄອຊີທີ ແມ່ນວຽກງານໜຶ່ງທີ່ສໍາຄັນ ແລະ ຈໍາເປັນ ໃນການຊຸກຍູ້, ສົ່ງເສີມ ໃຫ້ແກ່ວຽກງານຂອງທຸກຂະແໜງການ ທັງພາກລັດ -ເອກະຊົນ ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ມີປະສິດທິພາບ ເພື່ອຫັນເປັນລັດຖະບານທັນສະໄໝ ເທື່ອລະກ້າວ. ໃນປະຈຸບັນ ບັນດາປະເທດທົ່ວໂລກ ກໍ່ຄື ບັນດາປະເທດອາຊຽນ ແມ່ນໄດ້ສຸມໃສ່ພັດທະນາວຽກງານດັ່ງກ່າວ ເພື່ອສົ່ງເສີມທຸກຂະແໜງການໃຫ້ມີການພັດທະນາ ແນ່ໃສ່ຊຸກຍູ້ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບເຂົ້າປະເທດໃຫ້ໄດ້ຫຼາຍຂຶ້ນ”. ຊຶ່ງປະກອບມີເນື້ອໃນຫລັກຄື: ສະພາບ ແລະ ແຜນການພັດທະນາ ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ, ລະບົບ ICT ແລະ ລະບົບຄວາມປອດໄພທາງໄຊເບີ ຢູ່ ສປປ ລາວ, ສະເໜີການພັດທະນາ ແລະ ນຳໃຊ້ລະບົບແຈ້ງເຕືອນໄພພິບັດ ທາງທຳມະຊາດຂອງລາວ. ພ້ອມກັນນັ້ນ, ກໍ່ໄດ້ມີການນຳສະເໜີບົດຮຽນ ຂອງສາກົນ ເປັນ ຕົ້ນແມ່ນ: ການພັດທະນາລະບົບດັ່ງກ່າວ ຢູ່ ສສ ຫວຽດນາມ ແລະ ສ. ເກົາຫລີ ເພື່ອໃຫ້ບັນດານັກສຳມະນາກອນ ສາມາດເຫັນໄດ້ເຖິງຄວາມສຳຄັນ, ຈຳເປັນໃນການພັດທະນາ ແລະ ນຳໃຊ້ລະບົບດັ່ງກ່າວ ເຂົ້າໃນວຽກງານຕົວຈິງ ໃນການເພີ່ມປະສິດທິພາບ ຂອງວຽກງານ ແລະ ໜູນໃຊ້ໃຫ້ເກີດປະໂຫຍດສູງສຸດ. ໃນໂອກາດດຽວກັນ, ກໍໄດ້ມີການແລກປ່ຽນບົດຮຽນ , ປະກອບຄຳຄິດເຫັນ ທີ່ເປັນປະໂຫຍດໃນການພັດທະນາ, ສົ່ງເສີມການນຳໃຊ້ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ໃຫ້ກ້ວາງຂວາງ ແລະ ມີປະສິດທິຜົນສູງສຸດ.
ຂ່າວ: ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ປທສ.
ພາບ: ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ