ສຳມະນາ ນະໂຍບາຍ ແລະ ລະບຽບການເພື່ອສົ່ງເສີມສະພາບແວດລ້ອມ ການນຳໃຊ້ລະບົບຄລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 55 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດງານກອງປະຊຸມສຳມະນາກ່ຽວກັບ ນະໂຍບາຍ ແລະ ລະບຽບການເພື່ອສົ່ງເສີມສະພາບແວດລ້ອມ ໃນການນຳໃຊ້ລະບົບຄລາວ (Aligning Public Policy and Regulation Framework to Promote Cloud Computing Environment) ໃນກຸ່ມປະເທດອາຊຽນ ຮ່ວມກັບຍີ່ປຸ່ນ ຂື້ນ ໃນວັນທີ 20 ມີຖຸນາຜ່ານມານີ້, ທີ່ໂຮງແຮມ ລາວພຣາຊາ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍອີເລັກໂຕຣນິກ, ກະຊວງ ປທສ ມີຜູ້ຕາງໜ້າຈາກບັນດາສະມາຊິກປະເທດອາຊຽນ, ຊ່ຽວຊານຍີ່ປຸ່ນ, ບັນດາກະຊວງ/ອົງການທຽບເທົ່າ, ບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມ ແລະ ພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ.
ທ່ານ ປອ. ທະວີສັກ ມະໂນທັມ ໄດ້ກ່າວວ່າ: ງານສຳມະນາໃນຄັ້ງນີ້, ນອນໃນກິດຈະກຳຂອງໂຄງການຮ່ວມມືອາຊຽນ ເຊິ່ງສະໜັບສະໜູນໂດຍ JAIF ຫຼື Japan ASEAN Integration Fund ຊຶ່ງມີ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ເປັນຜູ້ດຳເນີນໂຄງການ. ສະນັ້ນ, ເປັນທີ່ຮູ້ກັນດີແລ້ວວ່າ, ປະຈຸບັນວຽກງານໄອຊີທີ ແມ່ນມີບົດບາດສຳຄັນໃນການມີສ່ວນຮ່ວມພັກດັນ ໃຫ້ເສດຖະກິດ ມີການຈະເລີນເຕີບໂຕ, ໃນຂະນະທີ່ຫຼາຍໆ ປະເທດກຳລັງກະກຽມການຫັນປ່ຽນໄປສູ່ສັງຄົມ ແລະ ເສດຖະກິດດິຈິຕອນ. ດັ່ງນັ້ນ, ພວກເຮົາ ຈຶ່ງເຫັນວ່າ ຍັງມີຊ່ອງວ່າງ ຫຼື ຄວາມແຕກໂຕນລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ໂດຍສະເພາະແມ່ນ ໃນການກ້າວເຂົ້າສູ່ຍຸກດິຈິຕອນ ແລະ ການພັດທະນາການບໍລິການດ້ານຕ່າງໆ. ສະນັ້ນ, ຈຶ່ງໄດ້ປຶກສາຫາລືກັນ ຫາວິທີທາງໃນການ ກ້າວໄປຫາເປົ້າໝາຍ (1) ການສ້າງລະບົບຄລາວທີ່ເປັນອັນໜຶ່ງອັນດຽວ ແລະ ສາມາດເຊື່ອມໂຍງກັນໄດ້ພາຍໃນກຸ່ມປະເທດອາຊຽນ; (2). ການກຳນົດ ມາດຕະຖານ ບໍ່ວ່າຈະເປັນທາງດ້ານເຕັກໂນໂລຊີ, ຂໍ້ກຳນົດ ແລະ ນະໂຍບາຍຕ່າງໆ; ພ້ອມທັງການເບິ່ງສະພາບເຕັກໂນໂລຊີຂອງແຕ່ລະປະເທດສະມາຊິກອາຊຽນ ເພື່ອແນໃສ່ການປັບຕົວໃຫ້ສອດຄ່ອງກັບແຜນຍຸດທະສາດການພັດທະນາສິນຄ້າຂອງຜູ້ໃຫ້ບໍລິການ.
ໃນໂອກາດດຽວກັນນີ້, ນອກຈາກການແລກປ່ຽນຂໍ້ມູນ ທາງດ້ານສະພາບການນຳໃຊ້ລະບົບຄລາວ ແລະ ຂໍ້ກຳນົດນະໂຍ ບາຍຂອງແຕ່ລະປະເທດແລ້ວ ຍັງມີຊ່ຽວຊານຈາກປະເທດຍີ່ປຸ່ນ ທັງພາກລັດ - ເອກະຊົນ ໄດ້ຮ່ວມແບ່ງປັນປະສົບການ ແລະ ຂໍ້ຄິດຕ່າງໆໃຫ້ແກ່ບັນດາປະເທດອາຊຽນ ເພື່ອຊ່ວຍຊຸກຍູ້ໃຫ້ແຕ່ລະປະເທດສາມາດວາງ ຂໍ້ກຳນົດ ແລະ ນະໂຍບາຍ ທີ່ ສອດຄ່ອງ, ຖືກຕ້ອງ ແນໃສ່ການເຊື່ອມໂຍງທາງດ້ານເຕັກໂນໂລຊີ ໂດຍສະເພາະແມ່ນ ລະບົບຄລາວໃນພາກພື້ນ. ຊຶ່ງຊ່ຽວ ຊານຍີ່ປຸ່ນ ກໍ່ໄດ້ມີການນຳສະເໜີ ກ່ຽວກັບ ສະພາບການນຳໃຊ້ລະບົບຄລາວໃນປະເທດຍີ່ປຸ່ນ, ເຕັກໂນໂລຊີຄລາວໃໝ່ໆ ທີ່ກໍາລັງໄດ້ຮັບຄວາມນິຍົມໃນສາກົນ ແລະ ຍັງໄດ້ໃຫ້ຂໍ້ຄິດ, ແນະນຳແນວທາງໃນການ ຮ່ວມມືພັດທະນາການສະພາບແວດລ້ອມຂອງການນຳໃຊ້ລະບົບຄລາວຢູ່ໃນອາຊຽນ. ນອກນີ້, ກໍ່ໄດ້ປຶກສາຫາລືກັນກ່ຽວກັບ ການພັດທະນາແພັດຟອມລະບົບ ຄລາວໃນ 10 ປະເທດອາຊຽນ ແລະ ຍີ່ປຸ່ນ, ມີການແລກປ່ຽນ ຄໍາຄິດເຫັນກ່ຽວກັບຜົນປະໂຫຍດທີ່ສາມາດໄດ້ຮັບ ໃນການ ສ້າງລະບົບດັ່ງກ່າວ ແລະ ຂໍ້ສະເໜີ ໃນການກໍານົດສະພາບແວດລ້ອມໃນການພັດທະນາລະບົບຄລາວໃຫ້ສອດຄ່ອງກັນລະ ຫວ່າງ ພາກລັດ ແລະ ເອກະຊົນ ເພື່ອໝູນໃຊ້ເຂົ້າໃນວຽກງານໃຫ້ເກີດປະສິດທິຜົນສູງສຸດ. ໃນຕອນທ້າຍ, ທ່ານປະທານຍັງເນັ້ນໜັກ ໃຫ້ທຸກພາກສ່ວນສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ໄດ້ຕັ້ງໃວ້ຮ່ວມກັນ.
ຂ່າວ: ສູນບໍລິຫານລັດດ້ວຍເອເລັກໂຕຣນິກ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ