ຝຶກອົບຮົມ ກໍານົດຕົວປ່ຽນ, ວິທີການສໍາຫຼວດ, ວິເຄາະ ແລະ ນໍາໃຊ້ຫຼັກການສຶກສາສະພາບການແຂ່ງຂັນໃນຕະຫຼາດໂທລະຄົມມະນາຄົມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 41 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປີດຊຸດຝຶກອົບຮົມໃນຫົວຂໍ້: ພື້ນຖານການກໍານົດຕົວປ່ຽນ, ວິທີການສໍາຫຼວດ, ວິເຄາະ ແລະ ນໍາໃຊ້ຫຼັກການສຶກສາສະພາບການແຂ່ງຂັນໃນຕະຫຼາດໂທລະຄົມມະນາຄົມ ຂຶ້ນໃນລະຫວ່າງວັນທີ 13-17 ພຶດສະພາ 2019, ທີ່ຕຶກສະຖາບັນສະຖາບັນເຕັກໂລຊີການສື່ສານຂໍ້ມູນຂ່າວສານ. ພາຍໃຕ້ການເປັນປະທານ ແລະ ກ່າວເປີດໂດຍ ທ່ານ ບັນຈົງ ເພັດສີແດງ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ກະຊວງ ປທສ ມີບັນດາທ່ານຫົວໜ້າກົມ/ທຽບເທົ່າ, ຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ. ໂດຍມີນັກວິທະຍາກອນ ຈາກສູນຄົ້ນຄວ້ານະໂຍບາຍພັດທະນາວິສາຫະກິດ ແລະ ການເຊື່ອມໂຍງສາກົນ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ທ່ານ ປອ ພັນປະກິດ ອ່ອນພັນລາດາ ແລະ ຄະນະຜູ້ຊ່ວຍ.
ການຈັດຝຶກອົບຮົມໃນຄັ້ງນີ້, ກໍ່ເພື່ອສ້າງຄວາມເຂັ້ມແຂງ, ສ້າງຄວາມເຂົ້າໃຈ ແລະ ທັກສະໃນການສຳຫຼວດ, ເກັບກຳຂໍ້ມູນ ຮູ້ທີການກຳນົດກຸ່ມເປົ້າໝາຍສຳລັບການລົງສຳຫຼວດ, ວີທີການສ້າງແບບສອບຖາມສຳລັບແຕ່ລະກຸ່ມເປົ້າໝາຍ ພ້ອມທັງການລົງຢາຍແບບສອບຖາມ ແລະ ຄຳຖາມສຳພາດ, ການສັງລວມວິເຄາະຂໍ້ມູນເພື່ອເຮັດເປັນບົດລາຍງານຜົນການສຳຫຼວດ ຫຼື ຜົນການວິໄຈ. ພ້ອມດຽວກັນນີ້, ຍັງໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນຊື່ງ ແລະ ກັນ ມີການຕັ້ງຄຳຖາມ-ຕອບຄຳຖາມ ມີການຄົ້ນຄິດແບບວິທະຍາ ແລະ ມີການໂຕ້ວາທີແລກປ່ຽນບົດຮຽນຕະຫຼອດໃນໄລຍະ 5 ວັນ ຊຶ່ງປະກອບດ້ວຍ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈີງໄປພ້ອມໆກັນ.
ຜ່ານການຈັດຝຶກອົບຮົມໃນຄັ້ງນີ້ເຫັນໄດ້ວ່າ ສາມາດບຸກທະລຸທາງດ້ານຈິນຕະນາການເກົ່າໄປເປັນອັນໃໝ່ທີ່ສາມາດນຳໃຊ້ຢ່າງເປັນຮູບປະທຳ, ຊື່ງສະແດງອອກ ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈຕໍ່ກັບທິດສະດີ, ບັນດາວິທີການຕ່າງໆ ກ່ຽວກັບການວິເຄາະຂໍ້ມູນຈາກການລົງສຳຫຼວດເປັນຢ່າງດີ ແລະ ສາມາດນຳໄປສືບຕໍ່ຜັນຂະຫຍາຍປະຍຸກເຂົ້າໃນໜ້າທີ່ວຽກດ້ານການເກັບກຳ ແລະ ສຳຫຼວດຂໍ້ມູນຕ່າງໆໃນຂອບເຂດວຽກຂອງຕົນຢ່າງມີປະສິດທິພາບຂື້ນກວ່າເກົ່າ.
ພາບ+ຂ່າວ: ອົງການດັດສົມໂທລະຄົມມະນາຄົມ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ