ປທສ ເປີດການນຳໃຊ້ລະບົບຫ້ອງການທັນສະໄໝ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 51 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 15 ມີນາ ຜ່ານມານີ້, ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບບໍລິສັດ VNPT ຂອງປະເທດ ສສ ຫວຽດນາມ ໄດ້ຈັດພິທີເປີດການນຳໃຊ້ລະບົບຫ້ອງການທັນສະໄໝ ຫຼື eOffice ຂື້ນທີ່ ໂຮງແຮມ ລາວພຣາຊ່າ, ນະຄອນຫຼວງວຽງຈັນ. ເຊິ່ງໄດ້ຮັບກຽດເປັນປະທານເປີດງານໂດຍ ທ່ານ ປອ. ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ປທສ ມີຄະນະຜູ້ບໍລິຫານຈາກບໍລິສັດ VNPT ຂອງປະເທດ ສສ ຫວຽດນາມ, ຄະນະກົມ/ທຽບເທົ່າ, ບັນດາກະຊວງ ,ຫ້ອງການລັດ, ບໍລິສັດ ໂທລະຄົມ ແລະ ສະຖາບັນການສືກສາຕ່າງໆ ເຂົ້າຮ່ວມ.
ທ່ານ ທັນສະໄໝ ກົມມະສິດ ໄດ້ກ່າວວ່າ: ໃນນາມເປັນຜູ້ຄຸ້ມຄອງມະຫາພາກ ດ້ານວຽກງານຫັນໃຫ້ເປັນທັນສະໄໝ ແລະ ດິຈິຕອນຂອງລັດຖະບານ ໄດ້ສ້າງແຜນຮ່ວມມືກັບ ບໍລິສັດ VNPT ຂອງປະເທດ ສສ ຫວຽດນາມ ໃນປີ 2015, ຈຸດປະສົງຂອງໂຄງການແມ່ນເພື່ອພັດທະນາລະບົບຫ້ອງການທັນສະໄໝ ຫຼື E-Office System ຂອງ ກະຊວງ ປທສ ແລະ ການສ້າງເປັນລະບົບໂຕແບບຂອງການນຳໃຊ້ຂອງບັນດາກະຊວງ ແລະ ຫ້ອງການລັດຕ່າງໆ ໃນການຫັນເປັນທັນສະໄໝ ແລະ ດິຈິຕອນ. ເຊິ່ງໝາກຜົນຂອງການຮ່ວມມືຂອງທັງສອງຝ່າຍແມ່ນໄດ້ ສຳເລັດການພັດທະນາລະບົບຫ້ອງການທັນສະໄໝ (eOffice) ຂອງກະຊວງ ປທສ ເຊິ່ງລວມມືລະບົບຕ່າງໆຄື:
- ລະບົບຄຸ້ມຄອງ ແລະ ຈັດເກັບເອກະສານ ທີ່ສາມາດ ຕິດຕາມເອກະສານຂາເຂົ້າ-ຂາອອກ, ການຄົ້ນຫາເອກະສານ (Document Management) ທີ່ສາມາດຕິດຕາມເອກະສານຂາເຂົ້າ-ຂາອອກ, ການຄົ້ນຫາເອກະສານ ແລະ ການລາຍງານເອກະສານ ໃນແຕ່ລະໄລຍະໄດ້.
- ລະບົບຄຸ້ມຄອງການມອບວຽກງານ (Job/Task Management) ແມ່ນການປະຕິບັດຫນ້າທີ່ ຕັ້ງແຕ່ການກຳນົດໜ້າວຽກຈົນເຖີງລາຍງານຜົນສຳເລັດຂອງການປະຕິບັດວຽກງານ.
- ລະບົບສ້າງວຽກງານສະເພາະກິດໃດຫນື່ງ (Personal Work profile Management System) ທີ່ສາມາດສ້າງແຟ້ມເອກະສານວຽກງານສະເພາະກິດໃດໜື່ງ ແລະ ແບ່ງປັນ ຫຼື ໂອນຍ້າຍຂໍ້ມູນເອກະສານ ໃຫ້ກັບບຸກຄົນອື່ນໄດ້.
- ລະບົບການຕາຕະລາງການເຄື່ອນໄຫວຂອງຫ້ອງການ (Department Schedule) ເພື່ອສ້າງຕາຕະລາງເຄື່ອນໄຫວ ທີ່ສາມາດແຈ້ງບອກການເຄື່ອນໄຫວອັນສຳຄັນຂອງຫ້ອງການໃຫ້ແກ່ພະນັກງານໄດ້ຮັບຮູ້ ແລະ ເຂົ້າຮ່ວມຕາມການນັດໝາຍ.
- ລະບົບຄຸ້ມຄອງ ແລະ ບໍລິຫານຫ້ອງປະຊຸມ (Meeting Room Management) ໃຊ້ເພື່ອຈັດການຫ້ອງ ຫຼື ແກ້ໄຂຂໍ້ມູນຫ້ອງປະຊຸມທີ່ມີຢູ່ ແລະ ສາມາດໃຊ້ລະບົບນີ້ເພື່ອຈອງຫ້ອງປະຊູມທີ່ມີຢູໃນກົມ ແລະ ພາກສ່ວນອື່ນໄດ້ອີກດ້ວຍ.
- ລະບົບສົນທະນາພາຍໃນຫ້ອງການ (Chatting System) ເພື່ອສື່ສານສົນທະນາແບບຂໍ້ຄວາມພາຍໃນອົງກອນ, ສາມາດສ້າງເປັນກຸ່ມສົນທະນາສະເພາະພາຍໃນຫ້ອງການ ຫລື ຫຼາຍພາກສ່ວນ ທີ່ມີລາຍຊື່ໃນລະບົບໄດ້ເຊັ່ນດຽວກັນ.
ລະບົບຫ້ອງການທັນສະໄໝ ແມ່ນຖືກນຳໃຊ້ຢູ່ທຸກກົມ/ທຽບເທົ່າ ຂອງ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ. ປະຈຸບັນມີເອກະສານຖືກບັນທຶກເຂົ້າໃນລະບົບທັງໝົດ ຫຼາຍກວ່າ 3,000 ສະບັບ. ເຊິ່ງຜ່ານການນຳໃຊ້ລະບົບດັ່ງກ່າວ ເຮັດໃຫ້ການຈັດເກັບ ແລະ ຄຸ້ມຄອງ ເອກະສານເຂົ້າ-ອອກ ຂອງບັນດາກົມ/ທຽບເທົ່າ ເປັນລະບົບ ແລະ ທັນສະໄໝຫຼາຍຂຶ້ນ, ສາມາດຕິດຕາມການຮັບ-ສົ່ງເອກະສານ, ສາມາດລາຍງານເອກະສານເຂົ້າ-ອອກປະຈຳວັນ ຜ່ານທາງລະບົບມືຖື. ນອກຈາກນັ້ນ, ການປະຍຸກນຳໃຊ້ລະບົບຫ້ອງການທັນສະໄໝ ຍັງເປັນການຍົກລະດັບຄວາມຮູ້ດ້ານການນຳໃຊ້ເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ແລະ ການຫັນເປັນທັນສະໄໝ ໃຫ້ກັບພະນັກງານລັດຖະກອນ ຂອງກະຊວງ ເຊິ່ງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ທີ່ຖືເອົາວຽກງານດັ່ງກ່າວ ເປັນໜ້າທີ່ບູລິມະສິດ ໃນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ, ທັງເປັນເຄື່ອງມືອັນຕົ້ນຕໍ ໃນການເລັ່ງລັດການພັດທະນາ, ການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງຊາດ.
ໃນຕໍ່ໜ້າຂອງ ກະຊວງ ປທສ ແມ່ນການຂະຫຍາຍການນຳໃຊ້ ລະບົບຫ້ອງການທັນສະໄໝ ໄປຫາບັນດາພະແນກການຂອງຂະແໜງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ທັງສູນກາງ ແລະ ທ້ອງຖິ່ນ ແນໃສ່ການຫັນເປັນການບໍລິການຫ້ອງການໃຫ້ທັນສະໄໝ ແລະ ສ້າງໄດ້ຕົວແບບຂອງການຊົມໃຊ້ ໃຫ້ແກ່ບັນດາກະຊວງ ແລະ ຫ້ອງການລັດຕ່າງໆ ພ້ອມທັງກຽມຄວາມພ້ອມຂອງການຂະຫຍາຍ ແລະ ຊຸກຍູ້ໃຫ້ມີການຊົມໃຊ້ລະບົບດັ່ງກ່າວ ໃຫ້ແຜ່ຫຼາຍໃນຕໍ່ໜ້າ.
ຂ່າວ: ສູນບໍລິຫານລັດດ້ວຍເອເລັກໂຕຣນິກ
ພາບ: ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ