ທ່ານ ທັນສະໄໝ ກົມມະສິດ ເຂົ້າຮ່ວມງານວາງສະແດງໂທລະສັບມືຖືລະດັບໂລກ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 42 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ປອ. ທັນສະໄຫມ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະໄດ້ເດີນທາງໄປເຂົ້າຮ່ວມງານ ວາງສະແດງໂທລະສັບມືຖືລະດັບໂລກ (2019 Mobile World Congress (MWC 2019)) ທີ່ເມືອງ ບາເຊໂລນາ, ປະເທດ ສະເປນ, ໃນລະຫວ່າງວັນທີ 24-28 ກຸມພາ 2019 ນີ້ທີ່ຈັດຂຶ້ນໂດຍ ສະມາຄົມ ມືຖືໂລກ GSMA.
ໃນການເຂົ້າຮ່ວມງານໃນຄັ້ງນີ້, ທ່ານ ປອ. ທັນສະໄໝ ກົມມະສິດ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ (Ministerial Program) ເພື່ອປຶກສາຫາລື ກ່ຽວການເພີ່ມຂຶ້ນຂອງພົນລະເມືອງຍຸກດິຈິຕອນ, ນະໂຍບາຍທັນສະໄໝ ແລະ ນະວັດຕະກໍາ ສໍາລັບພົນລະເມືອງຍຸກດິຈິຕອນ ໂດຍຈັດຂຶ້ນພາຍໃຕ້ຫົວຂໍ້: “ການເຊື່ອມຕໍ່ທີ່ທັນສະໄໝ (Connectivity Intelligence)” ມີບັນດາຜູ້ແທນລັດຖະມົນຕີເຂົ້າຮ່ວມກວ່າ 2000 ຄົນ ຈາກທັງໝົດ 151 ປະເທດທົ່ວໂລກ ແລະ 30 ອົງກອນຈາກທົ່ວໂລກ. ຄຽງຄູ່ກັບກອງປະຊຸມລັດະມົນຕີ ຍັງມີກອງປະຊຸມສໍາມະນາບັນດາຜູ້ແທນຈາກອົງການດັດສົມ ແລະ ຜູ້ປະກອບການ ໃນການແລກປ່ຽນສະພາບການພັດທະນາ. ພ້ອມນີ້, ຍັງໄດ້ຮັບຟັງການຄາດຄະເນສໍາລັບອຸດສາຫະກໍາຂອງປີ 2020, ຜົນດີ, ຜົນຮ້າຍຂອງການນໍາໃຊ້ 5 G ຕໍ່ລະບົບເສດຖະກິດ, ປະສົບການ, ຄວາມເຂົ້າໃຈເຖິງຜົນກະທົບຕໍ່ການເລືອກໃຊ້ນະໂຍບາຍຂອງຕົນ ແລະ ຮຽນຮູ້ການນໍາເອົາດິຈິຕອນ ເຂົ້າສູ່ພົນລະເມືອງຂອງຕົນ ໂດຍມີນັກສໍາມະນາກອນຈາກບັນດາບໍລິສັດໂທລະຄົມ ມາບັນຍາຍແຜນການພັດທະນາ ແລະ ຜົນກະທົບໃນການຫັນປ່ຽນຍຸກດິຈິຕອນຕໍ່ທຸລະກິດ, ເສດຖະກິດ ແລະ ອຸດສາຫະກໍາທົ່ວໂລກ ເພື່ອໃຫ້ສາມາດຮັບຮູ້ເຖິງການຫັນປ່ຽນຂອງເຕັກໂນໂລຊີທີ່ວ່ອງໄວ ແລະ ທັນສະໄໝ ຊຶ່ງຈະເປັນເຄື່ອງມືຊ່ວຍໃນການກະກຽມ ການຄຸ້ມຄອງດັດສົມແຕ່ລະໄລຍະ.
ໃນການເຂົ້າຮ່ວມງານໃນຄັ້ງນີ້, ທ່ານລັດະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຊົມບັນດາຜະລິດພັນ ໄອຊີທີທີ່ບໍລິສັດຊັ້້ນນໍາຈາກທົ່ວໂລກ ນໍາມາວາງສະແດງ ແລະ ນຳສະເຫນີ ນະວັດຕະກໍາອັນໃຫມ່ທາງດ້ານໄອຊີທີ ເປັນຕົ້ນ: ສິ້ນຄ້າ, ການບໍລິການເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ລະບົບເຄື່ອຂ່າຍ 5 ຈີ, ອິນເຕີເນັດຄວາມໄວສູງ, ປັນຍາປະດິດ (AI) ແລະ ອຶ່ນໆ. ນອກນີ້, MWC ຍັງເປັນງານທີ່ເປີດໂອກາດໃຫ້ບັນດາ ບໍລິສັດ ຂົງເຂດໂທລະຄົມໄດ້ພົບປະ, ແລກປ່ຽນການຮ່ວມມື, ການລົງທຶນ ພ້ອມທັງ ເປັນບ່ອນເຕົ້າໂຮມ ແລະ ນຳສະເໜີ ບັນດາຜະລິດຕະພັນທີ່ ໜ້າດືງດູດລູກຄ້າ. ງານວາງສະແດງປະກອບມີ 107,000 ພາກສ່ວນເຂົ້າຮ່ວມຈາກ 205 ປະເທດ, ມີ 2,400 ບູດວາງສະແດງ ແລະ 3,500 ສື່ໂຄສະນາ ຈາກຕ່າງປະເທດ.
ຂ່າວ: ຫ້ອງການກະຊວງ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ