ປທສ ປະກາດແຕ່ງຕັ້ງຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຼນິກໃໝ່
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 46 ຄັ້ງ | ເວລາ | 2024-12-22 00:00:00
ໃນຕອນເຊົ້າຂອງວັນພຸດ, ວັນທີ 16 ມັງກອນ ຜ່ານມານີ້, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ(ປທສ) ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຼນິກ, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍເປັນປະທານ ຂອງ ທ່ານ ທອງໃສ ຊານໄຊຍະ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ/ທຽບເທົ່າ, ບັນດາຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານອ້ອມຂ້າງເຂົ້າຮ່ວມ.
ທ່ານ ນາງ ວັນນາ ພົມມະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ໃຫ້ກຽດອ່ານຜ່ານຂໍ້ຕົກລົງຂອງ ທ່ານ ລັດຖະມົນຕີ ກະຊວງ ປທສ ສະບັບເລກທີ 022/ປທສ, ລົງວັນທີ 10 ມັງກອນ 2019 ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ສົມໄພວັນ ແສງສຸຣິຍະ ແລະ ທ່ານ ນາງ ຈິດຕະພອນ ຈັນສິລິລາດ ເປັນຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຼນິກ. ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີໄດ້ໃຫ້ກຽດໂອ້ລົມພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ໄດ້ກ່າວເນັ້ນຕື່ມ ໃຫ້ຜູ້ຖືກແຕ່ງຕັ້ງໃນຄັ້ງນີ້ໃຫ້ ເອົາໃຈໃສ່ເພີ່ມທະວີຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກ່ວາເກົ່າ, ປະຕິບັດຕົນໃຫ້ກາຍເປັນແບບຢ່າງທີ່ດີຂອງພະນັກງານ, ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານເປັນຕົ້ນແມ່ນ ທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການເຮັດວຽກຂອງຕົນ ໃຫ້ສາມາດຊີ້ນຳ-ນຳພາການປະຕິບັດວຽກງານຂອງຕົນຮັບຜິດຊອບ, ຫຼີກເວັ້ນພະຍາດອາຍາສິດ ບໍ່ຫຼີ້ນພັກຫຼີ້ນພວກ, ມີສະຕິສູງໃນການເຄື່ອນໄຫວດຳລົງຊີວິດຂອງຕົນ ແລະ ໃຫ້ຖືເອົາຄວາມສາມັກຄີພາຍໃນ ເປັນໝາກຫົວໃຈຂອງການເຮັດວຽກໃນການຊີ້ນຳ-ນຳພາວຽກງານຂອງຕົນ. ພ້ອມດຽວກັນນັ້ນ ທ່ານ ຮອງລັດຖະມົນຕີ ຍັງໄດ້ໃຫ້ທິດທາງໃນການປະຕິບັດວຽກງານ ແລະ ແບບແຜນການດຳລົງຊີວິດຕົວຈິງແກ່ຜູ້ເຂົ້າຮ່ວມກອງປະຊຸມຕື່ມອີກ.
ພາຍຫຼັງ ທ່ານຮອງລັດຖະມົນຕີໄດ້ໃຫ້ຄຳໂອວາດແລ້ວ, ທ່ານ ປອ ສົມໄພວັນ ແສງສຸຣິຍະ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຼນິກ ຕາງໜ້າຜູ້ຖືກແຕ່ງຕັ້ງ ຂຶ້ນກ່າວຮັບຄຳໂອວາດ ແລະ ໜ້າທີ່ ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ຄຳໂອວາດຂອງ ທ່ານຮອງລັດຖະມົນຕີ ເພື່ອນຳໄປຜັນຂະຫຍາຍ ໃນໜ້າທີ່ວຽກງານຂອງຕົນ ໃຫ້ມີປະສິດທິຜົນສູງສຸດ.
ແຫຼ່ງ: ກຊ ປທສ / 18/01/2019
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ