ປທສ ສະເໜີຮ່າງກົດໝາຍວ່າດ້ວຍ ລາຍເຊັນເອເລັກໂຕຣນິກ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 58 ຄັ້ງ | ເວລາ | 2024-12-24 00:00:00
ທ່ານ ທັນສະໄໜ ກົມມະສິດ ລັດຖະມົນຕີກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໃຫ້ຮູ້ ໃນໂອກາດສະເໜີຮ່າງກົດໝາຍ ວ່າດ້ວຍລາຍເຊັນເອເລັກໂຕຣນິກ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 12 ທັນວາ ນີ້ວ່າ: ຮ່າງກົດໝາຍ ປະກອບມີ ທັງໝົດ 13 ພາກ ແລະ 82 ມາດຕາ ເພື່ອຄຸ້ມຄອງ, ເກັບກຳ, ສົ່ງເສີມການນຳໃຊ້ລາຍເຊັນເອເລັກໂຕຣນິກ, ເຮັດໃຫ້ການນຳໃຊ້, ການບໍລິການມີຄວາມຖືກຕ້ອງ, ໄດ້ມາດຕະຖານ ແນໃສ່ສ້າງຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ, ປອດໄພ, ຍຸຕິທໍາ ຕໍ່ຜູ້ບໍລິການ, ຜູ້ໃຊ້ບໍລິການໃນຂົງເຂດການຄ້າ, ການເງິນ ແລະ ບໍລິການທາງອິນເຕີເນັດອື່ນໆ. ອີກທັງເປັນການ ຜັນຂະຫຍາຍ, ຮອງຮັບກົດໝາຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກົດໝາຍປົກປ້ອງຂໍ້ມູນຂ່າວສານຜ່ານອິນເຕີເນັດ, ດຳລັດວ່າດ້ວຍສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ ໃຫ້ສາມາດປະຕິບັດໄດ້ຢ່າງສະດວກ ຮັບປະກັນຄວາມປອດໄພ ເພື່ອຊຸກຍູ້ໃຫ້ການຄ້າເອເລັກໂຕຣນິກ (e-Commerce) ໃຫ້ສາມາດຂະຫຍາຍຕົວ, ເຊື່ອມໂຍງກັບສາກົນໄດ້, ສົ່ງເສີມການຫັນການບໍລິຫານ, ບໍລິການຂອງພາກລັດ ໄປສູ່ລະບົບເອເລັກໂຕຣນິກໄດ້ຢ່າງມີປະສິດທິພາບ, ຮັບປະ ກັນຄວາມປອດໄພຂອງຂໍ້ມູນຂ່າວສານພາກລັດ, ສ້າງເງື່ອນໄຂໃຫ້ພາກທຸລະກິດ ສາມາດດຳເນີນທຸລະກິດໄດ້ຢ່າງສະ ດວກ, ປະຫຍັດ ແລະ ປອດໄພ.
ພ້ອມກັນນີ້, ໃນຮ່າງກົດໝາຍສະບັບນີ້ ປະກອບດ້ວຍ 2 ປະເພດ ຄື: ລາຍເຊັນເອເລັກໂຕຣນິກ ພື້ນຖານ ແລະ ລາຍເຊັນດີຈີຕອນ. ດ່ັງນັ້ນ, ຈຳເປັນຕ້ອງມີເຄື່ອງມືໃນການຄຸ້ມຄອງລວມສູນ, ມີຜູ້ໃຫ້ບໍລິການຮັບຮອງລາຍເຊັນເອເລັກໂຕຣນິກສະເພາະຢູ່ ສປປ ລາວ ເພື່ອໃຫ້ວຽກງານດັ່ງກ່າວມີການເຄື່ອນໄຫວຢ່າງຖືກຕ້ອງ, ສາມາດຄຸ້ມຄອງໄດ້, ມີຄວາມປອດໄພ ສາມາດເປັນບ່ອນອີງໃນການສ້າງເຄື່ອງມື ຈັດຕັ້ງປະຕິບັດການຄຸ້ມຄອງ ວຽກງານລາຍເຊັນເອເລັກໂຕຣນິກ ແລະ ສ້າງຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຢູ່ ສປປ ລາວ ໃຫ້ທຸກຂະແໜງການ ສາມາດນຳໃຊ້ລະບົບການຮັບຮອງລາຍເຊັນເອເລັກໂຕຣນິກ ທີ່ເປັນຂອງລາວ ແລະ ຕັ້ງຢູ່ລາວ ເພື່ອຮັບປະກັນຄວາມປອດໄພ ໃນການສົ່ງ-ຮັບເອກະສານຂອງພາກລັດ ແລະ ປະຊາຊົນ ໂດຍສະເພາະວຽກງານປກສ, ປກຊ, ວຽກງານການເງິນ, ທະນາຄານ, e-Passport, e-VISA ແລະ ອື່ນໆ, ອຳນວຍຄວາມສະດວກ ໃນການເຮັດທຸລະກິດຜ່ານອີນເຕີເນັດ ໂດຍສະເພາະທຸລະກໍາການເງີນ, ການຄ້າທາງເອເລັກໂຕຣນິກໃຫ້ມີການຂະຫຍາຍຕົວຫຼາຍຂຶ້ນ, ສ້າງຄວາມເຊື່ອໝັ້ນໃນການລົງທືນຂອງນັກທຸລະກິດທັງພາຍໃນແລະຕ່າງປະ ເທດ, ປະຢັດງົບປະມານລາຍຈ່າຍສໍາລັບຜູ້ຊົມໃຊ້ ແລະ ສາມາດສ້າງລາຍຮັບເຂົ້າລັດ, ເຮັດໃຫ້ມີຄວາມໂປ່ງໃສ ກວດສອບໄດ້ ຊ່ວຍປ້ອງກັນການ ສໍ້ລາດບັງຫຼວງ.
ກະຊວງ ປທສ ຈຶ່ງໄດ້ນຳເອົາເນື້ອໃນ ມາປັບປຸງໃຫ້ສອດຄ່ອງກັບສະພາບການພັດທະນາເຕັກໂນໂລຊີທີ່ທັນສະໄໝ ແລະ ໃຫ້ສອດຄ່ອງກັບຄວາມຈໍາເປັນໃນປະຈຸບັນໂດຍໄດ້ຜ່ານຂັ້ນຕອນການສ້າງກົດໝາຍ ແລະ ມີການເຂົ້າຮ່ວມປະກອບຄຳຄິດຄຳເຫັນຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີເນື້ອໃນສົມບູນ
ຂ່າວ: ຫ້ອງການ, ພະແນກປະຊາສໍາພັນ. / 14/12/2018
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ