ທ່ານ ທັນສະໄໝ ກົມມະສິດເຂົ້າຮ່ວມກອງປະຊຸມລັດຖະມົນຕິໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ ໄອຊີທີ ຄັ້ງທີ 18
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 48 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ປອ. ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ນຳພາ ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕິ ໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານໄອຊີທີ ຂອງປະເທດອາຊຽນ ຄັ້ງທີ 18 ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້, ທີ່ເມືອງບາຫຼີ, ປະເທດອິນໂດເນເຊຍ ເພື່ອປຶກສາຫາລືວຽກງານປະຈໍາປີຂອງຂະແໜງການ ໄອຊີທີ ໃນປະເທດອາຊຽນ ພາຍໃຕ້ຫົວຂໍ້ ລະບົບຄວາມ ສົມດູນທາງດີຈິຕອນ ໃນອາ ນາຄົດ ເພື່ອການພັດທະນາຂອງອາຊຽນ. ໃນກອງປະຊຸມໄດ້ປຶກສາຫາລື ແລະ ຕົກລົງເປັນເອກະພາບ ຄື: ໄດ້ປະເມີນຜົນສຳ ເລັດຂອງການຈັດຕັ້ງປະຕິບັດ ແຜນແມ່ບົດໄລຍະກາງສະໄໝ ຂອງແຜນແມ່ບົດເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ 2020 ທີ່ຈະສ້າງໃຫ້ອາຊຽນເປັນເສດຖະກິດດີຈິຕອນ ຊຶ່ງເຫັນໄດ້ວ່າທຸກປະເທດ ມີຄວາມເອົາໃຈໃສ່ໃນການຈັດຕັ້ງ ປະຕິບັດແຜນແມ່ບົດ ໂດຍສະເພາະແມ່ນການພັດທະນາ ແລະ ຂະຫຍາຍພື້ນຖານ ໂຄງ ລ່າງ, ການຮັບປະກັນຄວາມປອດໄພທາງດ້ານສື່ສານຂໍ້ມູນຂ່າວສານ, ການຍົກລະດັບທັກສະ ແລະ ຄວາມຮູ້ ລວມທັງການ ສົ່ງເສີມການນຳໃຊ້ຂອງສັງຄົມ. ກອງປະຊຸມໄດ້ຮັບຮອງບັນດາແຜນງານ ເພື່ອຍົກລະດັບການຮ່ວມມື ໃນການຈັດຕັ້ງປະ ຕິບັດແຜນງານຊ່ວງສຸດທ້າຍໃຫ້ ສຳເລັດຕາມຈຸດປະສົງ ເຊັ່ນ: ແຜນງານດ້ານການຄຸ້ມຄອງບໍລິຫານຂໍ້ມູນດ້ານດີຈີຕອນ, ຍົກລະດັບການຮ່ວມ ມືທາງດ້ານ ຄວາມປອດໄພ ແລະ ບັນດາແຜນງານກ່ຽວກັບການພັດທະນາທາງດ້ານບຸກຄະລາ ກອນທາງ ດ້ານອຸດສະຫະກຳໄອຊີທີ ໃນລະຫວ່າງບັນດາປະເທດອາຊຽນ ແລະ ຄູ່ຮ່ວມເຈລະຈາ ເພື່ອເປັນພື້ນຖານ ໃນການຈັດຕັ້ງປະຕິບັດ. ພ້ອມນີ້, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ ອູບຸດ ໃນ 4 ບັນຫາທີ່ສຳຄັນ ຄື: ເສີມຂະຫຍາຍລະບົບຄວາມສົມບູນທາງດ້ານຂໍ້ມູນ ແລະ ອຳນວຍຄວາມສະດວກໃນການປັບເຂົ້າກັນຂອງບັນດານິຕິ ກຳພາຍໃນຂອງບັນດາປະເທດອາຊຽນ ເພື່ອສະໜັບສະໜູນການເຊື່ອມໂຍງຕະຫຼາດດີຈີຕອນຂອງພາກພື້ນ ໂດຍສະເພາະ ການດຳເນີນທຸລະກຳດີຈິຕອນ ລະຫວ່າງປະເທດ ເຊັ່ນ: ລະບົບການໂທລະສັບຫວ່າງປະເທດ, ລະບົບປ້ອງການຂໍ້ມູນ ຂ່າວສານສ່ວນບຸກຄົນ ແລະ ການຄຸ້ມຄອງຂໍ້ມູນຂ່າວສານດີຈິຕອນ. ເພີ່ມທະວີການຮ່ວມມືໃນການພັດທະນາ ສະພາບແວດລ້ອມທາງດ້ານການຄຸ້ມຄອງນິຕິກຳ ເພື່ອຄວາມສົມດູນລະຫວ່າງ ການສົ່ງເສີມການຂະຫຍາຍຕົວຂອງນະວັດຕະກຳໄອຊີທີ ແລະ ຮູບແບບການດຳເນີນ ທຸລະກິດ ກັບການສ້າງສະ ພາບແວດລ້ອມໃນການຮັບປະກັນຄວາປອດໄພໃນການນຳໃຊ້. ເອົາໃຈໃສ່ຄວາມສຳຄັນຂອງການ ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມກ້າວໜ້າ ເພື່ອຮອງຮັບກັບຍຸກອຸດສາຫະກຳ 4.0 ໂດຍສະເພາະການສ້າງມາດ ຕະຖານທາງດ້ານທັກສະ, ການພັດທະນາບົດແນະນຳທີ່ປະສົບຜົນສຳເລັດໃນ ການຮັບເອົາ ແລະ ປະຍຸກນຳໃຊ້ເຕັກໂນໂລຊີ.
ເສີມຂະຫຍາຍຄວາມປອດໄພ ໂດຍການຮ່ວມມືກກັນຢ່າງໃກ້ຊິດຂຶ້ນຕື່ມ ໃນການຮັບມືກັບໄພອັນຕະລາຍທາງດ້ານ ໄຊເບີ, ສ້າງພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສຳຄັນ ແລະ ການສະໜັບສະໜູນຄວາມອາດສາມາດທາງດ້ານທັກສະ. ຊຶ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໃນຖານະເປັນຮອງປະທານຂອງກອງປະຊຸມ ຄັ້ງທີ 18 ແລະ ຈະເປັນເຈົ້າພາບຈັດກອງປະ ຊຸມຄັ້ງທີ 19 ທີ່ນະຄອນຫລວງວຽງຈັນ ໃນທ້າຍປີ 2019.
ນອກຈາກນັ້ນ ກໍຍັງໄດ້ມີການປະຊຸມສອງຝ່າຍກັບ ສສ ຫວຽດນາມ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມື ໂດຍສະເພາະແມ່ນບັນຫາຄວາມປອດໄພທາງດ້ານການສື່ສານທາງໄຊເບີ, ການພັດທະນາຊັບພະ ຍາກອນ ມະນຸດ, ການແກ້ບັນຫາຄື້ນຄວາມຖີ່ລົບກວນຕາມຊາຍແດນ ແລະ ສົ່ງເສີມນັກທຸລະກິດດ້ານໄອຊີທີຂອງທັງສອງຝ່າຍ.
12/12/2018
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ