ປທສ ສໍາມະນາວິຊາການດ້ານຄວາມປອດໄພ ທາງໄຊເບີ (Cybersecurity Workshop)
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 37 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບ ສະມາຄົມເຈົ້າໜ້າທີ່ຂໍ້ມູນຂ່າວສານ ອາຊຽນ (ASEAN CIO Associationຫຼື ACIOA) ໄດ້ຈັດກອງປະຊຸມສໍາມະນາວິຊາການຂື້ນໃນຫົວຂໍ້ :ຄວາມປອດໄພທາງໄຊເບີ (Cybersecurity Workshop) ໃນລະຫວ່າງວັນທີ 03-04 ກັນຍາ ຜ່ານມານີ້, ທີ່ໂຮງແຮມຄຣາວພຣາຊາ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ພູຂົງ ຈິດຮູບໂລກ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ປທສ ມີວິຊາການຈາກ ກະຊວງ ປທສ ແລະ ກະຊວງອ້ອມຂ້າງ ເຂົ້າຮ່ວມ.
ໃນໂອກາດຈັດອງປະຊຸມສໍາມະນາຄັ້ງນີ້: ເພື່ອເປັນການສ້າງຄວາມຮູ້-ຄວາມເຂົ້າໃຈ ກ່ຽວກັບ ຄວາມປອດໄພໃນການນໍາໃຊ້ອິນເຕີເນັດ ແລະ ການແນະນໍາເຕັກໂນໂລຊີທາງດ້ານຄວາມປອດໄພ, ລວມທັງບັນດາຕົວຢ່າງເຫດການ ແລະ ວິທີການຮັບມືກັບການຕ້ານ ແລະ ສະກັດກັ້ນເຫດການສຸກເສີນທາງອອນລາຍ ໃຫ້ນັກສໍາມະນາກອນຜູ້ເຂົ້າຮ່ວມສາມາດ ນໍາຄວາມຮູ້ໄປຜັນຂະຫຍາຍໃນການວາງແຜນການ, ກິດຈະກຳຕ່າງໆໃນການປົກປ້ອງຂໍ້ມູນຂ່າວສານ,ຄວາມປອດໄພ ທາງໄຊເບີ ຂອງບຸກຄົນ ແລະ ອົງກອນ.
ທ່ານ ພູຂົງ ຈິດຮູບໂລກ ໄດ້ກ່າວວ່າ: ປັດຈຸບັນນີ້ ເຕັກໂນໂລຊີການສື່ສານຂໍ້ມູນ-ຂ່າວສານ ຫຼື ໄອຊີທີ ໄດ້ມີການພັດທະນາແບບກ້າວກະໂດດຂັ້ນ ແລະ ເປັນເຄື່ອງມືທີ່ສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຄຽງຄູ່ກັບການລົງທຶນໃນໂຄງລ່າງພື້ນຖານເຕັກນິກທັນສະໄໝນັ້ນ ພວກເຮົາຍິ່ງມີຄວາມຈຳເປັນ ໃນການກໍ່ສ້າງວິຊາການຜູ້ຊ່ຽວຊານໄອຊີທີ ໃຫ້ມີທັກສະຄວາມຮູ້-ຄວາມສາມາດ ດ້ວຍປະລິມານທີ່ເໝາະສົມ ທາງດ້ານຂະແໜງການຄວາມປອດໄພທາງໄຊເບີ ໃຫ້ຫຼາຍຂຶ້ນ. ສະນັ້ນ, ລັດຖະບານ ກໍຄື ກະຊວງ ປທສ ເຫັນໄດ້ເຖິງຄວາມຈຳເປັນ ແລະ ຄວາມສຳຄັນດັ່ງກ່າວ ຈຶ່ງໄດ້ກຳນົດຫົວຂໍ້: ຄວາມປອດໄພຂໍ້ມູນຂ່າວສານ ເປັນຫນຶ່ງໃນ 7 ຍຸດທະສາດ 10 ປີຮອດ 2025 ກໍຄື ແຜນພັດທະນາ 5 ປີຄັ້ງທີ 2 ຮອດ 2020 ຂອງຕົນ. ໃນໄລຍະຜ່ານມາຈຶ່ງໄດ້ມີການສ້າງ ແລະ ປັບປຸງບັນດານິຕິກຳທີ່ກ່ຽວຂ້ອງ ເຊັ່ນ: ກົດຫມາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພີວເຕີ, ກົດໝາຍວ່າດ້ວຍ ການປົກປ້ອງຂໍ້ມູນທາງເອກເລັກໂຕຣນິກ. ສ້າງ, ປັບປຸງ ແລະ ຂະຫຍາຍໂຄງລ່າງພື້ນຖານເຕັກນິກ ເຊັ່ນ: ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ກໍ່ໄດ້ພັດທະນາບຸກຄະລະກອນດ້ານນີ້ ໃນຫລາຍຮູບແບບເປັນປະຈຳ ເປັນຕົ້ນແມ່ນ ການປູກຈິດສໍານຶກດ້ານຄວາມປອດໄພ, ການທົບທວນຄືນເຄືອຂ່າຍການຄຸ້ມຄອງຄວາມປອດໄພ; ການຊອກຫາຊ່ອງທາງຂອງມາດຕະການປົກປ້ອງຂໍ້ມູນ-ຂ່າວສານ, ຄວາມອາດສາມາດໃນການຮັບມືກັບເຫດສຸກເສີນ, ພິຈາລະນາດ້ານນິຕິກຳ ແລະ ເຕັກນິກການສືບສວນ-ສອບສວນ ແລະ ການວາງແນວທາງດ້ານຄວາມປອດໄພໃນຕໍ່ໜ້າ.
ພາບ+ຂ່າວ: ສູນລາວເຊີດ, ປທສ. / 07/09/2018
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ