ປທສ ເຜີຍແຜ່ ແຜນແມ່ບົດ ໄອຊີທີ ອາຊຽນ 2020 (AIM 2020)
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 50 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມສໍາມະນາ ເຜີຍແຜ່ ແຜນແມ່ບົດ ໄອຊີທີ ອາຊຽນ 2020 (The ASEAN ICT Master plan 2020 (AIM 2020)) ຂຶ້ນໃນວັນທີ 06 ກໍລະກົດ ຜ່ານມານີ້, ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໂດຍການເປັນປະທານຂອງ ທ່ານ ພູຂົງ ຈິດຮູບໂລກ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ປທສ ມີບັນດາຫົວໜ້າກົມ, ຫົວໜ້າພະແນກ, ວິຊາການຈາກບັນດາ ກົມ/ທຽບເທົ່າ ພ້ອມດ້ວຍພະນັກງານກະຊວງອ້ອມຂ້າງ ເຂົົ້າຮ່ວມຢ່າງພ້ອມພຽງ.
ທ່ານ ພູຂົງ ຈິດຮູບໂລກ ໄດ້ກ່າວວ່າ ການຈັດກອງປະຊມໃນຄັ້ງນີ້ ມີຈຸດປະສົງເພື່ອເຜີຍແຜ່, ຜັນຂະຫຍາຍ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ແຜນແມ່ບົດ ໄອຊີທີ ອາຊຽນ 2020 ແລະ ໄດ້ຖືກຮັບຮອງເອົາໃນກອງປະຊຸມລັດຖະມົນຕີອາຊຽນດ້ານໂທລະຄົມມະນາຄົມ (TELMIN) ຄັ້ງທີ 15 ໃນເດືອນພະຈິກ ປີ 2015 ທີ່ ດານັງ, ສສ.ຫວຽດນາມ. ຊຶ່ງແຜນດັ່ງກ່າວ ຈະເປັນຕົວຂັບເຄື່ອນອາຊຽນສູ່ເສດຖະກິດແບບດິຈິຕອນ ໃຫ້ມີຄວາມປອດໄພ, ຄວາມຍືນຍົງ, ການປ່ຽນແປງໃໝ່, ການສ້າງນະວັດຕະກຳ, ການມີສ່ວນຮ່ວມ ແລະ ການເຊື່ອມໂຍງປະຊາຄົມອາຊຽນ ໃນໄລຍະເວລາ 5 ປີ (2016-2020).
ໂອກາດດຽວກັນນີ້, ຍັງໄດ້ມີການສໍາມະນາ ແນະນໍາກ່ຽວກັບ ລະບຽບການ ແລະ ຂັ້ນຕອນຕ່າງໆ ໃນການຂຽນບົດສະເໜີໂຄງການ/ກິດຈະກຳ ພາຍໃຕ້ກອງທຶນຂອງອາຊຽນ ແລະ ປະເທດຄູ່ຮ່ວມ. ຊຶ່ງໃນໄລຍະຜ່ານມາ ໃນຂອບການຮ່ວມ ມືພາກພື້ນອາຊຽນ ກໍ່ໄດ້ຮັບການສະໜັບສະໜູນ ແລະ ໃຫ້ຄວາມສົນໃຈໃນການຮ່ວມພັດທະນາຈາກຫຼາຍປະເທດ ເປັນ ຕົ້ນແມ່ນ ສປ.ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ສະຫະລັດອາເມລິກາ, ສະຫະພາບ ເອີລົບ ແລະ ສະຫະພາບໂທລະຄົມມະນາຄົມສາກົນ.
ກະຊວງ ປທສ ເອງກໍ່ໄດ້ເຄື່ອນໄຫວຫຼາຍກິດຈະກຳພາຍໃຕ້ກອງທຶນດັ່ງກ່າວ ແລະ ສາມາດຍາດ ແຍ່ງເອົາທຶນມາ ໄດ້ຫຼາຍກິດຈະກໍາ ເຊັ່ນ: ປີ 2016 ມີ 2 ກິດຈະກໍາ, ມູນຄ່າ ປະມານ 60,000 ໂດລາ, ປີ 2017 ມີ 2 ກິດຈະກໍາ, ມູນຄ່າ 15,000 ໂດລາ; ແລະ ປີ 2018 ມີ 2 ກິດຈະກໍາ ມູນຄ່າ ປະມານ 78,000 ໂດລາ. ນອກນີ້ ກໍ່ໄດ້ຈັດງານປະກວດແຂ່ງຂັນຜະລິດຕະພັນ ໄອຊີທີ ທຸກປີ ເພື່ອຄັດເລືອກຜົນງານທີ່ດີທີ່ສຸດຂອງ ສປປ ລາວ ສົ່ງເຂົ້າປະກວດໃນງານປະກວດ ASEAN ICT Award, ຊຶ່ງ ສປປ ລາວ ເຮົາກໍ່ໄດ້ຮັບສອງລາງວັນ ໃນປີ 2017 ຄື: ສໍາລັບຄົນ ອໍທິສຕີກ (Application) ແລະ ການສ້າງເນື້ອຫາແບບດິຈິຕອນ (Application Navi).
ຜ່ານການຈັດກອງປະຊຸມສໍາມະນາ ເຜີຍແຜ່ໃນຄັ້ງນີ້ ເຫັນໄດ້ວ່າຜູ້ເຂົ້າຮ່ວມໄດ້ມີຄວາມເອົາໃຈໃສ່ ຕໍ່ກັບການຖາມ-ຕອບບັນຫາໄດ້ ເປັນຢ່າງດີ ແລະ ສາມາດລຸລ່ວງວຽກງານສໍາມະນາໃຫ້ສໍາເລັດຢ່າງຈົບງາມ. ນອກນັ້ນ, ຍັງສາມາດຖອດຖອນບົດຮຽນ ເພື່ອ ເປັນແນວທາງໃນການຈັດຕັ້ງປະຕິບັດ ໃນການກຽມຄວາມພ້ອມຂອງ ສປປລາວ ໃນການຫັນເປັນດິຈິຕອນ ໂດຍນໍາໃຊ້ ໄອຊີທີ ໃນການຄັບເຂື່ອນ ແລະ ຮ່ວມກັນພັດທະນາເພື່ອບັນລຸໄດ້ເປົ້າໝາຍອາຊຽນໂດຍລວມ.
ຂ່າວ: ກົມແຜນການ ແລະ ການຮ່ວມມື, ກະຊວງ ປທສ.
ພາບ: ຫ້ອງການ, ພະແນກປະຊາສໍາພັນ. / 12/07/2018
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ