ພິທີ ມອບ-ຮັບ ໂປຣແກຣມລົງທະບຽນ ເລກໝາຍໂທລະສັບມືຖື
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 38 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 12 ກຸມພາ 2018 ທີ່ ໂຮງແຮມດອນຈັນພາເລດ ໄດ້ມີພິທີ ມອບ-ຮັບ ໂປຣແກຣມລົງທະບຽນ ເລກໝາຍໂທລະສັບມືຖື ຢ່າງເປັນທາງການ, ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກໄທ; ມີທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ ສານ ແຫ່ງ ສປປ ລາວ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ຕະຫຼອດຮອດ ສື່ມວນຊົນ ເຂົ້າຮ່ວມ.
ໃນພິທີ, ທ່ານ ທັນສະໄໝ ກົມມະສິດ ໄດ້ລາຍງານ ກ່ຽວກັບຜົນການຮ່ວມມືຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ໃນການຈັດຕັ້ງປະຕິບັດ ວຽກງານການຕິດຕັ້ງໂປຣແກຣມດັ່ງກ່າວ ເຊິ່ງເຫັນວ່າ: ໄດ້ສືບເນື່ອງມາຈາກບົດບັນທຶກຄວາມເຂົ້າ ໃຈ ທີ່ໄດ້ລົງນາມຮ່ວມກັນ ໃນປີ 2016 ລະຫວ່າງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຫ່ງ ສປປ ລາວ ກັບ ສໍານັກງານ ຄະນະກໍາມະການ ກິດຈະການກະຈາຍສຽງ, ກິດຈະ ການໂທລະທັດ ແລະ ກິດຈະການ ໂທລະຄົມມະນາຄົມ ແຫ່ງຊາດ (ກສທຊ) ແຫ່ງ ຣາຊະອານາຈັກໄທ ຕໍ່ກັບວຽກງານການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການ ໃນການຄຸ້ມຄອງ ແລະ ດັດສົມໂທລະຄົມມະນາຄົມ ແລະ ຄື້ນຄວາມຖີ່ ໃນຂອບເຂດການຮ່ວມມື ຄື:
- ການຄຸ້ມຄອງບໍລິຫານ, ຕິດຕາມກວດກາ ແລະ ການອອກໃບອະນຸຍາດຄື້ນຄວາມຖີ່
- ການດັດສົມວຽກງານໂທລະຄົມມະນາຄົມ
- ການປົກປ້ອງຜູ້ຊົມໃຊ້ ແລະ ການແກ້ໄຂຂໍ້ຂັດແຍ້ງ ໃນການບໍລິການໂທລະຄົມມະນາຄົມ
- ການສົ່ງເສີມນະວັດຕະກໍາດ້ານເຕັກນິກ ໃນຂົງເຂດໂທລະຄົມມະນາຄົມ
- ການຮ່ວມມືສາກົນ ໃນຂອບສະຫະພາບໂທລະຄົມມະນາຄົມສາກົນ (ITU) ແລະ ອາຊຽນ
- ການຮ່ວມມືດ້ານອື່ນໆ ທີ່ທັງສອງຝ່າຍຕົກລົງເຫັນດີເປັນເອກະພາບກັນ.
ທັງນີ້ ກໍ່ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື ກໍ່ຄື ບັນດາກິດຈະກໍາທີ່ສໍາຄັນ ໃຫ້ເກີດເປັນຮູບປະທຳ ເຊັ່ນ: ການຝຶກອົບຮົມ, ການແກ້ໄຂບັນຫາຄື້ນຄວາມຖີ່, ການແລກປ່ຽນບົດຮຽນການຄຸ້ມຄອງ ບັນດາເຕັກໂນໂລຊີ ທີ່ຣາຊະອານາຈັກໄທ ກໍາລັງພັດທະນາ ໂດຍສະເພາະ ແມ່ນໂປຣແກຣມລົງທະບຽນເລກໝາຍໂທລະສັບມືຖື. ໃນນັ້ນ, ກສທຊ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງທີມງານວິຊາການເຕັກນິກ ມາຊ່ວຍຕິດຕັ້ງໂປຣແກຣມ, ພ້ອມທັງ ຈັດຝຶກອົບຮົມ ກ່ຽວກັບການນໍາໃຊ້ ແລະ ບໍາລຸງຮັກສາລະບົບ ຂອງໂປຣແກຣມດັ່ງກ່າວ ໃຫ້ແກ່ທີມງານຂອງ ກະຊວງ ປທສ ແຫ່ງ ສປປ ລາວ. ໃນຂະນະດຽວກັນ, ທິມງານເຕັກນິກ ຂອງ ກະຊວງ ປທສ ແຫ່ງ ສປປ ລາວ ກໍ່ໄດ້ໄປແລກປ່ຽນບົດຮຽນ ແລະ ສຶກສາລົງເລິກ ການພັດທະນາວຽກງານດັ່ງກ່າວ ທີ່ ບາງກອກ, ຣາຊະອານາຈັກໄທ. ໃນຕໍ່ໜ້າ, ສອງຝ່າຍ ຍັງຈະສືບຕໍ່ຮ່ວມມື ແລະ ແລກປ່ຽນບົດຮຽນນໍາກັນຕື່ມ ເພື່ອພັດທະນາລະບົບດັ່ງກ່າວ ໃຫ້ມີຄວາມທັນສະໄໝ ແລະ ປອດໄພຫຼາຍຂຶ້ນ, ສາມາດຕອບສະໜອງ ຕາມຈຸດປະສົງທີ່ຕັ້ງໄວ້ ແລະ ເຮັດໃຫ້ວຽກງານ ການຄຸ້ມຄອງເລກໝາຍໂທລະສັບມືຖື ກໍ່ຄື ການດັດສົມໂທລະຄົມມະນາຄົມ ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ພ້ອມດຽວກັນນັ້ນ, ກະຊວງ ປທສ ແຫ່ງ ສປປ ລາວ ຍັງຈະໄດ້ສືບຕໍ່ສ້າງນິຕິກຳ ທີ່ກ່ຽວຂ້ອງ ໂດຍສະເພາະ ດຳລັດວ່າດ້ວຍ ການຂຶ້ນທະບຽນເລກໝາຍໂທລະສັບ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍວຽກງານດັ່ງກ່າວ ຂອງ ສປປ ລາວ ມີປະສິດທິພາບ ແລະ ປະສິດທິຜົນ ດີຂຶ້ນເປັນກ້າວໆ. ນອກນັ້ນ, ທັງສອງຝ່າຍ ຍັງຈະສືບຕໍ່ຮ່ວມມືກັນຢ່າງຕໍ່ເນື່ອງ ເພື່ອພັດທະນາ ແລະ ສົ່ງເສີມວຽກງານໂທລະຄົມ ມະນາຄົມ ແລະ ICT ຂອງສອງປະເທດ ໃຫ້ເປັນທັນສະໄໝ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.
ຂ່າວ: ພາວະນາ
ພາບ: ຫ້ອງການ, ພະແນກ ປະຊາສໍາພັນ. / 21/02/2018
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ