ລາວ-ໄທປຶກສາຫາລືແລກປ່ຽນບົດຮຽນໃນການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມການນຳໃຊ້ ICT
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 47 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ປອ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ແຫ່ງ ສປປລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ປອ ພິເຊດ ດຸລົງຄາເວໂລດ ລັດຖະມົນຕີ ກະຊວງ ດີຈີຕອນ ເພື່ອເສດຖະກິດ ແລະ ສັງຄົມ (MDES) ຣາຊະອານະຈັກໄທ ພ້ອມດ້ວຍຄະນະ ໃນການປະຊຸມພົບປະສອງຝ່າຍ ວຽກງານ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT) ໃນວັນທີ 2 ກຸມພາ 2018.
ໃນການມາຢ້ຽມຢາມຄັ້ງນີ້, ທັງສອງຝ່າຍໄດ້ປະຊຸມປຶກສາຫາລືແລກປ່ຽນບົດຮຽນໃນການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມການນຳໃຊ້ ICT, ພ້ອມນັ້ນ ກໍ່ໄດ້ຮ່ວມລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມື ແລະ ແລກປ່ຽນບົດຮຽນ ໃນຫຼາຍດ້ານ ເຊັ່ນ: ວຽກງານ ໄປສະນີ, ໂທລະຄົມມະນາຄົມ, ນະໂຍບາຍດ້ານເຕັກໂນໂລຊີ ດີຈີຕອນ ແລະ ໄອຊີທີ, ການຄຸ້ມຄອງລັດດ້ວຍດີຈີຕອນ(Digital Government); ການປ້ອງກັນໄພພິບັດທາງຄອມພິວເຕີ(Cybersecurity); ການສົ່ງເສີມ ແລະ ພັດທະນາອຸດສາຫະກຳດີຈີຕອນ ແລະ ໄອຊີທີ; ການພັດທະນາການບໍລິການແລະພື້ນຖານໂຄ່ງລາງ; ວຽກງານນະວັດຕະກຳໄອຊີທີ ແລະ Startup.
ທ່ານ ປອ ທັນສະໄຫມ ກົມມະສິດ, ລັດຖະມົນຕີ ກະຊວງ ປທສ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມ ຂອງ ທ່ານ ປອ ພິເຊດ ດຸລົງຄາເວໂລດ ລັດຖະມົນຕີ ກະຊວງ ດີຈີຕອນ ເພື່ອເສດຖະກິດ ແລະ ສັງຄົມ (MDES) ລາຊາອານາຈັກໄທ. ເຊິ່ງການຢ້ຽມຢາມຄັ້ງນີ້ ເປັນນິມິດໝາຍອັນໃໝ່ ໃນການຮ່ວມມື ແລະ ແລກ ປ່ຽນບົດຮຽນ ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ລະຫວ່າງ ສອງກະຊວງ ໃຫ້ມີຄວາມຕໍ່ເນືອງ ແລະ ເພີ້ມທະວີຂື້ນໃນທຸກລະດັບ.
ທັງໝົດນີ້ ຈະກາຍເປັນ ບາດກ້າວໜຶື່ງ ທີ່ເປັນພື້ນຖານ ໃຫ້ແກ່ການຮ່ວມມື ທາງດ້ານການຄຸ້ມຄອງ ວຽກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍ່ຄື ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ລະຫວ່າງ ສອງປະເທດ ເພື່ອຮອງຮັບໃຫ້ແກ່ ການເຊື່ອມໂຍງກັບ ບັນດາປະເທດອາຊຽນ ທັງເປັນການຕອບສະໜອງ ໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ບັນລຸເຖິງ ເປົ້າໝາຍຍຸດທະສາດ ການພັດທະນາ ທາງດ້ານໂທລະຄົມມະນາຄົມ ແລະ ໄອຊີທີ ໃນຂົງເຂດອາຊຽນ.
ສໍາລັບ ສປປ ລາວ ການພັດທະນາ ວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍ່ຄື ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຍັງປະເຊີນກັບ ສິ່ງທ້າທາຍ ຫຼາຍດ້ານ ແລະ ມີຄວາມຈໍາເປັນ ຕ້ອງມີການ ແລກປ່ຽນບົດຮຽນ ແລະ ປະສົບການກັບ ບັນດາປະເທດ ທັງພາກພື້ນ ແລະ ສາກົນ ເພື່ອນຳມາດັດປັບ ໝູນໃຊ້ເຂົ້າໃນການ ພັດທະນາວຽກງານໂທລະຄົມມະນາຄົມ ແລະ ICT ໃຫ້ມີປະສິດທິຜົນ ແນ່ໃສ່ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຫຼາຍຂຶື້ນກວ່າເກົົ່າ, ທັງສ້າງເງື່ອນໄຂ ໃຫ້ ສປປ ລາວ ສາມາດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ແລະ ກຽມພ້ອມຫັນເປັນເສດຖະກິດດີຈີຕອນ.
ຂ່າວ: ດຣ. ທະວີສັກ + ທ່ານ ພວງປະເສີດ /05/02/2018
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ