ງານສຳມະນາກ່ຽວກັບຕົວເມືອງ, ການທ່ອງທ່ຽວ ທັນສະໄໝ (Smart city and Smart tourism) ແລະ ເຕັກໂນໂລຊີ ອິນເຕີເນັດຂອງວັດຖຸສິ່ງຂອງ (Internet of Thing),
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 49 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບບໍລິສັດ VNPT ສສ ຫວຽດນາມໄດ້ຈັດສຳມະນາໃນ 2 ຫົວຂໍ້ຄື: 1) ຕົວເມືອງ ແລະ ການທ່ອງທ່ຽວ ທັນສະໄໝ (Smart city and Smart tourism) ແລະ 2) ການນຳໃຊ້ ແລະ ພັດທະນາເຕັກໂນໂລຊີ ອິນເຕີເນັດຂອງວັດຖຸສິ່ງຂອງ (Internet of Thing) ຂື້ນໃນວັນທີ 25 ມັງກອນ 2018, ເວລາ 14:00 ໂມງ ທີ່ຫ້ອງປະຊຸມກະຊວງ ປທສ. ພາຍໃຕ້ການເປັນປະທານຂອງ ທ່ານ ພູຂົງ ຈິດຮູບໂລກ, ຫົວໜ້າກົມແຜນການ ແລະ ການຮ່ວມມື ໂດຍມີຜູ້ເຂົ້າຮ່ວມຈາກບັນດາກົມອ້ອມຂ້າງກະຊວງ ປທສ ແລະ ຄະນະຜູ້ບໍລິຫານຂອງ ບໍລິສັດ VNPT ປະເທດ ສສ ຫວຽດນາມ ເຂົ້າຮ່ວມທັງໝົດ ຈຳນວນ 30 ທ່ານ.
ງານສຳມະນາໃນຄັ້ງນີ້ໄດ້ນຳສະເໜີກ່ຽວກັບນິຍາມ, ປະຫວັດຄວາມເປັນມາຂອງການພັດທະນາ, ຄວາມໝາຍຄວາມສຳຄັນ ແລະ ບັນດາອົງປະກອບ ຂອງຕົວເມືອງ ແລະ ການທ່ອງທ່ຽວ ທັນສະໄໝ. ພ້ອມທັງ, ການໃຫ້ຄຳແນະນຳກ່ຽວກັບຂັ້ນຕອນ ແລະ ໜ້າວຽກທີ່ຈະຕ້ອງເຮັດ ແລະ ຖືເປັນບູລິມະສິດໃນການສ້າງ ແລະ ພັດທະນາຕົວເມືອງທັນສະໄໝຂອງ ສປປ ລາວ.
ນອກນັ້ນ, ຍັງໄດ້ນຳສະເໜີກ່ຽວກັບລະບົບອິນເຕີເນັດຂອງວັດຖຸສິ່ງຂອງ ຫຼື Internet of Thing, ບັນດາເຕັກໂນໂລຊີ IoT ທີ່ທາງບໍລິສັດ VNPT ໄດ້ພັດທະນາ ແລະ ນຳໃຊ້ໃນປະເທດ ສສ ຫວຽດນາມ ເຊິ່ງຜູ້ເຂົ້າຮ່ວມກໍ່ໃຫ້ຄວາມສົນໃຈຫຼາຍ ໂດຍສະເພາະແມ່ນການນຳເອົາເຕັກໂນໂລຊີ IoT ມາທົດລອງຕິດຕັ້ງຢູ່ສວນຂອງທ່ານ ແກ້ວວິສຸກ ໂສລະພົມ, ຫົວໜ້າສູນອີນເຕີເນັດແຫ່ງຊາດ, ໃນການເຮັດລະບົບການວັດຄວາມຊື້ນຂອງດິນ ແລະ ການສັ່ງຫົດສວນແບບອັດຕະໂນມັດ.
ການສຳມະນາໃນຄັ້ງນີ້ຖືວ່າເປັນຈຸດເລີ່ມຕົ້ນອີກອັນນື່ງຂອງການຮຽນຮູ້ ແລະ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງການພັດທະນາຕົວເມືອງ ແລະ ການທ່ອງທ່ຽວທັນສະໄໝ ລວມເຖິງການນຳໃຊ້ບັນດາໂປຣແກຣມ IoT ຕ່າງໆ ເຂົ້າມາຮັບໃຊ້ຊີວິດປະຈຳວັນຂອງຄົນເຮົາ. ເຊິ່ງທາງກະຊວງ ປທສ ເອງກໍ່ມີຄວາມສົນໃຈທີ່ຈະສ້າງແລະ ພັດທະນາບາງຕົວເມືອງຂອງ ສປປ ລາວ ໃຫ້ເປັນທັນສະໄໝ. ດັ່ງນັ້ນ, ຈື່ງຕ້ອງການ ການປະສານງານ ແລະ ຮ່ວມມືກັບບັນດາປະເທດຕ່າງໆ ລວມທັງ ປະເທດ ສສ ຫວຽດນາມ.
ຂ່າວ: ສູນບໍລິຫານລັດດ້ວຍເອເລັກໂຕຣນິກ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ