ພິທີເປີດງານວາງສະແດງເຕັກໂນໂລຊີ ສື່ສານ ຂໍ້ມູນຂ່າວສານ (Lao ICT EXPO 2018)
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 38 ຄັ້ງ | ເວລາ | 2024-12-22 00:00:00
ກົມແຜນການ ແລະ ການຮ່ວມມື, ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບ ສະມາຄົມການຄ້າ ໄອຊີທີລາວ ແລະ ກົມສົ່ງເສີມການຄ້າ ໄດ້ຈັດພິທີເປີດງານວາງສະແດງເຕັກໂນໂລຊີ ສື່ສານ ຂໍ້ມູນຂ່າວສານ ຫຼື “Lao ICT EXPO 2018” ຂຶ້ນຢ່າງເປັນທາງການ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໃນວັນທີ 24 ມັງກອນ 2018. ພາຍໃຕ້ຫົວຂໍ້ “ພ້ອມກັນກ້າວໄປສູ່ ການຫັນເປັນສັງຄົມດິຈິຕອນ” ຊື່ງໃຫ້ກຽດເປີດງານ ໂດຍ ທ່ານ ສົມດີ ດວງດີ ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງີນ ແລະ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ມີບັນດາແຂກທີ່ຖືກເຊີນຈາກບັນດາກະຊວງ, ອົງການທຽບເທົ່າ, ສະຖາບັນການສຶກສາ ແລະ ບັນດາບໍລິສັດຕ່າງໆ ເຂົ້າຮ່ວມຫຼາຍກ່ວາ 200 ທ່ານ.
ງານວາງສະແດງໃນຄັ້ງນີ້ຈັດຂື້ນພາຍໃຕ້ຫົວຂໍ້ “ພ້ອມກັນກ້າວໄປສູ່ການຫັນປ່ຽນ ເປັນສັງຄົມດິຈິຕອນ (Towards Digital Transformation)”. ສັງຄົມດິຈິຕອນ ແມ່ນປັດໄຈພື້ນຖານ ຂອງການຫັນເປັນ ສັງຄົມທັນສະໄໝ ແລະ ສີວິໄລ. ຊື່ງທຸກປະເທດ ແລະ ທຸກສັງຄົມໃນທົ່ວໂລກ ລ້ວນແຕ່ມຸ້ງມາດປາຖະໜາ ຢາກພັດທະນາໄປເຖິງຈຸດໝາຍດັ່ງກ່າວ.
ໃນງານວາງສະແດງມີບັນດາ ບໍລິສັດ ໄອຊີທີ ແຖວໜ້າຈາກ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມວາງສະແດງ, ໄດ້ມີການສະແດງຫຼາກຫຼາຍຜະລິດຕະພັນ ເຕັກໂນໂລຊີ ສື່ສານຂໍ້ມູນຂ່າວສານ ບໍ່ວ່າຈະເປັນ ດ້ານໂທລະຄົມມະນາຄົມ, ດ້ານຄອມພິວເຕີຮາດແວ ແລະ ຊອບແວ, ເຕັກໂນໂລຊີ ລະບົບຄວາມປອດໄພ, ລະບົບໂປຣແກຣມ ຮັບໃຊ້ ແລະ ສົ່ງເສີມການນຳໃຊ້ ໄອຊີທີ, ການບໍລິຫານ, ເອັສເອັມອີ (SME) ແລະ ສະຕາດອັບ (Startup), ການຄ້າ, ການເງິນ, ການຜະລິດ, ກະສິກໍາ, ການສຶກສາ ແລະ ອື່ນໆ. ພ້ອມນັ້ນ, ກໍ່ມີບັນດາກອງປະຊຸມ ແລະ ສຳມະນາທີ່ໜ້າສົນໃຈ ໂດຍສະເພາະ ກອງປະຊຸມສົນທະນາຜູ້ບໍລິຫານ ໄອຊີທີ ອາຊຽນ ຄັ້ງທີ 6, ກອງປະຊຸມສົນທະນາ ຜູ້ປະກອບການ ໄອຊີທີ ອາຊີ-ປະຊີຟີກ, ກອງປະຊຸມສົນທະນາ ດີຈີຕອນລາວ ທີ່ມີຜູ້ແທນຕ່າງປະເທດ ຈາກບັນດາປະເທດໃນອາຊຽນ ແລະ ອາຊີ-ປາຊິຟິກ ເຂົ້າຮ່ວມກວ່າ 70 ຄົນ. ພ້ອມນັ້ນ, ກໍ່ມີກິດຈະກໍາທີ່ໃຫ້ທັງຄວາມຮູ້ ແລະ ຄວາມມ່ວນຊື່ນໃຫ້ແກ່ຜູ້ເຂົ້າຊົມງານ ເປັນຕົ້ນແມ່ນ:ການແຂ່ງຂັນກິລາດິຈິຕອນ (eSports) , ການສົ່ງເສີມ ເອັສເອັມອີ ແລະ ສະຕາດອັບ ໂດຍການນຳສະເໜີຂອງ ນັກພັດທະນາລາວ ທີ່ໄດ້ຮັບລາງວັນການແຂ່ງຂັນຜະລິດຕະພັນໄອຊີທີ ຂອງ ສປປ ລາວ ແລະ ທີ່ໄດ້ຮັບລາງວັນໃນລະດັບອາຊຽນປີ 2017 (Lao ICT Award 2017 ແລະ ASEAN ICT Award 2017), ການສົ່ງເສີມການນໍາໃຊ້ ໄອຊີທີ ທີ່ມີປະໂຫຍກ ຂອງໄວໜຸມ ໂດຍມີການນຳສະເໜີຂອງ ຜູ້ຊະນະເລີດ ຈາກງານແຂ່ງຂັນຂຽນບົດຄວາມ (ພາຍໃຕ້ໂຄງການ APT Young Professionals and Students Programme) ໃນຫົວຂໍ້ ຜົນກະທົບຂອງ ສື່ສັງຄົມອອນລາຍ ຢູ່ ສປປ ລາວ, ແລະ ບັນດາກິດຈະກຳແຈກລາງວັນຕ່າງໆ.
ໃນນາມເປັນກະຊວງເຈົ້້າພາບ ຂອງການຈັດງານວາງສະແດງ, ທ່ານ ປອ ທັນສະໄໝ ກົມມະສິດ ໄດ້ໃຫ້ກຽດກ່າວເປີດງານ ໂດຍມີເນື້ອໃນບາງຕອນວ່າ: ການຈັດງານວາງສະແດງໃນຄັ້ງນີ້ ກໍ່ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ໄດ້ສຳພັດກັບຕົວຈິງຂອງການພັດທະນາ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານຢູ່ ສປປ ລາວ, ເຊິ່ງຫຼາຍສີ່ງທີ່ມາວາງສະແດງກໍ່ໄດ້ມີການບໍລິການ ແລະ ນຳໃຊ້ຕົວຈິງຢູ່ໃນ ສປປ ລາວ ແລ້ວ. ນອກນັ້ນ, ກໍ່ຍັງມີການນຳເອົານະວັດຕະກຳໃໝ່ອອກມາວາງສະແດງນຳດ້ວຍ. ສະນັ້ນ, ງານວາງສະແດງຄັ້ງນີ້ ຈື່ງເປັນເວທີທີ່ສຳຄັນເພື່ອສ້າງກາລະໂອກາດ ໃຫ້ຜູ້ປະກອບການ, ຜູ້ຜະລິດ, ຜູ້ບໍລິການ, ຜູ້ຊົມໃຊ້ ແລະ ຜູ້ຄຸ້ມຄອງ ເຕັກໂນໂລຊີ ສື່ສານຂໍ້ມູນຂ່າວສານ ໄດ້ພົບປະແລກປ່ຽນບົດຮຽນ, ຄວາມຮູ້, ຄວາມເຂົ້້າໃຈ ແລະ ສ້າງການພົວພັນຮ່ວມມື ທາງດ້ານການຄ້າ ແລະ ການພັດທະນາຮ່ວມກັນ.
ການພັດທະນາໄອຊີທີ ຢູ່ ສປປ ລາວ ກໍ່ມີການຂະຫຍາຍຕົວຢ່າງແຂງແຮງເຫັນໄດ້ຈາກຈຳນວນຜູ້ບໍລິການ ແລະ ຜູ້ຊົມໃຊ້ບໍລິການ ເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນ: ອັດຕາຜູ້ຊົມໃຊ້ໂທລະສັບມືຖື ມີເຖິງ100%, ຈໍານວນຜູ້ປະກອບການ ກໍ່ເພີ່ມຂຶ້ນກວ່າ 5000 ບໍລິສັດ. ພື້ນຖານໂຄງລ່າງ ກໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ສັນຍານໂທລະສັບມືຖືກວມ 91% ຂອງຈຳນວນໝູ່ບ້ານ. ການຂະຫຍາຍບໍລິມາດການເຊື່ອມໂຍງເຄື່ອຂ່າຍອິນເຕີເນັດ ຂອງ ບັນດາບໍລິສັດ ກໍ່ນັບມື້ນັບຫຼາຍຂຶ້ນ.
ໃນຖານະເປັນຜູ້ຄຸ້ມຄອງມະຫາພາກດ້ານເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ(ICT), ພວກເຮົາ ກໍ່ມີເປົ້າໝາຍ ຈະສ້າງ ສປປ ລາວ ໃຫ້ບັນລຸບັນດາປັດໃຈພື້ນຖານໄປສູ່ ສັງຄົມດິຈິຕອນ ໃນປີ 2030.ເຊິ່ງພວກເຮົາໄດ້ສ້າງສະພາບແວດລ້ອມ ເພື່ອການພັດທະນາໄອຊີທີ ຢ່າງແຂງແຮງ ເພື່ອເປັນແຮງຜັກດັນກ້າວໄປສູ່ສັງຄົມດິຈິຕອນ. ຜົນສຳເລັດຂອງບາງວຽກງານທີ່ພົ້ນເດັ່ນມີເຊັ່ນ:
- ດ້ານນະໂຍບາຍ: ວິໃສທັດຮອດປີ 2030 ແລະ ຍຸດທະສາດ ໄລຍະ 10 ປີ(2016-2025), ແຜນພັດທະນາຮອດປີ 2020, ແຜນພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ຮອດປີ 2020.
- ດ້ານນິຕິກຳ: ສຳເລັດກົດໝາຍ ໄອຊີທີ, ກົດໝາຍການຕ້ານອາສະຍາກຳທາງຄອມພິວເຕີ, ກົດໝາຍ ປົກປ້ອງຂໍ້ມູນຂ່າວສານ ແລະ ອື່ນໆ. ພ້ອມນັ້ນ ກໍ່ໄດ້ສ້າງລະບຽບດ້ານໂທລະຄົມມະນາຄົມ ເພື່ອຮັບປະກັນ ຄຸນນະພາບ ແລະ ການບໍລິການດ້ານໂທລະຄົມມະນາຄົມ.
- ດ້ານການພັດທະນາ: ນອກຈາກມີດາວທຽມເປັນຂອງໂຕເອງ ໃນປີ 2015 ແລະ ການສ້າງຕັ້ງສູນອິນເຕີເນັດແຫ່ງຊາດ 2011 ແລ້ວ ພວກເຮົາ ຍັງມີສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ສູນສະກັດກັ້ນເຫດສຸກເສີນທາງຄອມພິວເຕີ, ສູນຄື້ນຄວາມຖີ່ ແລະ ພວກເຮົາໄດ້ເປີດໂຕ ລະບົບອອກໃບຮັບຮອງເອເລັກໂຕຣນິກ (National Root Certification Authority).
ສະນັ້ນ, ຂໍເຊີນ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານລັດຖະກອນ, ນັກທຸລະກິດ ແລະ ນັກຮຽນນັກສຶກສາ ເຂົ້້າຮ່ວມຊົມງານວາງສະແດງ ໄດ້ທີ່ ສູນການຄ້າ ລາວ-ໄອເທັກ. ຂໍ້ມູນເພີ່ມເຕີມ ແລະລາຍລະອຽດ ແມ່ນສາມາດ ເບິ່ງໄດ້ ທີ່ www.ictexpo2018.la ແລະ ໂປຣແກຣມ (ICT Expo App) ສຳລັບເຄື່ອງມືຖືທີ່ສາມາດນຳໃຊ້ເພື່ອຕິດຕາມກ່ຽວກັບງານດັ່ງກ່າວໄດ້.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ