ປືກສາຫາລື ການຮ່ວມມື ໃນວຽກງານ ໄອຊີທີ ລະຫວ່າງ ລັດຖະມົນຕີ ກະຊວງ ປທສ ແລະ ເອກອັກຄະຣາສະທູດຈີນ ປະຈໍາ ສປປ ລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 49 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມປືກສາຫາລື ການຮ່ວມມື ລາວ-ຈີນ ໃນວຽກງານ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ (ໄອຊີທີ) ໂດຍທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ປທສ ແລະ ທ່ານ ຫວາງເວີນທຽນ ເອກອັກຄະຣາສະທູດ ສປ ຈີນ ປະຈໍາ ສປປ ລາວ ມີທ່ານ ຮອງລັດຖະມົນຕີ, ທ່ານທູດການຄ້າ ແລະ ບັນດາຫົວໜ້າກົມຂອງ ກະຊວງ ປທສ ເຂົ້້າຮ່ວມ.
ໃນກອງປະຊຸມ, ທ່ານ ລັດຖະມົນຕີ ໄດ້ຍົກໃຫ້ເຫັນ ຄວາມຈໍາເປັນທີ່ ສປປ ລາວ ຈະຕ້ອງ ມີລະບົບສື່ສານອິນເຕີເນັດຄວາມໄວສູງ, ເພາະລະບົບພື້ນຖານໂຄງລ່າງ ການສື່ສານຄວາມໄວສູງ ແມ່ນປັດໃຈພື້ນຖານ ທີ່ຈະພາໃຫ້ເກີດມີ ການບໍລິການແບບເອເລັກໂຕຼນິກຕ່າງໆ ລວມທັງ ການບໍລິຫານລັດ, ການຄ້າ, ການສືກສາ, ສາທາລະນະສຸກ, ກະສິກໍາ, ການທ່ອງທ່ຽວ ແລະ ການສ້າງເປັນລະບົບຕົວເມືອງທັນສະໄໝ.
ແຕ່ຍ້ອນສະພາບຂອງ ສປປ ລາວ ທີ່ບໍ່ມີຊາຍແດນຕິດກັບທະເລ ຈຶ່ງບໍ່ສາມາດເຊື່ອມຕໍ່ກັບລະບົບ ສາຍສົ່ງອີນເຕີເນັດຄວາມໄວສູງ ທາງທະເລໂດຍກົງ, ອາໃສ່ການເຊື່ອມຜ່ານ ລະບົບປາຍທາງ ຂອງປະເທດເພື່ອນບ້ານ ຊຶ່ງນອກຈາກ ມີລາຄາແພງແລ້ວ ຍັງມີຄວາມໄວຈໍາກັດຕື່ມອີກ. ສະນັ້ນຈະປະຕິບັດຍຸດທະສາດ ຫັນເປັນປະເທດບໍລິການທາງຜ່ານ ຂອງລະບົບສື່ສານຂໍ້ມູນຂ່າວສານແລ້ວ, ສປປ ລາວ ຈະຕ້ອງມີເຄື່ອຂ່າຍສັນຍານອີນເຕີເນັດຄວາມໄວສູງ ຕັ້ງແຕ່ເໜືອຮອດໃຕ້ ທີ່ເຊື່ອມໂຍງກັບບັນດາປະເທດອ້ອມຂ້າງ. ດັ່ງນັ້ນເມື່ອ ສປ ຈີນ ສະເໜີ ສ້າງເສັ້ນທາງເຊື່ອມຕໍ່ ລະບົບສື່ສານຂໍ້ມູນຂ່າວສານ ຄວາມໄວສູງ ຈີນ-ອາຊຽນ, ສປປ ລາວ ຈຶ່ງເປັນປະເທດທໍາອີດ ທີ່ຕອບຮັບແຜນຍຸດທະສາດດັ່ງກ່າວ ແລະ ສະເໜີໃຫ້ ສປປ ລາວ ເປັນທາງຜ່ານ ຈາກ ສປ ຈີນ ໄປຫາບັນດາປະເທດ ອາຊຽນ.
ທ່ານເອກອັກຄະຣາສະທູດຈີນ ໄດ້ແຈ້ງວ່າ ສປ ຈີນ ສະໜັບສະໜູນ ແຜນຍຸດທະສາດຂອງ ສປປ ລາວ ໃນການຫັນເປັນປະເທດບໍລິການທາງຜ່ານ ຊຶ່ງຕິດພັນໂດຍກົງ ກັບແຜນຍຸດທະສາດຂອງ ສປ ຈີນ ໃນການສ້າງໜຶ່ງແລວທາງໜື່ງເສັ້ນທາງ, ຊຶ່ງບໍ່ພຽງແຕ່ຈະເປັນການສ້າງ ເສັ້ນທາງເຊື່ອມຕໍ່ທາງດ້ານຄົມມະນາຄົມ ແຕ່ຍັງລວມທັງ ເສັ້ນທາງລະບົບສື່ສານຂໍ້ມູນຂ່າວສານ ທີ່ເອີ້ນວ່າ (Digital The Belt and The Road) ຊຶ່ງການເຊື່ອມຈອດ ອີນເຕີເນັດຄວາມໄວສູງ ຈີນ-ລາວ ກໍ່ຈະເປັນອົງປະກອບພື້ນຖານຂອງການຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວ.
ທີ່ປະຊຸມມີຄວາມເປັນເອກກະພາບ ທີ່ຈະນໍາສະເໜີ ລັດຖະບານທັງສອງຝ່າຍ ກ່ຽວກັບ ການສ້າງລະບົບເຄື່ອຂ່າຍສັນຍານອີນເຕີເນັດຄວາມໄວສູງ ຈີນ-ອາຊຽນຜ່ານລາວ, ຊຶ່ງ ແບ່ງອອກເປັນ ສາມຂັ້ນຕອນ (ຫລື ສາມໄລຍະ)ດັ່ງນີ້:
- ຂັ້ນຕອນທີ່ 1 : ແມ່ນການສ້າງເຄື່ອຂ່າຍອີນເຕີເນັດຄວາມໄວສູງເຊື່ອມຕໍ່ ຈີນ-ລາວ, ຊື່ງກິດຈະກໍາໃນຂັ້ນຕອນນີ້ປະກອບມີ:
- ເຄື່ອຂ່າຍຄວາມໄວສູງ (ຢ່າງໜ້ອຍ 10 Gbyte) ເຊື່ອມຕໍ່ແຕ່ ສາຍແດນ ສປ ຈີນ ຫາ ນະຄອນຫລວງວຽງຈັນ, ຊຶ່ງຈະຕິດຕັ້ງຕາມແລວທາງ ເສັ້ນທາງ ລົດໄຟ ເຊື່ອມຕໍ່ ລາວ-ຈີນ
- ລະບົບປ້ອງກັນ ແລະ ຮັກສາຄວາມປອດໄພ ຂອງຂໍ້ມູນຂ່າວສານ ຜ່ານລະບົບເສັ້ນທາງເຊື່ອມຕໍ່ດັ່ງກ່າວ ເຊັ່ນ ລະບົບການຢັ້ງຢືນສະຖານະ, ລະບົບການໃສ່ລະຫັດ, ລະບົບປ້ອງກັນການໂຈນລະກໍາ ແລະ ອື່ນໆ
- ລະບົບສູນກາງບັນຊາການຈໍລະຈອນ ຂອງ ເສັ້ນທາງເຊື່ອມຕໍ່ ແລະ ການແລ່ນຂອງຂໍ້ມູນ ຕາມເສັ້ນທາງ, ຊຶ່ງຈະຕ້ອງມີ ສູນກາງຄວບຄຸມ ຢູ່ ທັງສອງດ້ານ ຄື ຢູ່ ສປ ຈີນ ແລະ ຢູ່ ສປປ ລາວ
- ຂັ້ນຕອນທີ່ 2 : ແມ່ນການ ສົ່ງເສີມ ການນໍາໃຊ້ ເຄື່ອຂ່າຍອີນເຕີເນັດຄວາມໄວສູງ ຮັບໃຊ້ວຽກງານ ພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງ ສປປ ລາວ, ຊຶ່ງກິດຈະກໍາໃນຂັ້ນຕອນນີ້ ປະກອບມີ:
- ການສ້າງເສັ້ນທາງນ້ອຍ ກະຈາຍຂໍ້ມູນຂ່າວສານ ຈາກເສັ້ນທາງໃຫຍ່ ໄປຫາບັນດາແຂວງ, ເມືອງ ແລະ ບ້ານຈຸດສຸມ ຕາມແຈ້ງການ ເລກທີ່ 65/ນຍ ຂອງ ສປປ ລາວ. ເບື້ອງຕົ້ນແມ່ນຈະເນັ້ນໃສ່ ບັນດາລະບົບພື້ນຖານໂຄງລ່າງທີ່ມີແລ້ວ ແຕ່ຕ້ອງມີການປັບປຸງ ບູລະນະ ແລະ ຂະຫຍາຍໄປຫາຈຸດທີ່ບໍ່ທັນມີການເຂົ້້າເຖີງ.
- ສ້າງບັນດາລະບົບການບໍລິການແບບເອເລັກໂຕຼນິກຕ່າງໆ ເຊັ່ນ ລະບົບ e-Government, e-Commerce, e-Education, e-tourist, e-agriculture, e-health ແລະ ອື່ນໆ.
- ສ້າງສູນບໍລິການຂໍ້ມູນຂ່າວສານຊຸມຊົນແບບເອເລັກໂຕຼນິກ ເພື່ອໃຫ້ປະຊາຊົນ ໂດຍສະເພາະຊາວນາ ແລະ ຜູ້ຜະລິດກະສິກໍາ ໄດ້ເຂົ້້າເຖີງ ຕະຫລາດອອນລາຍ, ຂໍ້ມູນຂ່າວສານ ແລະ ບໍລິການແບບເອເລັກໂຕຼນິກ ຕ່າງໆ
- ຂັ້ນຕອນ ທີ່ 3 : ແມ່ນການສ້າງ ສປປ ລາວ ເປັນທາງຜ່ານ ຂອງການເຊື່ອມຕໍ່ ຈີນ-ອາຊຽນ, ຊຶ່ກິດຈະກໍາໃນຂັ້ນຕອນ ປະກອບມີ:
- ຂະຫຍາຍ ເຄື່ອຂ່າຍສັນຍານອີນເຕີເນັດຄວາມໄວສູງ ໄປຫາ ບັນດາຈຸດເຊື່ອມຕໍ່ຂອງບັນດາປະເທດໃກ້ຄຽງຂອງ ສປປ ລາວ ເຊັ່ນ: ຈີນ-ລາວ-ໄທ, ຈີນ-ລາວ-ພະມ້າ, ຈີນ-ລາວ-ຫວຽດນາມ ແລະ ຈີນ-ລາວ-ກໍາປູເຈຍ
- ຍົກລະດັບ ລະບົບປ້ອງກັນ ແລະ ຮັກສາຄວາມປອດໄພ ຂອງຂໍ້ມູນຂ່າວສານ ຜ່ານລະບົບ ສາຍສົ່ງດັ່ງ ເຊັ່ນ ລະບົບ ການຢັ້ຢືນສະຖານະ, ລະບົບການໃສ່ລະຫັດ, ລະບົບປ້ອງກັນການໂຈນລະກໍາ ແລະ ອື່ນໆ
- ສ້າງ ລະບົບສູນກາງບັນຊາ ການຈໍລະຈອນ ຂອງ ເສັ້ນທາງເຊື່ອມຕໍ່ ຂອງແຕ່ລະຈຸດ
ເພື່ອເປັນການຜັນຂະຫຍາຍ ຜົນຂອງການປືກສາຫາລືດັ່ງກ່າວ, ທີ່ປະຊຸມສະເໜີ ໃຫ້ມີການ ທັດສະນະແລກປ່ຽນບົດຮຽນ ແລະ ຂໍ້ມູນ, ພ້ອມນັ້ນກໍ່ຂໍໃຫ້ ວິຊາການຂອງທັງສອງຝ່າຍ ເຮັດການສືກສາຄວາມເປັນໄປໄດ້ຂອງໂຄງການ ເພື່ອນໍາສະເໜີ ຕໍ່ລັດຖະບານ ຂອງ ສອງປະເທດ.
ຂ່າວ: ທ່ານ ພົນປະສິດ, ປທສ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ