ຮອງລັດຖະມົນຕີ ປທສ ເຂົ້າຮ່ວມ ກອງປະຊຸມ ອິນເຕີເນັດໂລກ ຄັ້ງທີ 4 ປີ 2017
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 40 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມ ກອງປະຊຸມ ອິນເຕີເນັດໂລກຄັ້ງທີ 4 “The 4th World Internet Conference” ທີ່ເມືອງ ວູເຈິ້ນ, ສປ. ຈີນ ເມື່ອບໍ່ດົນມານີ້. ຊື່ງຈັດຂຶ້ນໂດຍ ຄະນະກໍາມະການພັດທະນາ ແລະ ປະຕິຮູບ ແຫ່ງຊາດ (National Development and Reform Commission (NDRC)) ສປ ຈີນ ແລະ ຄະນະກຳມະການບໍລິຫານອິນເຕີເນັດ (Cyberspace Administration of China (CAC)) ສປ ຈີນ.
ທ່ານຮອງລັດຖະມົນຕີ ໄດ້ຂຶ້ນກ່າວຂໍ້ລິເລີ່ມ ການຮ່ວມມືສາກົນດ້ານເສດຖະກິດດີຈີຕອນ ຕາມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ("The Belt and Road" Digital Economy International Cooperation Initiative), ຮ່ວມກັບ ບັນດາປະເທດທີ່ນອນໃນແລວທາງດັ່ງກ່າວ. ຊຶ່ງຂໍ້ລິເລີ່ມສະບັບນີ້ ເປັນເງື່ອນໄຂອັນດີ ໃຫ້ກັບ ສປປ ລາວ ເພາະວ່າຈະກາຍເປັນສ່ວນໜຶ່ງຂອງ ເສັ້ນທາງສາຍໄໝດີຈີຕອນ “Digital Silk Road”, ທີ່ຫັນປະເທດລາວ ຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດທີ່ມີການເຊື່ອມໂຍງ, ເປັນທາງຜ່ານດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ພ້ອມທັງເປັນສ່ວນສຳຄັນ ໃນການກ້າວເຂົ້າສູ່ການພັດທະນາເສດຖະກິດ ດີຈີຕອນ. ຊຶ່ງຈະເປັນບາດກ້າວທໍາອິດ ໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງ ປທສ ແລະ ອົງການ NDRC ສປ ຈີນ ໃນຫົວຂໍ້ ການເພີ່ມທະວີການພັດທະນາເສັ້ນທາງສາຍໄໝດິຈິຕອນ ເພື່ອຊຸກຍູ້ການເຊື່ອມຈອດຂໍ້ມູນຂ່າວສານ (Strengthening the Development of Digital Silk Road for Information Connectivity) ທີ່ໄດ້ເຊັນກັນ ໃນລະຫວ່າງການຢ້ຽມຢາມລັດຖະກິດ ຂອງ ພະນະທ່ານ ສີ ຈິ້ນຜິງ ປະທານປະເທດ ສປຈີນ ໃນລະຫວ່າງວັນທີ 13-14 ພະຈິກ 2017 ທີ່ຜ່ານມາ.
ໃນໂອກາດດຽວກັນ ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້່າຮ່ວມຫຼາຍກອງປະຊຸມປິ່ນອ້ອມທີ່ສຳຄັນ ແລະ ໄດ້ຮັບຟັງຫຼາຍບັນຫາ ພ້ອມທັງສະພາບການພັດທະນາໄອຊີທີ ໃນໂລກ ໂດຍສະເພາະຫົວຂໍ້ IoT (Internet of Things), ການເຊື່ອມຕໍ່ອິນເຕີເນັດຄວາມໄວສູງ (Internet Plus), ປັນຍາປະດິດ (Artificial Intelligent) ແລະ ການຄ້າທາງເອເລັກໂຕຣນິກ (E-Commerce). ພ້ອມດຽວກັນນີ້, ກໍ່ຍັງມີບັນດາບໍລິສັດ ທີມີອິດທິພົນໃນດ້ານອຸດສະຫະກໍາ ໄອຊີທີ ຂອງໂລກ ຜັດປ່ຽນກັນ ຂຶ້ນກ່າວ ແລະ ປະກອບຄຳເຫັນ ຕໍ່ການພັດທະນາພັດທະນາໄອຊີທີ ໃນຂົງເຂດວຽກງານຂອງຕົນ ເປັນຕົ້ນແມ່ນ ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ Alibaba, Cisco, Apple, ແລະ Google.
ຂ່າວ: ສູນອິນເຕີເນັດແຫ່ງຊາດ, ປທສ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ