ລາວ- ຈີນ ຮ່ວມມືກັນ ໃນຂົງເຂດໂທລະຄົມມະນາຄົມ ແລະ ໄອຊີທີ (ICT)
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 40 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງ ໄປສະນີ ໂທລະຄົມມະ ນາຄົມ ແລະ ການສື່ສານ (ປທສ) ແຫ່ງ ສປປ ລາວໄດ້ຕ້ອນຮັບການຢ້ຽມຢາມ ແລະ ພົບປະ ຂອງ ທ່ານ ຊາງ ເຟິງ (ZHANG FENG) ຮອງລັດຖະມົນຕີ ກະຊວງ ອຸດສະຫາກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ (MIIT) ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 3-6 ທັນວາ 2017 ນີ້.
ໃນໂອກາດໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະໃນຄັ້ງນີ້, ຖືວ່າເປັນການພົບປະຄັ້ງທໍາອິດ ຂອງສອງກະຊວງ ເພື່ອເປັນການປຶກສາຫາລື ເພີ່ມທະວີການຮ່ວມມືທາງດ້ານ ICT ຮອບດ້ານຂອງສອງຊາດ ສປປ ລາວ ແລະ ສປ. ຈີນ ກໍ່ຄືກະຊວງ ປທສ ແລະ MIIT ເພື່ອຊຸກຍູ້ການຮ່ວມມືພັດທະນາວຽກງານຂະແໜງການ ICT ຂອງປະເທດ, ໂດຍສະເພາະ ໃນຄັ້ງນີ້, ທັງສອງຝ່າຍໄດ້ຮ່ວມລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນຂົງເຂດໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT) ເພື່ອເປັນບ່ອນອີງໃນການຮ່ວມມືໃນຕໍ່ໜ້າ. ໂດຍລັດຖະບານ ແຫ່ງ ສປປ ລາວ ກໍ່ຄື ລັດຖະບານ ແຫ່ງ ສາທານະລັດ ປະຊາຊົນ ຈີນ ໄດ້ເຫັນເຖິງຄວາມໝາຍ ຄວາມສຳຄັນ ຂອງບົດບາດວຽກງານ ໂທລະຄົມມະນາຄົມ ແລະ ICT ເພື່ອປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ພາຍໃນປະເທດ ແລະ ໃນລະດັບສາກົນ.
ທ່ານຮອງລັດຖະມົນຕີ ກະຊວງ ປທສ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມ ຂອງທ່ານ ຊາງ ເຟິງ (ZHANG FENG). ເຊິ່ງໃນໄລຍະຜ່ານມາ ສອງຝ່າຍຄູ່ຮ່ວມມິດຕະພາບພິເສດອັນຍາວນານ ກໍໄດ້ມີການຮ່ວມມື ຜ່ານຂອບການຮ່ວມມື ພາກພື້ນ ແລະ ສາກົນ ເປັນຕົ້ນ: ການກໍ່ສ້າງບຸກຄະລາກອນທາງດ້ານ ICT, ສະໜັບສະໜູນດ້ານການເງີນ ໃນການກໍ່ສ້າງໂຄ່ງລ່າງພື້ນຖານ. ພາກທຸລະກິດ ກໍ່ໄດ້ມີການຮ່ວມມືກັນເຊັ່ນ: ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ (LaoSAT), ບໍລິສັດໂທລະຄົມມະນາຄົມ, ລວມທັງບໍລິສັດ ສະໜອງອຸປະກອນ ICT. ສໍາລັບ ກະຊວງ ປທສ ກໍ່ໄດ້ມີການຮ່ວມມືສະເພາະດ້ານ ເປັນຕົ້ນ: ການຮ່ວມມື ລະຫວ່າງ ສູນອິນເຕີເນັດແຫ່ງຊາດ (LANIC) ແລະ ສູນເຄືອຂ່າຍຂໍ່້ມູນຂ່າວສານ (CNNIC) ສປ. ຈີນ, LaoCERT-CNCERT/CC, ການຝຶກອົບຮົມ ຂອງ CNCERT/CC ໃຫ້ LaoCERT ໃນເດືອນຕຸລາ ທີ່ຜ່ານມາ. ກະຊວງ ປທສ ກໍ່ໄດ້ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ນຳ ສປ. ຈີນ ຫຼາຍຄັ້ງ. ການຮ່ວມມື ລະຫວ່າງ ສອງກະຊວງ ແມ່ນມີຢ່າງຕໍ່ເນື່ອງ ແລະ ຫຼາຍລະດັບ. ການມາເຮັດວຽກຂອງທ່ານໃນຄັ້ງນີ້ ກໍ່ຈະກາຍເປັນ ບາດກ້າວໜຶ່ງ ທີ່ເປັນພື້ນຖານ ໃຫ້ແກ່ການຮ່ວມມືທາງດ້ານການຄຸ້ມຄອງ ວຽກງານ ໂທລະຄົມມະນາຄົມ ແລະ ICT ລະຫວ່າງ ສອງປະເທດ ເພື່ອຮອງຮັບໃຫ້ແກ່ການ ເຊື່ອມໂຍງກັບ ບັນດາປະເທດອາຊຽນ ທັງເປັນການຕອບສະໜອງ ໃຫ້ແກ່ການຈັດຕັ້ງ ປະຕິບັດ ແລະ ບັນລຸເຖິງເປົ້າໝາຍຍຸດທະສາດ ການພັດທະນາ ທາງດ້ານໂທລະຄົມມະນາຄົມ ແລະ ໄອຊີທີ ໃນຂົງເຂດຂອງອາຊຽນ
ພ້ອມກັນນີ້, ທັງສອງຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ແຫ່ງ ສປປ ລາວ ກັບ ສູນປະສານງານ ແລະ ແກ້ໄຂເຫດສຸກເສີນດ້ານເຕັກນິກຂອງ ສປ ຈີນ, ເພື່ອສ້າງຈຸດປະສານງານ, ແລກປ່ຽນຂໍ້ມູນຂ່າວສານ ດ້ານຄວາມປອດໄພທາງໄຊເບີ, ຊ່ວຍເຫຼືອແກ້ໄຂເຫດສຸກເສີນ ແລະ ໂຄງການຮ່ວມມືຕ່າງໆ. ສຳລັບ ສປປ ລາວ ການພັດທະນາ ວຽກງານ ໂທລະຄົມມະນາຄົມ ແລະ ICT ຍັງປະເຊີນກັບ ສິ່ງທ້າທາຍ ຫຼາຍດ້ານ ແລະ ມີຄວາມຈຳເປັນ ຕ້ອງມີການ ແລກປ່ຽນບົດຮຽນ ແລະ ປະສົບການກັບ ບັນດາປະເທດ ທັງພາກພື້ນ ແລະ ສາກົນ ເພື່ອນຳມາດັດປັບ ໝູນໃຊ້ເຂົ້າໃນການ ພັດທະນາວຽກງານ ໂທລະຄົມມະນາຄົມ ແລະ ICT ໃຫ້ມີປະສິດທິຜົນ ແນ່ໃສ່ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຫຼາຍຂຶ້ນກວ່າເກົ່າ, ທັງສ້າງເງື່ອນໄຂ ໃຫ້ ສປປ ລາວ ສາມາດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ.
ຂ່າວ: ລາວເຊີດ, ປທສ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ