ກອງປະຊຸມ ລັດຖະມົນຕີ ອາຊຽນ ໃນດ້ານ ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 46 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ປ.ອ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ)ພ້ອມດ້ວຍຄະນະ ໄດ້ເດີນທາງໄປ ເຂົ້້າຮ່ວມ ກອງປະຊຸມລັດຖະມົນຕີອາຊຽນ ໃນດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຄັ້ງທີ່ 17 ແລະ ກອງປະຊຸມກັບບັນດາປະເທດຄູເຈລະຈາ ທີ່ເມືອງ ຊຽມລຽບ ປະເທດ ກໍາປູເຈຍ,ໃນລະຫວ່າງ ວັນທີ່ 30 ພະຈິກ ເຖິງ ວັນທີ 1 ທັນວາ 2017 . ກອງປະຊຸມໃນຄັ້ງນີ້ ໄດ້ຈັດຂື້ນພາຍໃຕ້ ຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ແລະ ການສ້າງຄວາມພ້ອມ ເພື່ອກ້າວໄປສູ່ ການເຊື່ອມໂຍງ ດີຈີຕອນ ໃຫ້ແກ່ຊຸມຊົນ”.
ກອງປະຊຸມຄັ້ງນີ້ ໄດ້ມີ (1)ການປຶກສາຫາລື, ແລກປ່ຽນບົດຮຽນ, ວິໃສທັດ ແລະ ແຜນຍຸດທະສາດ ໃນການພັດທະນາ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ. ຊຶ່ງໃນໄລຍະຜ່ານມາ ການພັດທະນາເຕັກໂນໂລຊີສື່ສານຂໍ້ມູນຂ່າວສານຂອງບັນດາປະເທດສະມາຊີກອາຊຽນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ພູມີພາກອາຊຽນ ກາຍເປັນຕະຫລາດ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ທີ່ຂະຫຍາຍໄວທີ່ສຸດ ເມື່ອທຽບກັບພູມີພາກອື່ນໆໃນທົ່ວໂລກ, ການຊົມໃຊ້ສື່ສັງຄົມອອນລາຍ ຂອງປະຊາກອນອາຊຽນ ກໍ່ຫລາຍເປັນອັນດັບທີ່ 2 ຂອງໂລກ. ຄຽງຄູ່ກັບການພັດທະນາ ທີ່ກໍາລັງການຂະຫຍາຍຕົວແຮງນັ້ນ, ກອງປະຊຸມ ກໍ່ເຫັນໄດ້ເຖິງສິ່ງຖ້າທາຍຕ່າງໆ ທີ່ຈະຕ້ອງໄດ້ ມີການຮ່ວມມືກັນ ໃນຫຼາຍດ້ານເຊັ່ນວ່າ: ດ້ານຄວາມປອດໄພ ທາງດ້ານເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ທີ່ນັບມື້ນັບຫລາຍ ແລະ ຄຸກຄາມ ດັ່ງນັ້ນ, ກອງປະຊຸມຈຶ່ງໄດ້ຕົກລົງໃຫ້ມີການ ຄົ້ນຄ້ວາ ສ້າງແຜນຍຸດທະສາດ ແລະ ແຜນແມ່ບົດສະເພາະໃນວຽກງານ ຄວາມປອດໄພທາງດ້ານເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ແລະສ້າງສູນຝຶກອົບຮົມລວມ ສະເພາະໃນດ້ານນີ້ຂອງອາຊຽນ, ສູນເຝົ້າລະວັງ ແລະ ເຕືອນໄພລວມສະເພາະຂອງອາຊຽນ. ພ້ອມນັ້ນ, ກອງປະຊຸມໄດ້ເຫັນດີ ໃຫ້ມີການຈັດຕັ້ງຄະນະສະເພາະກິດ ໃນການເບີ່ງບັນຫາລວມຂອງອາຊຽນ ການນໍາໃຊ້ສື່ສັງຄົມອອນລາຍ ຂອງປະຊາກອນອາຊຽນ ແລະ ເຫັນດີໃຫ້ ເຈົ້້າໜ້າທີ່ອາວຸໂສຂອງອາຊຽນ ໄປຄົ້ນຄ້ວາ ແຜນການຮ່ວມມື, ການພັດທະນາ, ການເຊື່ອມໂຍງລະບົບພື້ນຖານໂຄງລ່າງສະເພາະຂອງອາຊຽນ, ສ້າງລະບົບພື້ນຖານໂຄງຫລ່າງເຊື່ອຕໍ່ກັນກັບ ສາຍໃຍແກ້ວໃຕ້ທະເລ ກັບພູມີພາກອື່ນໂດຍກົງ.
(2) ພ້ອມນັ້ນ, ກໍ່ໄດ້ທົບທວນການຈັດຕັ້ງປະຕິບັດ ແຜນແມ່ບົດດ້ານເຕັກໂນໂລຊີສື່ສານຂໍ້ມູນຂ່າວສານຂອງອາຊຽນ ໃນການສ້າງ ດີຈີຕອນອາຊຽນ ເພື່ອຄວາມສະຫງ່າງາມຂອງອາຊຽນ, ຊຶ່ງລວມມີທັງໝົດ 6 ແຜນງານຄື: ແຜນຂອບການການຮ່ວມມື ກ່ຽວກັບການໂທລະສັບລະຫວ່າງປະເທດສະມາຊີກ ອາຊຽນ (International Mobile Roaming for ASEAN) ເພື່ອໃຫ້ຜູ້ເດີນທາງ ແລະ ນັກທຸລະກິດ ຂອງປະເທດສະມາຊີກ ສາມາດເຂົ້້າຫາການບໍລິການໂທລະສັບລະຫວ່າງປະເທດດ້ວຍລາຄາທີ່ຖືກ, ຊຶ່ງທຸກປະເທດຕ້ອງສ້າງຄວາມໂປ່ງໃສທາງດ້ານລາຄາ ແລະ ມອບໃຫ້ແຕ່ລະປະເທດ ມີຢ່າງໜ້ອຍ ໜຶ່ງຜູ້ໃຫ້ບໍລິການ ທີ່ນໍາໃຊ້ນະໂຍບາຍລາຄາລວມຂອງອາຊຽນ, ຮັບຮອງແຜນງານການຊຸກຍູ້ຜູ້ປະກອບການໃໝ່ຂອງອາຊຽນ (startup@ASEAN) ເພື່ອສົ່ງເສີມການກໍາເນີດ ແລະ ຄວາມເປັນນະວັດຕະກໍາ ຂອງຜູ້ປະກອບການ ໃນອາຊຽນ, ຮັບຮອງເອກກະສານຄູ່ມີ ໃນການປະເມີນຄຸນນະພາບ ຂອງການບໍລິການ ແລະ ການນໍາໃຊ້ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ຕາມມາດຕະຖານເຕັກນິກ ຂອງອົງການ ສະຫະພາບໂທລະຄົມສາກົນ (ASEAN Quality of Experience and service), ຮັບຮອງແຜນງານ ASEAN Maker Hackathon ເພື່ອສົ່ງເສີມການໃຫ້ຊາວໝຸ່ມອາຊຽນ ໄດ້ພັດທະນາ ການສ້າງນະວັດຕະກຳໃໝ່ດ້ານ ໄອຊີທີ ເປັນຕົ້ນ ການນໍາໃຊ້ IoT, Big Data ແລະ ໂດຍສະເພາະ Artificial Intelligence, ຮັບຮອງ ແຜນງານ ສ້າງຂອບການຮ່ວມມື ໃນການພັດທະນາ ການຄຸ້ມຄອງຂໍ້ມູນດີຈີຕອນ (ASEAN Framework on Digital Data Governance), ຮັບຮອງແຜນຍຸດທະສາດ ໃນການຮ່ວມມື ດ້ານຄວາມປອດໄພຂອງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ (ASEAN Cyber security Cooperation Strategy.
(3) ດັ່ງນັ້ນ, ເພື່ອເປັນການເສີມຂະຫຍາຍການຮ່ວມມື ໃນການພັດທະນາເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ຂອງອາຊຽນ, ກອງປະຊຸມໄດ້ຮັບຮອງຖະແຫລ່ງການ ຊຽມລຽບ, ໃນການສົ່ງເສີມການເຊື່ອມໂຍງ ໄອຊີທີ ແລະ ການສ້າງຄວາມພ້ອມ ໃນອາຊຽນ ດ້ວຍການພັດທະນາ ພື້ນຖານໂຄງລ່າງ, ການບໍລິການທີ່ເປັນນະວັດຕະກໍາ ແລະ ການພັດທະນາບຸກຄະລະກອນ, ສົ່ງເສີມການເຊື່ອມໂຍງກັບພາກພື້ນອາຊຽນ ດ້ວຍການສ້າງການເຊື່ອມກັນໂດຍກົງລະຫວ່າງປະເທດໃກ້ຄຽງ ແລະ ການສ້າງຈຸດແລກແລກປ່ຽນສັນຍາອີນເຕີເນັດຂອງອາຊຽນ, ສ້າງໂອກາດໃຫ້ປະເທດ ທີ່ບໍ່ມີທາງອອກສູ່ທະເລ ສາມາດມີໂຄງລ່າງເຊື່ອມໂຍງກັບ ສາຍໃຍແກ້ວໃຕ້ທະເລ ເພື່ອການເຊື່ອມໂຍງກັບອິນເຕີເນັດສາກົນ ດ້ວຍຄວາມໄວສູງ ແລະ ລາຄາຖືກ, ສົ່ງເສີມການນໍາໃຊ້ ໄອຊີທີ ເພື່ອການຂະຫຍາຍຕົວ, ພັດທະນາ ແລະ ທັນະສະໄໝ ໃຫ້ແກ່ຜູ້ປະກອບການ ຂະໜາດກາງ ແລະ ຂະໜາດນ້ອຍ ດ້ວຍການສ້າງສະພາບແວດລ້ອມ ແລະ ນະໂຍບາຍ, ເສີມຂະຫຍາຍຄວາມອາດສາມາດທາງດ້ານນະວັດຕະກໍາ, ການພັດທະນາທັກສະ, ອໍານວຍຄວາມສະດວກໃນການເຂົ້່າຫາແຫລ່ງທືນ ແລະ ຕະຫລາດ ໃໝ່. ສົ່ງເສີມການນໍາໃຊ້ ໄອຊີທີ, ການສື່ຂ່າວ ເປັນເຄື່ອງມື ໃນການຮຽນຮູ້ ແລະ ພັດທະນາຄວາມສາມາດ ໂດຍສະເພາະ ຊາວໜຸ່ມ ຕ້ອງໄດ້ມີການໄດ້ຮຽນຮູ້ ຕັງແຕ່ຍັງເຍົາໄວ. ພ້ອມກັນນັ້ນ, ຕ້ອງໄດ້ມີການສະໜັບສະໜູນການພັດທະນາ ພອນສະຫວັນ ເພື່ອເຮັດໃຫ້ເຕັກໂນໂລຊີອັນໃໝ່ ປະກອບສ່ວນໃນການພັດທະນາ ໄອຊີທີ ຂອງອາຊຽນ. ເພີ່ມພູນ ຄວາມອາດສາມາດໃນການຄຸ້ມຄອງ ຂໍ້ມູນ ດີຈີຕອນ ດ້ວຍການສ້າງສະພາບແວດລ້ອມ ຄວາມເປັນນະວະຕະກໍາຂອງຂໍ້ມູນ ເພື່ອຄວາມສະດວກໃນການກະຈາຍຂໍ້ມູນຂ່າວສານ, ສືບຕໍ່ເຮັດວຽກຮ່ວມກັນ ໃນການກໍານົດ ກາລະໂອກາດ, ສິ່ງຖ້າທາຍ ແລະ ວິທະການປະຕິບັດທີ່ດີ ໃການຄຸ້ມຄອງ ຜູ້ໃຫ້ບໍລິການເທີງລະບົບພື້ນຖານໂຄງລ່າງຂອງຜູ້ປະກອບການໂທລະຄົມ ດ້ວຍການຮ່ວມກັນ ໃນການເຈລະຈາກັບຜູ້ປະກອບເຫຼົ່ານັ້ນ, ປັບໃຫ້ສອດຄ່ອງກັນຂອງລະບຽບການຄຸ້ມຄອງຄື້ນຄວາມຖີ່ ແລະ ການຍຸດຕີລະບົບ ອານາລອກ ແລະ ຫັນທັງໝົດມາເປັນລະບົບ ດີຈີຕອນດ້ວຍຄື້ນ 700 MHz ພາຍໃນປີ 2020, ເສີມຂະຫຍາຍການຮ່ວມມື ກັບບັນດາ ປະເທດ ຄູ່ເຈລະຈາ, ອົງການສະຫະພາບໂທລະຄົມສາກົນ ແລະ ອົງການສາກົນຕ່າງໆ ໃນການຈັດຕັ້ງປະຕິບັດ ບັນດາກິດຈະກໍາ ແລະ ໂຄງການຕ່າງໆ ເພື່ອບັນລຸ ແຜນແມ່ບົດ ດ້ານເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ຂອງ ອາຊຽນ ໃນປີ 2020
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ