ກອງປະຊຸມ ຄະນະຜູ້ແທນອາວຸໂສ ອາຊຽນ ໃນດ້ານເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 48 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ພູຂົງ ຈິດຮູບໂລກ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້້າຮ່ວມ ກອງປະຊຸມ ຄະນະຜູ້ແທນອາວຸໂສ ອາຊຽນ ໃນດ້ານເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ຄັ້ງທີ່ 18, ທີ່ເມືອງ ຊຽມລຽບ ປະເທດ ກໍາປູເຈຍ, ໃນລະຫວ່າງ ວັນທີ່ 28-29 ພະຈິກ 2017 ນີ້. ໂດຍກອງປະຊຸມໃນຄັ້ງນີ້ ຈັດຂື້ນພາຍໃຕ້ ຫົວຂໍ້ “ພ້ອມກັນກ້າວໄປສູ່ ການເຊື່ອມໂຍງ ດີຈີຕອນ ໃຫ້ແກ່ຊຸມຊົນ (Towards a Digitally Integrated Communities)”,
ໃນກອງປະຊຸມຄັ້ງນີ້ ແມ່ນປືກສາຫາລືກ່ຽວກັບ (1)ການຄົ້ນຄ້ວາ ຂອບການການຮ່ວມມື ໃນດ້ານວຽກງານໂທລະສັບລະຫວ່າງປະເທດ ຂອງບັນດາປະເທດສະມາຊີກ ອາຊຽນ (International Mobile Roaming for ASEAN), ຊຶ່ງໄດ້ກໍານົດ ຫລັກການ ການສ້າງຄວາມໂປ່ງໃສທາງດ້ານອັດຕາຄ່າໂທຂອງແຕ່ລະປະເທດ ແລະ ແຜນຫລຸດຜ່ອນລາຄາການບໍລິການລະຫວ່າງປະເທດສະມາຊີກດ້ວຍກັນ, (2) ຄົ້ນຄ້ວາແຜນງານ ເພື່ອສ້າງຂອບການຮ່ວມມື ໃນການພັດທະນາການຄຸ້ມຄອງ ຂໍ້ມູນດິຈິຕອນ (ASEAN Framework on Digital Data Government) ພາຍໃນປີ 2019 ເພື່ອເປັນບ່ອນອີງ ໃນການກໍານົດຫລັກການ, ມາດຖານ ແລະ ຂັ້ນຕອນ ຂອງການແລກປ່ຽນຂໍ້ມູນຂ່າວສານ ດີຈີຕອນຂອງພາກລັດ ເພື່ອໃຫ້ຮັບປະກັນ ຄວາມປອດໄພໃນການແລກປ່ຽນຂໍ້ມູນໃນອານາຄົດ, (3)ຮັບຮອງເອົາບົດລາຍງານ ການປະເມີນຄຸນະພາບຂອງຜູ້ຊົມໃຊ້ (Quality of Experience) ແລະ ຂອງຜູ້ບໍລິການ (Quality of Service), ຊຶ່ງປະຈຸບັນ ບັນດາປະເທດ ສະມາຊີກ ຍັງບໍ່ມີມາດຕະຖານລວມ ໃນການກໍານົດຄຸນນະພາບ ຂອງການຊົມໃຊ້ ແລະ ການບໍລິການ, (4)ໄດ້ຮັບຮອງບົດລາຍງານຄວາມຄືບໜ້າ ການສ້າງຂອບການຮ່ວມມື ໃນການຄຸ້ມຄອງຄື້ນຄວາມຖີ່ຂອງອາຊຽນ (ASEAN Spectrum Management) ໂດຍສະເພາະການກໍານົດຄື້ນຄວາມຖີ່ 700Mhz ເປັນຄື້ນວາມຖີ່ເອກກະພາບ ຂອງບັນດາປະເທດສະມາຊີກ ໃນການຫັນປ່ຽນຈາກລະບົບ ອານາລອກໄປສູ່ລະບົບດີຈີຕອນ ແລະ ການສ້າງການເຊື່ອມໂຍງໃຫ້ແກ່ ເຂດຊົນນະບົດ, (5)ຮັບຮູ້ບັນຫາ, ຜົນກະທົບ ແລະ ການແຂ່ງຂັນ ລະຫວ່າງ ຜູ້ປະກອບການ ໂທລະຄົມມະນາຄົມ ແລະ ບັນດາບໍລິສັດທີ່ໃຫ້ບໍລິການລະບົບເຄື່ອຂ່າຍໂທລະຄົມ (Operator vs OTT), ໂດຍມີການຄົ້ນຄ້ວາ ເພື່ອສ້າງສະພາບແວດລ້ອມຂອງການຮ່ວມມືແບບຍືນຍົງ ແລະຄວນຫາວິທີໃຫ້ການບໍລິການຂອງ OTT ເຂົ້້າມາສະໜັບສະໜູນ ແຜນແມ່ບົດດ້ານເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ແລະ ເຄົາລົບບັນດາລະບຽບຫລັກການຂອງບັນດາປະເທດສະມາຊີກອາຽນ, (6) ກໍານົດຕົວຊີ້ວັດທີ່ສໍາຄັນ ໃນການ ຕິດຕາມຄວາມກ້າວໜ້າຂອງການຈັດຕັ້ງປະຕິບັດ ແຜນແມ່ນບົດດ້ານເຕັກໂນໂລຊີສື່ສານຂໍ້ມູນຂ່າວສານຂອງອາຊຽນ ເພື່ອຊຸກຍູ້ແລະຕິດຕາມບັນດາປະເທດສະມາຊີ ໃນການຈັດຕັ້ງປະຕິບັດ ບັນລຸຕາມເປົ້້າໝາຍ, (7)ໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດ 16ໂຄງການ ທີ່ໄດ້ຮັບຮອງໃນປີ 2017, ພ້ອມນັ້ນ ກໍ່ໄດ້ອະນຸມັດ ການຈັດຕັ້ງປະຈິບັດໂຄງການ 2018 ຈໍານວນ 15 ໂຄງການ, ຊຶ່ງ ສປປ ລາວ ຂອງພວກເຮົາແມ່ນໄດ້ຮັບ 2ໂຄງການ ຄືໂຄງການ e-Service Gap Analyze ແລະ ໂຄງການ Cloud computing
ພ້ອມນັ້ນ, ຍັງໄດ້ພົບປະ ແລະ ປຶກສາການຮ່ວມມື ກັບບັນດາປະເທດຄູ່ຮ່ວມເຈລະຈາ ເຊັ່ນ ສປ ຈີນ, ຍີ່ປຸ່ນ, ສ. ເກົາຫລີ, ອີເດຍ, ອາເມລີກາ, ສະຫະພາບເອີລົບ ແລະ ອົງການສະພາບຫະພາບໂທລະຄົມມະນາຄົມສາກົນ. ຊຶ່ງບັນດາຄູ່ຮ່ວມເຈລະຈາແມ່ນໄດ້ສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດຂອງອາຊຽນ ແລະ ຍີນດີໃຫ້ ການຮ່ວມມື ແລະ ທືນສະໜັບສະໜູນ ໃນຫລາຍໂຄງການ. ທຸກປະເທດສະມາຊີອາຊຽນ ກໍ່ເຫັນໄດ້ວ່າ ມີຜົນສໍາເລັດໃນການພັດທະນາເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ຢູ່ໃນປະເທດຂອງຕົນ ແລະ ກໍ່ໄດ້ມີການຮ່ວມມືກັນ ແລະ ຊ່ວຍເຫລືອຊຶ່ງກັນແລະກັນ ໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງອາຊຽນ ເພື່ອການສ້າງ ຂອບການຮ່ວມມືໃນປີ 2020.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ