ປທສ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນ ສາມຝ່າຍ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 45 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນ ສາມຝ່າຍ ລະຫວ່າງ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ (LaoCERT), ບໍລິສັດ ດາຕາຄອມ ຈໍາກັດ ແລະ ບໍລິສັດ ພລັດຄູລິດ ເທັກໂນໂລຊີ ປະເທດ ສິງກະໂປ, ໃນຕອນບ່າຍຂອງມື້ວັນທີ 10 ພະຈິກ 2017, ທີ່ໂຮງແຮມດອນຈັນພາເລດ, ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການເຊັນບົດບັນທຶກດັ່ງກ່າວ ແມ່ນເພື່ອເປັນການເປີດບໍລິການ, ຈັດຫຼັກສູດຝຶກອົບຮົມທາງດ້ານເຕັນນິກຄວາມປອດໄພທາງໄຊເບີ (Cyber) ຂັ້ນສູງ ຢູ່ ສປປ ລາວ, ໂດຍແນໃສ່ ການໃຫ້ບໍລິການສັງຄົມທົ່ວໄປ ພ້ອມທັງເປັນການສົ່ງເສີມໃຫ້ບຸກຄະລາກອນຂອງພາກລັດ ແລະ ພາກເອກະຊົນ ມີໂອກາດຍົກລະດັບຄວາມຮູ້ໃນວຽກງານຄວາມປອດໄພທາງໄຊເບີ ໃຫ້ຫຼາຍຂຶ້ນ ແລະ ເປັນການເສີມສ້າງຄວາມເຂັ້ມແຂງໃນການສ້າງຄວາມອາດສາມາດໃນການຮັກສາຄວາມປອດໄພທາງ ໄຊເບີ (Cyber) ໃຫ້ທັນສະພາບການ.
ຊຶ່ງປັດຈຸບັນ ຄອມພິວເຕີ ແລະ ອິນເຕີເນັດໄດ້ກາຍມາເປັນພາກສ່ວນໜຶ່ງທີ່ສ້າງຄວາມສະດວກ, ສະບາຍ ໃນວຽກງານ ແລະ ການດຳລົງຊີວິດຂອງຄົນເຮົາ ແຕ່ໃນທາງກັບກັນ ຄອມພິວເຕີ ແລະ ອິນເຕີເນັດກໍ່ຍັງສົ່ງຜົນກະທົບຕໍ່ ເສດຖະກິດ-ສັງຄົມ ເຊັ່ນ: ການບຸກລຸກຂອງໄວລັສຄອມພິວເຕີ, ການບຸກຊ່ອງໂວ່, ການຮົ່ວໄຫຼຂອງຂໍ້ມູນຂ່າວສານ, ການໂຈມຕີທາງໄຊເບີ (Cyber) ແລະ ອື່ນໆ. ຈາກການບັນທຶກສະຖິຕິຂອງເຫດການທີ່ເກີດຂຶ້ນໃນ ສປປ ລາວ ປີ 2016 ທີ່ຜ່ານມາ ເຫັນວ່າມີເວັບໄຊທີ່ຖືກທຳລາຍເຖິງ 34%, ການໂຈມຕີແບບປະຕິເສດການໃຫ້ບໍລິການ (Denial of service) ມີເຖິງ 25%, ມໍແວ (Malware) 17%, ສະແປມ (Spam) 8%, ຝິດຊິ້ງ (Fishing) ແລະ ການສະແກນຊ່ອງໂວ່ຂອງເຄືອຂ່າຍ 8%. ເພາະສະນັ້ນ, ໄພຄຸກຄາມຈາກໄຊເບີ (Cyber) ມີຄວາມຈຳເປັນຢ່າງຍິ່ງທີ່ທາງພາກລັດ ແລະ ເອກະຊົນຕ້ອງໄດ້ສົ່ງເສີມ ເພື່ອສ້າງຄວາມເຂັ້ມແຂງ, ຄວາມອາດສາມາດໃນການກໍ່ສ້າງບຸກຄະລາກອນ ແລະ ສ້າງພະນັກງານດ້ານເຕັກນິກວິຊາການ ໃນການປ້ອງກັນໂຄງລ່າງພື້ນຖານຂໍ້ມູນຂ່າວສານຂອງຂະແໜງການຕົນ.
ຂ່າວ: ສູນລາວເຊີດ, ປທສ. / 16/11/2017
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ