ລາວ-ຫວຽດນາມ ພົບປະແລກປ່ຽນສອງຝ່າຍ ລາວ-ຫວຽດນາມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 46 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ (MPT) ສປປ ລາວ ແລະ ກະຊວງ ຖະແຫລງຂ່າວ ແລະ ການສື່ສານ (MIC) ສສ. ຫວຽດນາມໄດ້ມີການຈັດກອງປະຊຸມເວທີຮ່ວມມືເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ລາວ-ຫວຽດນາມ, ຫວຽດນາມ-ລາວ ກ່ຽວກັບ ການຮ່ວມມື ທາງດ້ານ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຂຶ້ນໃນວັນທີ 02 ພະຈິກ ຜ່ານມານີ້, ທີ່ ຊັ້ນ 03 ຂອງຫໍວັດທະນະທຳແຫ່ງຊາດ. ໂດຍການເປັນປະທານຮ່ວມຂອງ ທ່ານ ທອງໃສ ຊານໄຊຍະ ຮອງ ລັດຖະມົນຕີ ກະຊວງ ປທສ ແລະ ທ່ານ ຮ່ວາງ ວີງ ບາວ (Hoang Vinh Bao) ຮອງ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ ແລະ ການສື່ສານ (MIC) ສສ. ຫວຽດນາມ. ມີທ່ານ ຫງຽນ ບ໋າ ຮືງ (Nguyen Ba Hung) ເອອັກຄະລະສະທູດ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳລາວ ພ້ອມດ້ວຍແຂກທີ່ຖືກເຊີນ ທັງພາກລັດ, ບັນດາ ບໍລິສັດ ຜູ້ປະກອບການ ນັກທຸລະກິດ ຂອງ ສປປ ລາວ ແລະ ສສ ຫຽວດນາມ.
ການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອ ເປັນການ ເສີມຂະຫຍາຍ ສົ່ງເສີມ ການຮ່ວມມື ແລະ ແລກປ່ຽນ ປະສົບການ ໃນການຄຸ້ມຄອງ ພາກລັດ ຕໍ່ກັບວຽກງານດ້ານການລົງທືນ ແລະ ປະກອບການທຸລະກິດ ພ້ອມກັນນັ້ນກໍເປັນການເປີດໂອກາດໃຫ້ບັນດາ ນັກລົງທືນ ແລະ ຜູ້ປະກອບການໄດ້ມີໂອກາດ ພົບປະ ແລກປ່ຽນບົດຮຽນ ເພື່ອ ຊອກຫາໂອກາດ ແລະ ຊ່ອງທາງ ໃນການຮ່ວມມື ໃນໃນຂົງເຂດ ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ລະຫວ່າງສອງ ປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ສຳລັບວຽກງານດ້ານ ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ ໃນປະຈຸບັນຖືເປັນ ປັດໃຈ ແລະ ເຄື່ອງມືທີ່ສຳຄັນ ແລະ ມີຄວາມຈຳເປັນຢ່າງຍີ່ງ ເຊີ່ງ ລັດຖະບານລາວເຮົາກໍໃຫ້ຄວາມສຳຄັນ ແລະ ຖືເອົາວຽກງານດັ່ງກ່າວເປັນບັນຫາສຳຄັນ ເພື່ອ ຊ່ວຍສົ່ງເສີມ, ພັກດັນ ໃຫ້ເປັນເຄື່ອງມື ປະກອບເຂົ້າໃນ ວຽກງານການ ພັດທະນາ ເສດຖະກິດ ໃນຍຸກໃໝ່ ເພື່ອ ຫັນເປັນທັນສະໄໝ, ສະນັ້ນ ລັດຖະບານລາວ ຈຶ່ງໄດ້ມີນະໂຍບາຍ ຊ່ວຍສະໜັບສະໜຸນ ສົ່ງເສີມ, ອຳນວຍຄວາມສະດວກ ແລະ ສ້າງທຸກເງື່ອນໄຂທີ່ ສາມາດສ້າງຄວາມເຊື່ອຖື ແລະ ເປັນປະໂຫຍດໃຫ້ແກ່ ບັນດາ ຫົວໜ່ວຍທຸລະກິດ ຂອງ ຕ່າງປະເທດ ເຂົ້າມາລົງທືນ ເຮັດທຸລະກິດ ໃນຂົງເຂດ ດັ່ງກ່າວ ຢູ່ພາຍໃນ ສປປ ລາວ. ລາວ ແລະ ຫວຽດນາມ ຜ່ານມາ ແຕ່ອາດີດເຖີງປະຈຸບັນ ໄດ້ມີສາຍພົວພັນ ແບບພິເສດຮອບດ້ານ ທີ່ເປັນມູນເຊື້ອ ລະຫວ່າງ ພັກ, ລັດ ແລະ ປະຊາຊົນ ສອງຊາດ ອ້າຍນ້ອງ ເຊີ່ງມັນໄດ້ສົ່ງຜົນອັນດີໃຫ້ແກ່ວຽກງານ ດ້ານການພົວພັນຮ່ວມມື ທີ່ຈະສ້າງຜົນສຳເລັດຍິ່ງຂຶ້ນ ບໍ່ວ່າ ທັງພາກລັດ ແລະ ລະຫວ່າງບັນດາຫົວໜ່ວຍປະກອບການທຸລະກິດ ຂອງສອງປະເທດ ໃນຂົງເຂດ ໂທລະຄົມມະນາຄົມ ແລະ ເຕັກໂນໂລຢີ ການສື່ສານ ຂໍ້ມູນຂ່າວສານ ໃນກອງປະຊຸມ ຄັ້ງນີ້ ທ່ານ ຮອງ ລັດຖະມົນຕີ ກະຊວງ ປທສ ລາວ ໄດ້ເຊີນຊວນ ໃຫ້ ບັນດາ ຜູ້ປະກອບການ ທຸລະກິດ ຂອງຫວຽດນາມ ໃຫ້ເຂົ້າມາລົງທືນ ຢູ່ ລາວ ໃຫ້ຫຼາຍຂຶ້ນ.
ໃນກອງປະຊຸມພົບປະຄັ້ງນີ້ ຍັງມີການລົງນາມບົດບັນທືກຄວາມເຂົ້າໃນ ການຮ່ວມມື ລະຫວ່າງ ສະຖາບັນເຕັກໂນໂລຊີ ຂໍ້ມູນຂ່າວສານ, ກະຊວງ ໄປສະນີ ໂທລະຄົມມະ ນາຄົມ ແລະ ການສື່ສານ ກັບ ສະຖາບັນ ເຕັກໂນໂລຊີ ໄປສະນີ ໂທລະຄົມມະນາຄົມ (PTIT) ກະຊວງ ຖະແຫລງຂ່າວ ແລະ ການສື່ສານ (MIC) ຫວຽດນາມ, ນອກນັ້ນຍັງມີການເຊັນ ບົດບັນທືກຄວາມເຂົ້າໃນ ການຮ່ວມມື ກັນຂອງ ບັນດາຜູ້ປະກອບການ ທຸລະກິດ ເປັນຕົ້ນ: ການເຊັນ ບົດບັນທືກຄວາມເຂົ້າໃນ ການຮ່ວມມື ລະຫວ່າງ ບໍລິສັດ ລາວໂທລະຄົມ ກັບ ກູ່ມບໍລິສັດ VNPT ແລະ ລະຫວ່າງ ບໍລິສັດ ໄປສະນີລາວ ກັບ ບໍລິສັດ ໄປສະນີ ຫວຽດນາມ.
ຂ່າວ: ຄອນສະຫວັນ ແກ້ວໂສພາ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ