ທ່ານ ທັນສະໄໝ ກົມມະສິດ ເຂົ້າຮ່ວມກອງປະຊຸມ ໄອທີຢູ 2017 ທີ່ ສ.ເກົາຫຼີ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 50 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ປອ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ITU Telecom World 2017 ທີ່ ເມືອງບູຊານ ສ.ເກົາຫຼີ, ໃນລະຫວ່າງວັນທີ 24-28 ກັນຍາ 2017 ນີ້. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໂດຍ ສະຫະພາບໂທລະຄົມມະນາຄົມສາກົນ ຫຼື ITU ຊຶ່ງເປັນຜູ້ທີ່ຮັບຜິດຊອບກ່ຽວກັບ ມາດຕະຖານດ້ານໂທລະຄົມ ແລະ ວຽກງານສົ່ງເສີມໂທລະຄົມມະນາຄົມ ຫຼື ICT ສາກົນ, ງານ ITU Telecom World ແມ່ນໄດ້ຈັດຂຶ້ນທຸກໆປີ. ພ້ອມນີ້, ຍັງມີງານວາງສະແດງດ້ານ ICT ທີ່ເພື່ອເປັນເວທີໃຫ້ກັບ ບັນດາກະຊວງ ແລະ ອົງການລັດຖະບານ, ຜູ້ວາງນະໂຍບາຍຂະແໜງ ICT, ຜູ້ປະກອບການຂະແໜງການ ICT ແລະ ສະຕາດອັບ (ICT StartUp) ຕ່າງໆໄດ້ມາພົບປະກັນ ຜ່ານກອງປະຊຸມສຳມະນາ ແລະ ງານວາງສະແດງ. ນອກນັ້ນ, ຍັງເປັນເວທີ ໃນການສ້າງໂອກາດອັນດີໃນການຮ່ວມມື, ການລົງທຶນຮ່ວມກັນ ແລະ ແລກປ່ຽນບົດຮຽນລະຫວ່າງພາກພຶ້ນ ແລະ ສາກົນ. ຊຶ່ງໃນງານວາງສະແດງຄັ້ງນີ້ ໄດ້ມີຫຼາຍກວ່າ 450 ບູດ ວາງສະແດງ ທີ່ມາຈາກພາກສ່ວນ ລັດຖະບານ ແລະ ເອກະຊົນ ຈາກທົ່ວໂລກ ໂດຍສະເພາະຈາກບັນດາປະເທດອາຊຽນ ແລະ ອັບຟຣິກາ, ແລະ ມີຜູ້ເຂົ້າຮ່ວມຊົມງານ ຫຼາຍກວ່າ 9.000 ຄົນ.
ກອງປະຊຸມຄັ້ງນີ້ ແມ່ນໄດ້ປຶກສາຫາລືກ່ຽວກັບເຕັກໂນໂລຊີທີ່ກຳລັງໂດດເດັ່ນ ໃນບັນຈຸບັນເຊັ່ນ: ລະບົບປັນຍາປະດິດ (Artificial Intelligence - AI), ການສື່ສານຄວາມໄວສູງ (5G), ແລະ ການຫັນເປັນລະບົບດິຈິຕອນທີ່ທັນສະໄໝ (Smart Digital Transformation) ຊຶ່ງເປັນເຕັກໂນໂລຊີ ທີ່ກໍາລັງຂັບເຄື່ອນເສດຖະກິດໂລກ ໃນທຸກຂະ ແໜງການ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງ ປທສ ພ້ອມດ້ວຍຄະນະຍັງໄດ້ເຂົ້າຮ່ວມ ກອງປະຊຸມສຳມະນາລະດັບສາກົນ, ກອງປະຊຸມສຸດຍອດຜູ້ນຳຂະແໜງ ICT, ກອງປະຊຸມ ໂຕະມົນຄະນະລັດຖະມົນຕີ ICT ແລະ ກອງປະຊຸມແລກປ່ຽນບົດຮຽນການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມ ດ້ານ ICT ລະຫວ່າງຂົງເຂດອາຊີ-ປາຊີຟິກ, ຊຶ່ງຈຸດປະສົງຂອງກອງປະຊຸມ ໄດ້ສຸມໃສ່ວິທີການໃນການຮ່ວມມື, ໜ້າທີ່ຂອງລັດຖະບານ ໃນການຄຸ້ມຄອງ ແລະ ພັດທະນາເສດຖະກິດ ດີຈີຕອນ (Digital Economy), ການແລກປ່ຽນບົດຮຽນ ວິທີການຄຸ້ມຄອງ ແລະ ດັດສົມ, ການຄຸ້ມຄອງ ແລະ ສົ່ງເສີມການນຳໃຊ້ AI ແລະ 5G ເພື່ອສົ່ງເສີມໃຫ້ວຽກງານທຸກຂະແໜງການຂະຫຍາຍຕົວ, ປະຫຍັດງົບປະມານ ແລະ ເພີ່ມມູນຄ່າຂອງຜະລິດຕະພັນໃຫ້ສູງຂຶ້ນ, ພ້ອມທັງ ກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ. ນອກຈາກນັ້ນ, ທ່ານ ລັດຖະມົນຕິ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຊົມງານວາງສະແດງ ແລະ ໄດ້ລົງຢ້ຽມບັນດາຮ້ານວາງສະແດງຂອງປະເທດອາຊີ ແລະ ອັບຟຣີກາ, ບໍລິສັດ ຜູ້ໃຫ້ບໍລິການດ້ານ ICT ແຖວໜ້າ ຂອງໂລກ ເປັນຕົ້ນ ບໍລິສັດ Korea Telecom (KT), ບໍລິສັດ Samsung, ບໍລິສັດ Huawei ແລະ ອື່ນໆ. ພ້ອມທັງ, ເປັນໂອກາດອັນດີ ຂອງ ສປປ ລາວ ກໍຄື ກະຊວງ ປທສ ເພື່ອຮຽນຮູ້ບັນດາເຕັກໂນໂລຊີໃໝ່ໆດ້ານ ICT ຂອງພາກພື້ນ ແລະ ສາກົນ ທີ່ໄດ້ປຶກສາຫາລື ແນວທາງໃນການຮ່ວມມື ໃນການພັດທະນາບຸກຄະລາກອນ ແລະ ເຕັກໂນໂລຊີ ອິນເຕີເນັດ ຄວາມໄວສູງ ຂອງ ສປປ ລາວ ເພື່ອພັດທະນາດ້ານ ICT ຂອງລາວ ແລະ ສົ່ງເສີມໃຫ້ຕ່າງປະເທດ ເຂົ້າມາລົງທຶນ ແລະ ພັດທະນາດ້ານ ICT ຢູ່ລາວ ໃນອະນາຄົດ ໂດຍສະເພາະທິດທາງພັດທະນາໂຄງລ່າງພື້ນຖານທີ່ເປັນອັນຂັບເຄື່ອນໄປສູ່ທັນສະໄໝ ເຊັ່ນ ການກຳນົດນະໂຍບາຍ ແລະ ລະບຽບການເພື່ອຮອງຮັບການພັດທະນາເສດຖະກິດດິຈິຕອນ (ເສດຖະກິດ ຍຸກທີ 4).
ຂ່າວ: ກົມໄອທີ, ປທສ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ