ຮອງລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເຂົ້າຮ່ວມ ກອງປະຊຸມ ອາຊີ ປາຊີຟິກ ລະດັບພາກພື້ນ ຄັ້ງທີ່ 03
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 45 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ອາຊີປາຊີຟິກລະດັບພາກພື້ນ ຄັ້ງທີ 03 ແລະ ກອງປະຊຸມ ປິ່ນອ້ອມ ພາຍໃຕ້ຫົວຂໍ້ ການຫັນເປັນລັດດິຈິຕອນ ແລະ ການສ້າງຕົວເມືອງທັນສະໄໝ ໃນລະຫວ່າງວັນທີ 21 ເຖິງ 23 ກັນຍາ ທີ່ ບາງກອກ, ເຊີ່ງຈັດຂື້ນໂດຍ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ເປັນປະທານໂດຍ ທ່ານ ປອ ພິເສດ ດຸລົງຄະວິໂລດ, ລັດຖະມົນຕີ ກະຊວງ ດິຈິຕອນ ເພື່ອເສດຖະກິດ ແລະ ສັງຄົມ ປະເທດໄທ, ແລະ ປະທານຮ່ວມ ໂດຍ ທ່ານ ມາວຄອມ ຈອນຊັນ, ຮອງເລຂາທິການ ສະຫະພາບໂທລະຄົມມະນາຄົມສາກົນ.
ໃນກອງປະຊຸມຄັ້ງນີ້ ບັນດາຄະນະຜູ້ແທນຂັ້ນສູງຈາກພາກພື້ນອາຊີ ປາຊີຟິກ ໄດ້ປຶກສາຫາລືແລກປ່ຽນບົດຮຽນ ນະໂຍບາຍການພັດທະນາໄອຊີທີ ໂດຍສະເພາະການນໍາໃຊ້ເຕັກໂນໂລຊີການສື່ສານດິຈິຕອນ ແລະ ບັນດານະວັດຕະກໍາ ໄອຊີທີ ເຂົ້າໃນທຸກຂົງເຂດວຽກງານ ເພື່ອພັດທະນາເສດຖະກິດ ແລະ ສັງຄົມ ໂດຍສະເພາະຫັນປ່ຽນການບໍລິການຂອງພາກລັດ ໃຫ້ເປັນການບໍລິການທີ່ທັນສະໄໝ ຊື່ງລວມທັງແນວຄິດລິເລີ່ມໃນການສ້າງຕົວເມືອງພັດທະນາແບບຍືນຍົງ ແລະ ທັນສະໄໝ. ໃນໂອກາດນີ້ ທ່ານ ຮອງລັດຖະມົນຕີ ກະຊວງ ປທສ ໄດ້ຮັບກຽດຂື້ນກ່າວເປັນ Panelist ໃນວາລະ “ການປຶກສາຫາລື ການນໍາຂັ້ນສູງ - ການຫັນເປັນລັດດິຈິຕອນ”.
ໃນທີ່ປະຊຸມ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ໄດ້ສະເໜີ ສະພາບການພັດທະນາຂະແໜງການ ໄອຊິທີ ສປປ ລາວ, ວິໄສທັດ 2030 ແລະ 7 ແຜນຍຸດທະສາດ ຂອງ ກະຊວງ ປທສ, ໂດຍສະເພາະ ທິດທາງໃນຕໍ່ໜ້າໃນການສົ່ງເສີມບໍລິຫານລັດດ້ວຍເອເລັກໂຕຣນິກ ເຊີ່ງທ່ານໄດ້ກ່າວໃນຕອນໜື່ງວ່າ “ລັດຖະບານ ກໍ່ຄື ກະຊວງ ປທສ ໄດ້ສຸມໃສ່ການພັດ ທະນາລະບົບ ແລະ ຍົກລະດັບຄວາມທັນສະໄໝ ໃນການຄຸ້ມຄອງບໍລິຫານ ແລະ ການບໍລິການ ຂອງບັນດາພາກລັດດ້ວຍເອເລັກໂຕຣນີກ ເພື່ອຮັບປະກັນວຽກງານການບໍລິຫານລັດແບບທັນສະໄໝ ມີປະສິດທິພາບ ແລະ ປະສິດທິຜົນ, ມີຄວາມປອດໄພ, ຫຼຸດຜ່ອນການລົງທຶນຊໍ້າຊ້ອນ ແລະ ໃຫ້ບັນດາລະບົບສາມາດເຮັດວຽກຮ່ວມກັນ. ພ້ອມນີ້ ກໍ່ສົ່ງເສີມການສ້າງຄວາມອາດສາມາດ ແລະ ຄວາມຊໍານິຊໍານານໃນການນໍາໃຊ້ ໄອຊີທີ ເຂົ້າໃນວຽກງານຕົວຈິງ ໃຫ້ແກ່ພະນັກງານລັດ ຢູ່ສູນກາງ, ທ້ອງຖີ່ນ ແລະ ປະຊາຊົນ”
ນອກຈາກນີ້ ຄະນະຜູ້ແທນກະຊວງ ປທສ ໄດ້ເຂົ້າຮ່ວມພິທີເປີດງານວາງສະແດງ Digital Bigbang Thailand 2017, ຈັດຂື້ນໂດຍ ກະຊວງ ດິຕິຈອນ ເພື່ອເສດຖະກິດ ແລະ ສັງຄົມ ປະເທດໄທ, ກ່າວເປີດ ພິທີໂດຍ ທ່ານ ປະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີໄທ. ຊື່ງງານວາງສະແດງໃນຄັ້ງນີ້ ແມ່ນພາຍໃຕ້ນະໂຍບາຍຜັກດັນການນໍາໃຊ້ເຕັກໂນໂລຊີສື່ສານ ແລະ ນະວັດຕະກໍາໃໝ່ ໃນການຂັບເຄື່ອນເສດຖະກິດ ແລະ ສັງຄົມ ໃນການຫັນເປັນດິຈິຕອນ. ງານມະຫະກໍານະວັດຕະກໍາເຕັກໂນໂລຊີດິຈິຕອນ ທີ່ມີຜູ້ວາງສະແດງ ແລະ ຜູ້ເຂົ້າຮ່ວມຈາກພາຍໃນ, ພາກພື້ນ ແລະ ສາກົນ. ໃນງານດັ່ງກ່າວ ໄດ້ແບ່ງງານອອກເປັນ 4 ສ່ວນຄື: 1. Digital Ecosystem: ມີ ພາກລັດຖະບານ e-Government, ຜູ້ປະກອບການ Start up, Fin-Tech, E-commerce, ຜູ້ປະກອບໂທລະຄົມມະນາຄົມ ແລະ ອື່ນ, 2. Digital community and smart city ໂດຍການເອົາຕົວແບບໂຄງການເມືອງທັນສະໄໝທີ່ປະສົບຜົນສໍາເລັດມາຈໍາລອງ, 3. Digital Park - ສູນລວມນະວັດຕະກໍາໃໝ່ ລວມມີ Big data, IoT, Cloud computing, ມາດຕະຖານໂທລະຄົມມະນາຄົມ ແລະ ການນໍາໃຊ້ເຕັກໂນໂລຊີການສື່ສານ ໃນຂະແໜງການກະສິກໍາ, ສາທາລະນະສຸກ ແລະ ການສືກສາ; ແລະ 4. Digital playground – ເອົາບັນດາກິດຈະກໍາແຂ່ງຂັນແນວຄວາມຄິດນະວັດຕະກໍາ, ການແຂ່ງຂັນກິລາທັນສະໄໝ (e-sport) ແລະ ແຂ່ງຂັນຫຸ່ນຍົນ (Robot, Drone), ການຈັດສໍາມະນາຝືກອົບຮົມ ບັນດາຫົວຂໍ້ ເຕັກໂນໂລຊີໃໝ່, ແລະ ອໍານວຍພື້ນທີ ໃຫ້ແກ່ການພົບປະລະຫວ່າງ ຜູ້ປະກອບການ,ນັກປະດິດ ແລະ ນັກທຸລະກິດ.
ຂ່າວ: ກົມແຜນການ ແລະ ການຮ່ວມມື
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ