ກອງປະຊຸມລັດຖະມົນຕີອາຊຽນ ດ້ານຄວາມປອດໄພທາງໄຊເບີ ປະຈຳປີ 2017 ທີ່ ປະເທດ ສິງກະໂປ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 48 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນ ດ້ານຄວາມປອດໄພທາງໄຊເບີ 2017 (ASEAN Ministerial Conference on Cyber Security 2017), ທີ່ຈັດຂື້ນໃນວັນທີ 18 ກັນຍາ 2017 ທີ່ຜ່ານມານີ້ ຢູ່ທີ່ປະເທດສິງກະໂປ ພາຍໃຕ້ການເປັນປະທານຂອງ ທ່ານ Dr. Yaacob Ibrahim, ລັດຖະມົນຕີກະຊວງ ຂໍ້ມູນຂ່າວສານ, ຜູ້ຮັບຜິດຊອບວຽກງານດ້ານຄວາມປອດໄພທາງໄຊເບີ ຂອງສິງກະໂປ, ມີລັດຖະມົນຕີ ແລະ ຄະນະວິຊາການ ດ້ານຄວາມປອດໄພທາງໄຊເບີ ທີ່ກ່ຽວຂ້ອງ ຂອງບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເສີມສ້າງການຮ່ວມມືໃນກອບຂອງອາຊຽນ ດ້ານວຽກງານການປ້ອງກັນຄວາມປອດໄພທາງໄຊເບີ ຊຶ່ງໄດ້ມີການປຶກສາຫາລືກ່ຽວກັບສິ່ງທີ່ສາມາດເຮັດຮ່ວມກັນໄດ້ ເພື່ອກ້າວໄປເຖິງການສ້າງຂີດຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງດ້ານການປ້ອງກັນໄພທາງໄຊເບີໃນເຂດພາກພື້ນ ແລະ ໃນອາຊຽນ.
ກອງປະຊຸມໃນຄັ້ງນີ້ ຍັງໄດ້ປຶກສາຫາລືວຽກງານທີ່ສໍາຄັນເຊັ່ນ: ທິດທາງໃນຕໍ່ໜ້າສໍາລັບອາຊຽນ ໃນການຊອກຫາວິທີທາງແກ້ໄຂການຮ່ວມມື, ການສ້າງກົນໄກ, ການສ້າງຂີດຄວາມສາມາດການວາງຍຸດທະສາດ ແລະ ແຜນນະໂຍບາຍປ້ອງກັນໄພທາງໄຊເບີ ເພື່ອໃຫ້ສາມາດເຊື່ອມໂຍງ ແລະ ຮັບມືກັບໄພຄຸກຄາມຕ່າງໆ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ໂດຍສະເພາະແມ່ນແນ່ໃສ່ປົກປ້ອງພື້ນຖານໂຄງລ່າງຂໍ້ມູນຂ່າວສານ ດ້ານ ICT ໃຫ້ມີຄວາມປອດໄພ ລັດຖະບານ ສປປ ລາວ ແມ່ນມີເຈດຈໍານົງທີ່ຈະພັດທະນາປະເທດ ແລະ ປັບປຸງມາດຕະຖານການນໍາໃຊ້ຂໍ້ມູນຂ່າວສານໃຫ້ມີຄວາມມປອດໄພ ແລະ ເກີດປະໂຫຍດສູງສຸດ ໃນການສ້າງມາດຖານ ການເຊື່ອມໂຍງຂໍ້ມູນຂ່າວສານ ລວມໄປເຖີງການສ້າງນະໂຍບາຍດ້ານຄວາມປອດໄພ ເພື່ອສ້າງຂີດຄວາມສາມາດໃນການຮັບມືກັບໄພຄຸກຄາມທາງໄຊເບີ ທີ່ເປັນເອກະພາບກັນຢູ່ໃນພາກພື້ນ ແລະ ສາກົນ.
ໃນໂອກາດດັ່ງກ່າວນີ້ ຍັງໄດ້ຮັບຟັງການນໍາສະເໜີ ການສ້າງນະໂຍບາຍ, ກົດໝາຍສາກົນ, ແຜນຍຸດທະສາດ, ການສ້າງກົນໄກການຮັບມືກັບໄພຄຸກຄາມທາງໄຊເບີ, ການສ້າງບຸກຄະລາກອນ, ການຮ່ວມມືສາກົນ ໂດຍສະເພາະແມ່ນລະຫວ່າງປະເທດທີ່ພັດທະນາແລ້ວ ແລະ ປະເທດທີ່ກຳລັງພັດທະນາເພື່ອສ້າງຂີດຄວາມສາມາດໃນການຄຸ້ມຄອງ ແລະ ການປ້ອງກັນຄວາມປອດໄພທາງໄຊເບີ ໃນລະດັບມາດຕະຖານສາກົນ, ການວາງແຜນສ້າງແຜນຍຸດທະສາດ ແລະ ການກອບກູ້ລະບົບທີ່ໄດ້ຮັບຜົນເສຍຫາຍໃຫ້ກັບຄືນມາສູ່ສະພາບເດີມ. ນອກຈາກນີ້ທາງເຈົ້າພາບໄດ້ຊີ້ແຈງໃຫ້ເຫັນເຖິງ 3 ບັນຫາຫຼັກທີ່ຈະຊ່ວຍພັກດັນວຽກງານດ້ານການຮັກສາຄວາມປອດໄພທາງໄຊເບີ ເປັນຕົ້ນແມ່ນ: ລະບົບການບໍລິຫານຂອງລັດຖະບານໃຫ້ເຂັ້ມແຂງ, ຄວາມສາມາດໃນການປະຕິບັດງານ ແລະ ການພັດທະນາລະບົບເສດຖະກິດແບບຢືນຍົງ ຊຶ່ງ ທາງເຈົ້າພາບໄດ້ເນັ້ນເຖິງການປ້ອງກັນພື້ນຖານໂຄງລ່າງຂໍ້ມູນຂ່າວສານໃຫ້ເຂັ້ມແຂງ (CIIP).
ສຳລັບ ສປປ ລາວ ໂດຍສະເພາະ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ໄດ້ມອບໜາຍໃຫ້ ສູນລາວເຊີດ ດຳເນີນການຄົ້ນຄ້ວາຮ່າງນະໂຍບາຍດ້ານຄວາມປອດໄພທາງ ໄຊເບີ, ຊຶ່ງຈະລົງເລິກ ທາງດ້ານການສົ່ງເສີມການສ້າງບຸກຄະລາກອນ, ການສ້າງຂີດຄວາມສາມາດຂອງອົງກອນ ແລະ ບັນດາຂະແໜງການຕ່າງໆ ທາງ ພາກລັດ ແລະ ເອກະຊົນ ມີຄວາມຮັບຮູ້ ແລະ ເຫັນເຖິງຄວາມສຳຄັນຕໍ່ວຽກງານປ້ອງກັນພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສຳຄັນ (CIIP) ຂອງປະເທດ ເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດສັງຄົມຂອງຊາດໃຫ້ມີຄວາມເຂັ້ມແຂງ. ປະຕິບັດໄດ້ແຜນການຮັບປະກັນຄວາມປອດໄພເຄືອຂ່າຍຄອມພີວເຕີ ແລະ ການປົກປອ້ງຂໍ້ມູນຂ່າວສານໃຫ້ມີຄວາມປອດໄພຕາມແຜນແມ່ບົດ ການພັດທະນາວຽກງານດ້ານ ໄອຊີທີ ຂອງອາຊຽນແຕ່ນີ້ຮອດ 2020.
ໂດຍ: ສູນ LaoCERT, ປທສ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ