ກອງປະຊຸມປຶກສາຫາລືການຄຸ້ມຄອງ ການຄ້າຜ່ານເອເລັກໂຕຼນິກ (e-Commerce)
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 52 ຄັ້ງ | ເວລາ | 2024-12-22 00:00:00
ໃນຕອນເຊົ້າຂອງວັນທີ 13/9/2017 ຜ່ານມານີ້, ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງການຄ້າຜ່ານລະບົບເອເລັກໂຕຣນິກ (e-Commerce) ໂດຍການເປັນປະທານ ຂອງທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຊຶ່ງມີບັນດາຕົວແທນຈາກກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ບັນດາກົມກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ສະເໜີກ່ຽວກັບສະພາບລວມຂອງ e-Commerce ໃນສາກົນ ກໍ່ຄື ໃນ ສປປ ລາວ, ທ່າແຮງ ແລະ ບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ ເພື່ອຮັກສາຜົນປະໂຫຍດຂອງລັດ ແລະ ຂອງປະຊາຊົນ. ພ້ອມນັ້ນ ຍັງໄດ້ປຶກສາຫາລືກັນກ່ຽວກັບຄວາມພ້ອມທາງດ້ານ e-Commerce ຊຶ່ງຕິດພັນກັບວຽກງານຂອງຫຼາຍກະຊວງ ຊຶ່ງຈຳເປັນຕ້ອງມີການປະສານງານ ແລະ ມີຄວາມເປັນເອກະພາບກັນ ເພື່ອບໍ່ໃຫ້ມີວຽກຊ້ຳຊ້ອນ ອີກທັງເປັນການສົ່ງເສີມ e-Commerce ໃຫ້ກາຍເປັນເຄື່ອງມືສຳຄັນໃນການຂັບເຄື່ອນເສດຖະກິດ-ສັງຄົມ, ຊຸກຍູ້ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຊຶ່ງທ່ານ ປອ ທະວີສັກ ມະໂນທັມ ໄດ້ກ່າວບາງຕອນວ່າ: “ວຽກງານການຄຸ້ມຄອງ e-Commerce ບໍ່ແມ່ນວຽກຂອງກະຊວງໃດໜຶ່ງ ແຕ່ມັນໄດ້ຕິດພັນ ແລະ ຮຽກຮ້ອງໃຫ້ມີການປະສານງານ ແລະ ຮ່ວມມືຂອງຫຼາຍກະຊວງ, ທີ່ຜ່ານມາ ກະຊວງ ປທສ ແມ່ນໄດ້ສຳເລັດການສ້າງນິຕິກຳຫຼາຍຢ່າງ ເພື່ອຄຸ້ມຄອງບໍລິການຜ່ານອິນເຕີເນັດ ເປັນຕົ້ນ ກົດໝາຍ ICT, ກົດໝາຍຕ້ານອາດສະຍາກຳທາງຄອມພິວເຕີ, ກົດໝາຍປົກປ້ອງຂໍ້ມູນຂ່າວສານ, ດຳລັດ Data Center ແລະ ອື່ນໆ”.
ກອງປະຊຸມຍັງໄດ້ລົງເລິກປຶກສາຫາລື ກ່ຽວກັບທິດທາງ, ແບບແຜນການພັດທະນາ ແລະ ຄຸ້ມຄອງລະບົບການຄ້າຜ່ານລະບົບເອເລັກໂຕຣນິກ (e-Commerce) ຂອງລາວ, ການແບ່ງຄວາມຮັບຜິດຊອບຂອງແຕ່ລະກະຊວງໃຫ້ຊັດເຈນ, ເປັນເອກະພາບ ແລະ ມີສ່ວນຮ່ວມຂອງບັນດາກະຊວງກ່ຽວຂ້ອງ ເຊັ່ນ ກະຊວງອຸດສະຫະກຳ ແລະ ການຄ້າ ເປັນຜູ້ຄຸ້ມຄອງທະບຽນອະນຸຍາດ, ກະຊວງ ປທສ ເປັນຜູ້ຄຸ້ມຄອງພື້ນຖານໂຄງລ່າງອິນເຕີເນັດ, ຮັບຮອງຄວາມຖືກຕ້ອງທາງເອເລັກໂຕຣນິກ (CA) ແລະ ຄວາມປອດໄພໃນການສົ່ງ-ຮັບຂໍ້ມູນ, ທະນາຄານກາງ ເປັນຜູ້ຄຸ້ມຄອງການໂອນຈ່າຍ-ຮັບເງິນທາງເອເລັກໂຕຣນິກ, ແລະ ກະຊວງການເງິນແມ່ນຄຸ້ມຄອງການເກັບພາສີ ແລະ ອາກອນ ເປັນຕົ້ນ. ທັງນີ້ ເພື່ອຮັບປະກັນການເຊື່ອມໂຍງກັບ e-Commerce ຂອງສາກົນ, ປົກປ້ອງຜົນປະໂຫຍດຂອງຜູ້ຊົມໃຊ້ ພ້ອມທັງສາມາດເກັບລາຍຮັບເຂົ້າງົບປະມານຂອງລັດໄດ້ຢ່າງຄົບຖ້ວນ.
ເພື່ອເຮັດໃຫ້ໄດ້ຕາມຄາດໝາຍດັ່ງກ່າວ, ກອງປະຊຸມເຫັນວ່າຄວນມີການສ້າງ ແລະ ປັບປຸງຄືນບັນດານິຕິກຳຈຳນວນໜຶ່ງ, ເພີ່ມທະວີການປະສານງານ ແລະ ຮ່ວມມືແລກປ່ຽນຂໍ້ມູນກັນຂອງບັນດາກະຊວງທີ່ກ່ຽວຂ້ອງຈຶ່ງຈະເຮັດໃຫ້ການຄຸ້ມຄອງ ແລະ ພັດທະນາ e-Commerce ມີປະສິດທິພາບ ແລະ ຫັນການພັດທະນາເສດຖະກິດສູ່ເສດຖະກິດແບບດິຈິຕອນ ຂັບເຄື່ອນປະເທດລາວໃຫ້ຫຼຸດພົ້ນຈາກປະເທດກຳລັງພັດທະນາ.
ຂ່າວ: ກົມໄອທີ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ