ທ່ານ ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຢ້ຽມຢາມ ສູນອິນເຕີເນັດແຫ່ງຊາດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 49 ຄັ້ງ | ເວລາ | 2024-12-22 00:00:00
07 ສິງຫາ 2017 [ສູນອິນເຕີເນັດແຫ່ງຊາດ], ທ່ານ ປອ. ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານ ຄະນະກໍາມາທິການ ຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ), ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ສູນອິນເຕີເນັດແຫ່ງຊາດ (ສອຊ) ແລະ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ (ລາວເຊີດ - LaoCERT), ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
ຄະນະນຳ ສູນອິນເຕີເນັດແຫ່ງຊາດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຊຶ່ງປະກອບໄປດ້ວຍ ການຄຸ້ມຄອງວຽກງານ ລວມສູນການສື່ສານ ແລະ ເປັນຈຸດສະໜອງການເຊື່ອມຕໍ່ ລະບົບເຄືອຂ່າຍໂທລະສັບ ແລະ ອິນເຕີເນັດ ຫວ່າງບັນດາບໍລິສັດໂທລະຄົມມະນາຄົມ ພາຍໃນ ແລະ ລະຫວ່າງພາຍໃນກັບຕ່າງປະເທດ, ຄຸ້ມຄອງ ສູນຂໍ້ມູນແຫ່ງຊາດ (National Data Center) ທີ່ເປັນພື້ນຖານໂຄງລ່າງໃນການສະໜອງການບໍລິການດ້ານອິນເຕີເນັດ ໃຫ້ແກ່ ພາກລັດ ແລະ ສັງຄົມ, ຄຸ້ມຄອງພື້ນຖານໂຄງລ່າງລະຫັດຄວາມປອດໄພ (Public Key Infrastructure – PKI) ທີ່ເປັນພຶື້ນຖານໃຫ້ແກ່ການຢັ້ງຢືນທາງເອເລັກໂຕຣນິກ (Certificate Authority – CA) ຊຶ່ງເປັນເຄື່ອງມືສຳຄັນໃນການພັດທະນາ ເສດຖະກິດ ດີຈີຕອນ (Digital Economy), ຄຸ້ມຄອງລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ ດ໋ອດລາ .LA, ແລະ ຍັງເປັນກອງເລຂາຂອງ ຄະນະກຳມາທິການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
ໃນການລົງຢ້ຽມຢາມຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຂົ້າຊົມ ສູນຂໍ້ມູນແຫ່ງຊາດ ຂອງ ສູນອິນເຕີເນັດແຫ່ງຊາດ, ຊຶ່ງເປັນບ່ອນ ຕິດຕັ້ງລະບົບອຸປະກອນເຕັກນິກ ທີ່ສະໜອງໃຫ້ແກ່ວຽກງານ ຂອງ ສູນ; ສະໜອງພື້ນຖານໂຄງລ່າງໃຫ້ແກ່ລະບົບບໍລິການຈົດທະບຽນ ລະຫັດຊື່ອິນເຕິເນັດ ພາຍໃຕ້ ລະຫັດຊື່ອິນເຕີເນັດ ສູງສຸດ ແຫ່ງຊາດ .LA ຊຶ່ງໃນປະຈຸບັນ ມີປະມານເກືອບ 45,000 ລະຫັດຊື່ ທີ່ຈົດທະບຽນພາຍໃຕ້ .LA; ສະໜອງໃຫ້ແກ່ ລະບົບຄຸ້ມຄອງບໍລິການຮັບຝາກເວັບໄຊ ຊຶ່ງມີປະມານ 130 ເວັບໄຊ ຂອງພາກລັດ ທີ່ນໍາໃຊ້ໃນປະຈຸບັນ, ມີລະບົບຄລາວຄອມພິວຕິງ (Cloud Computing) ທີ່ສະໜອງພື້ນທີ່ເຊີເວີຈໍາລອງ (Virtual Machine – VM) ແລະ ບໍລິການພື້ນທີ່ຝາກເຊີເວີ ຊຶ່ງມີ 10 ກວ່າ ພາກສ່ວນຂອງລັດ ທີ່ນໍາໃຊ້. ພ້ອມນີ້, ສູນຂໍ້ມູນແຫ່ງຊາດ ຍັງເປັນບ່ອນສະໜອງພື້ນຖານໂຄງລ່າງ ໃຫ້ແກ່ ລະບົບອີເມວ ແລະ ລະບົບກອງປະຊຸມທາງໄກ ສຳລັບພາກລັດ; ທັງມີລະບົບໄຟຟ້າ, ລະບົບຄວາມເຢັນ ແລະ ລະບົບປ້ອງກັນ-ຄວບຄຸມ ອັກຄີໄພ ທີ່ຮັດກຸມ ໄດ້ມາດຕະຖານ, ຊຶ່ງປະຈຸບັນ ສູນອິນເຕີເນັດ ແຫ່ງຊາດ ໄດ້ຮັບການຢັ້ງຢືນມາດຕະຖານຄວາມປອດໄພຂໍ້ມູນຂ່າວສານ ISO27001:2013. ນອກຈາກນີ້, ສູນອິນເຕີເນັດ ແຫ່ງຊາດ ກໍ່ພວມກະກຽມຄວາມພ້ອມ ສໍາລັບການສະໜອງບໍລິການດ້ານການຢັ້ງຢືນຄວາມປອດໄພທາງເອເລັກໂຕຣນິກໃຫ້ແກ່ສັງຄົມ.
ສູນອິນເຕີເນັດ ແຫ່ງຊາດ ຍັງໄດ້ລາຍງານຄວາມພ້ອມກ່ຽວກັບການຮັບມື ໃນການປ້ອງກັນ ແກ້ໄຂເຫດສຸກເສີນ ທາງດ້ານເຕັກນິກທີ່ອາດຈະເກີດຂຶ້ນ ໂດຍການນຳໃຊ້ລະບົບເຄື່ອງມືຕິດຕາມເຝົ້າລະວັງເຕັກນິກ ແລະ ຈັດພະນັກງານ ບໍ່ຕໍ່າກ່ວາ 10 ຄົນ ເຂົ້າປະຈຳການ ຕະຫຼອດ 24 ຊົ່ວໂມງຕໍ່ມື້.
ພ້ອມດຽວກັນນີ້, ສູນລາວເຊີດ ກໍ່ໄດ້ລາຍງານກ່ຽວກັບວຽກງານການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ ໂດຍວຽກງານຫຼັກ ແມ່ນການຄົ້ນຄວ້າ, ສ້າງ, ໂຄສະນາ, ເຜີຍແຜ່ ນະໂຍບາຍ, ກົດໝາຍ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງວຽກງານດ້ານຄວາມປອດໄພ, ເຊິ່ງຜ່ານມາ ກໍ່ໄດ້ສ້າງ ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ, ພ້ອມທັງ ຮ່າງກົດໝາຍວ່າດ້ວຍ ການປົກປ້ອງຂໍ້ມູນທາງເອເລັກໂຕຣນິກ ແລະ ຮ່າງນະໂຍບາຍແຫ່ງຊາດ ວ່າດ້ວຍ ຄວາມປອດໄພທາງໄຊເບີ. ນອກຈາກນີ້, ສູນລາວເຊີດ ຍັງມີພາລະບົດບາດໃນການເຝົ້າລະວັງ, ຕິດຕາມ, ແຈ້ງເຕືອນ, ແນະນຳ ແລະ ຕອບໂຕ້ ເຫດສຸກເສີນທາງລະບົບຄອມພິວເຕີ ຕະຫຼອດ 24 ຊົ່ວໂມງ; ພິສູດ, ວິເຄາະ, ຄົ້ນຫາ ແລະ ຢັ້ງຢືນ ຫຼັກຖານຂໍ້ມູນທາງເອເລັກໂຕຣນິກ; ໃຫ້ຄຳປຶກສາ ແລະ ແນະນຳ ວິທີການປ້ອງກັນ ແລະ ການແກ້ໄຂທາງດ້ານເຕັກນິກ ດ້ານຄວາມປອດໄພ; ຕິດຕາມ, ເກັບກຳ, ສັງລວມ ແລະ ລາຍງານ ເຫດການທີ່ເກີດຂຶ້ນກ່ຽວກັບຂໍ້ມູນສື່ສານຄອມພິວເຕີ ທີ່ຜິດກັບກົດໝາຍ ແລະ ລະບບຽບການ. ຄຽງຄູ່ກັນນັ້ນ ກໍ່ຍັງຕິດຕາມ ແລະ ເຜີຍແຜ່ ນະວັດຕະກຳເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄົ້ນຄວ້າ, ສ້າງກິດຈະກຳ, ສ້າງຫຼັກສູດ ແລະ ເຜີຍແຜ່ໃຫ້ຄວາມຮູ້ ກ່ຽວກັບຄວາມປອດໄພທາງລະບົບຄອມພິວເຕີ ໃຫ້ແກ່ສັງຄົມ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາພະນັກງານທີ່ປະຕິບັດໜ້າທີ່ວິຊາສະເພາະ ໃຫ້ໄດ້ຮັບຜົນສຳເລັດ ແລະ ຮຽກຮ້ອງໃຫ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະຕິບັດໜ້າທີ່ວຽການ ເພີ່ມທະວີຄວາມສາມັກຄີຢ່າງແໜ້ນແຟ້ນ ເພື່ອເຮັດຫຼ້ອນໜ້າທີ່ທີ່ ພັກ-ລັດ ມອບໝາຍໃຫ້.
ໂດຍ: ໄຊສົມຫວັງ ສຸວັນນະວົງ, ສູນອິນເຕີເນັດແຫ່ງຊາດ /
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ