ອາດີດປະທານປະເທດເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງວຽງຈັນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 87 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ຈູມມະລີ ໄຊຍະສອນ ອາດີດປະທານປະເທດແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຄະນະພັກ-ອົງການປົກຄອງແຂວງວຽງຈັນ ໃນວັນທີ 23 ກໍລະກົດຜ່ານມາ ທີ່ເມືອງວັງວຽງ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີບັນດາຄະນະປະຈໍາພັກແຂວງ, ຄະນະປະຈໍາພັກເມືອງທົ່ວແຂວງເຂົ້າຮ່ວມ.
ທ່ານ ຄຳພັນ ສິດທິດຳພາ ໄດ້ລາຍງານສະພາບລວມໂດຍສັງເຂບ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງແຂວງວຽງຈັນໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ 3 ຂັ້ນພາຍໃນແຂວງ; ການປະ ຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບ 2 ວາລະແຫ່ງຊາດ. ຜ່ານມາ, ຄະນະປະຈໍາພັກແຂວງໄດ້ລົງຊຸກຍູ້ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນໃນທົ່ວແຂວງ ເລີ່ມຈາກຂັ້ນຮາກຖານບ້ານ ປັດຈຸບັນແມ່ນສໍາເລັດກອງປະຊຸມໃຫຍ່ຂັ້ນບ້ານ 100%. ສໍາລັບການດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍພັກສໍານັກງານ, ອົງການຂັ້ນເມືອງໃນທົ່ວແຂວງໄດ້ຈັດຕັ້ງສໍາເລັດແລ້ວ 72% ຂອງຈໍານວນໜ່ວຍພັກທັງໝົດ ຄາດວ່າຈະສໍາເລັດ 100% ໃນເດືອນກັນຍາ 2024, ສຳລັບຮາກຖານພັກອ້ອມຂ້າງແຂວງແມ່ນຈະໃຫ້ສໍາເລັດພາຍໃນເດືອນທັນວາ 2024 ຕາມຄາດໝາຍທີ່ກໍານົດໄວ້. ຄະນະພັກ-ຄະນະນໍາແຂວງໄດ້ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ລົບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ສາມາດຮັກສາໄດ້ຄວາມສະຫງົບຂັ້ນຮາກຖານໂດຍພື້ນຖານ ຊຶ່ງເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນທົ່ວແຂວງສາມາດລຶບລ້າງບ້ານທຸກຍາກໄດ້ 100%. ປັດຈຸບັນ, ຍັງມີຄອບຄົວທຸກຍາກທັງໝົດ 3.720 ຄອບຄົວ ເທົ່າກັບ 4,72% ຂອງຈໍານວນຄອບຄົວທົ່ວແຂວງ.
ໂອກາດນີ້, ທ່ານ ຈູມມະລີ ໄຊຍະສອນ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ການນຳແຂວງ ແລະ ເມືອງທົ່ວແຂວງ ສືບຕໍ່ນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ການສ້າງແຂວງຕ້ອງສ້າງຕາມຍຸດທະສາດ 3 ດ້ານໃຫຍ່ຄື: ຍຸດທະສາດດ້ານການເມືອງ, ຍຸດທະສາດດ້ານເສດຖະກິດ ແລະ ຍຸດທະສາດດ້ານການທະຫານ. ສ່ວນການສ້າງເມືອງໃຫ້ສ້າງຕາມ 4 ເນື້ອໃນ ຫຼື 4 ບຸກທະລຸຄື: 1. ບຸກທະລຸທາງດ້ານຈິນຕະນາການ ຕ້ອງສືບຕໍ່ປັບປຸງໃຫ້ໜັກແໜ້ນຂຶ້ນໄປເລື້ອຍໆ, 2. ບຸກທະລຸທາງດ້ານບຸກຄະລາກອນໃຫ້ສືບຕໍ່ສ້າງຄົນ, ສ້າງກຳລັງ ແລະ ສ້າງຊັບພະຍາກອນມະນຸດ, 3. ບຸກທະລຸທາງດ້ານເສດຖະກິດ ຕ້ອງແກ້ໄຂດ້ານສິນຄ້າ ເປັນຕົ້ນການຜະລິດເປັນສິນຄ້າສົ່ງອອກຕ່າງປະເທດໃຫ້ຫຼາຍ. 4. ບຸກທະລຸທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງສືບຕໍ່ເຮັດຢ່າງຕັ້ງໜ້າ ແລະ ປົກກະຕິ. ສຳລັບການສ້າງບ້ານ ຊຶ່ງເປັນຫົວໜ່ວຍຕ່ຳສຸດ ແລະ ເປັນບ່ອນຈັດຕັ້ງປະຕິບັດຕົວຈິງ ຕ້ອງສຸມໃສ່ຢ່າງຕັ້ງໜ້າ ສ້າງກຸ່ມການຜະລິດຢູ່ແຕ່ລະບ້ານໃຫ້ໄດ້ 3 ກຸ່ມ ເປັນຕົ້ນກຸ່ມລ້ຽງສັດ, ປູກຝັງ ແລະ ກຸ່ມບໍລິການ. ຈາກນັ້ນໃຫ້ເລີ່ມຫັນຈາກກຸ່ມການຜະລິດ ໃຫ້ເປັນບໍລິສັດຂະໜາດນ້ອຍໃຫ້ໄດ້ໃນປີ 2025-2030. ໂອກາດດຽວກັນນີ້, ທ່ານ ຈູມມະລີ ໄຊຍະສອນ ໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວຖໍ້ານາງຟ້າ, ຖ້ຳນອນ (ຂົວສີຟ້າ) ເມືອງວັງວຽງຕື່ມອີກ.
ຂ່າວ-ພາບ: ບຸນມາ ແກ້ວບຸດດາ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ