ນາຍົກລັດຖະມົນຕີຍີ່ປຸ່ນສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງນາຍົກລັດຖະມົນຕີລາວ
|ຢ້ຽມຊົມ: 31 ຄັ້ງ | ເວລາ | 2025-04-06 05:09:38
ພະນະທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີເນື້ອໃນວ່າ: ໃນນາມຕາງໜ້າລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງ ພະນະທ່ານ, ຄອບຄົວສີພັນດອນທຸກທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທານະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ການຈາກໄປຂອງ ພະນະທ່ານ ຄໍາໄຕ ສີພັນດອນ ອະດີດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຜູ້ຊຶ່ງເປັນບິດາຂອງພະນະທ່ານ.
ພະນະທ່ານ ຄໍາໄຕ ສີພັນດອນ, ອະດີດ ປະທານປະເທດ ແມ່ນຜູ້ທີ່ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສ້າງສາພັດທະນາປະເທດຊາດ ໃນຍຸກສະໄໝທີ່ປະເທດລາວມີການປ່ຽນແປງ. ນອກຈາກນີ້, ພະນະທ່ານ ຍັງໄດ້ໄປຢ້ຽມຢາມ ປະເທດຍີ່ປຸ່ນ ໃນນາມ ນາຍົກລັດຖະມົນຕີ ໃນເວລານັ້ນ ແລະ ໄດ້ເອົາໃຈໃສ່ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການພັດທະນາສາຍພົວພັນມິດຕະພາບກັບປະເທດຍີ່ປຸ່ນ. ຂ້າພະເຈົ້າ ເຊື່ອວ່າ ຄວາມໂສກເສົ້າເສຍໃຈຕໍ່ກັບການຈາກໄປຂອງ ພະນະທ່ານ ຄໍາໄຕ ສີພັນດອນ ອະດີດ ປະທານປະເທດ ທີ່ເປັນບຸກຄົນທີ່ແສນເຄົາລົບຮັກຂອງ ພະນະທ່ານ ແລະ ປວງຊົນລາວ ຢ່າງຫຼວງຫຼາຍ ແມ່ນບໍ່ສາມາດພັນລະນາອອກມາເປັນຄໍາເວົ້າໄດ້.
ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍສະແດງຄວາມອາໄລຢ່າງສຸດຊຶ້ງ ເຖິງດວງວິນຍານຂອງ ພະນະທ່ານ ຄໍາໄຕ ສີພັນດອນ ອະດີດ ປະທານປະເທດ ທີ່ໄດ້ອຸທິດຕົນເຂົ້າໃນການພັດທະນາປະເທດຊາດ ຕະຫຼອດຊີວິດຜ່ານມາຂອງ ພະນະທ່ານ ແລະ ຂໍໃຫ້ດວງວິນຍານຂອງ ພະນະທ່ານ ຈົ່ງໄປສູ່ສຸຄະຕິດ້ວຍເຖີ້ນ.
- * ສານອວຍພອນ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 67 ປີ ຈາກຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
- * ອວຍພອນວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ
- * ສະໝັກລັດຖະກອນ ປີ 2023
- * ອວຍພອນປີໃໝ່ ພສ 2566
- * ສະຫາຍ ເລຂາທິການໃຫຍ່ ອວຍພອນ ສະຫາຍ ສີ ຈິ້ນຜິງ, ໃນໂອກາດວັນເກີດ 70 ປີ
- * ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ
- * ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນເຖິງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ
- * ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ
- * ໂທລະເລກອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 88 ປີ (ວັນທີ 3/2/1930-3/2/2018)
- * ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສປປລາວ ສົ່ງໂທລະເລກອວຍພອນເຖິງສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກ
- * ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
- * ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ຄົບຮອບ 47 ປີ
- * ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 72 ປີ
- * ໂທລະສານອວຍພອນ ຈາກພັກແຮງງານເກົາຫຼີ
- * ໂທລະເລກອວຍພອນ ເຖິງ: ສະຫາຍ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
- * ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- * ໂທລະເລກອວຍພອນ ຈາກຫົວໜ້າ ຄຕພ ກອມມູນິດຫວຽດນາມ ເຖິງ ຫົວໜ້າ ຄຕພ ປປ ລາວ
- * ຄຳສັ່ງແນະນຳເພີ່ມທະວີ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ
- * ສານອວຍພອນຈາກ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- * ຄຳສັ່ງເລກທີ 15/ນຍ ການເພີ່ມທະວີມາດຕະການສະກັດກ້ນ, ຄວບຄຸມ ແລະ ແກ້ໄຂໂຄວິດ-19