ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ
|ຢ້ຽມຊົມ: 532 ຄັ້ງ | ເວລາ | 2022-05-15 15:50:50
Warning: Undefined variable $m3 in /home/wwwroot/leaderships.la/public_html/nt.php on line 131
ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ
ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ໃນວັນທີ 21 ມີນາ 2022, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໄດ້ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງພັກປະຊົນປະຕິວັດລາວຄົບຮອບ 67 ປີມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ເຊິ່ງມີເນື້ອໃນດັ່ງລຸ່ມນີ້:
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ (22/3/1955-22/3/2022), ຕາງໜ້າພັກກອມມູນິດ ຫວຽດນາມແລະປະຊາຊົນຫວຽດນາມ, ພວກຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳອວຍພອນໄຊອັນປະເສີດຖານສະຫາຍອ້າຍນ້ອງທີ່ສະໜິດສະໜົມສຸດ ມາຍັງຄະນະບໍລິຫານງານສູນກາງພັກ, ສະມະຊິກພັກປະຊາຊົນປະຕິວັດລາວທຸກຖ້ວນໜ້າແລະປະຊາຊົນລາວບັນດາເຜົ່າ.
ຕະຫຼອດໄລຍະ 67 ປີຜ່ານມາ, ພາຍໃຕ້ການນາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງໄດ້ຜັນຂະຫຍາຍມູນເຊື້ອວິລະຊົນປະຕິວັດ, ຜ່ານຜ່າອຸປະສັກ, ສິ່ງທ້າທາຍ, ຍາດໄດ້ບັນດາໄຊຊະນະອັນດັງກ້ອງສະຫງ່າໃນພາລະກິດປົດປອ່ຍປະເທດຊາດ, ປົກປັກຮັກສາແລະສ້າງສາປະເທດຊາດ. ພິເສດ ແມ່ນໃນໄລຍະ 35 ປີແຫ່ງການປະຕິບັດການປ່ຽນແປງໃໝ່, ພັກ, ລັດຖະບານແລະປະຊາຊົນ ສາມາດຍາດໄດ້ບັນດາຜົນສຳເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດໃນທຸກຂົງເຂດ, ປະກອບສ່ວນໃນການຍົກສູງບົດບາດແລະອິດທິພົນຂອງພັກປະຊາຊົນປະຕິວັດລາວແລະປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວໃນເວທີສາກົນ. ບັນດາຜົນສຳເລັດດັ່ງກ່າວ ເປັນຄວາມປິຕິຍິນດີຂອງ ສອງພັກ, ສອງລັດແລະປະຊາຊົນສອງຊາດລາວ-ຫວຽດນາມ, ທັງເປັນແຮງບັນດານໃຈ ອັນໃຫຍ່ຫຼວງຕໍ່ກັບພາລາກິດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດຫວຽດນາມ.
ພັກ, ລັດແລະປະຊາຊົນຫວຽດນາມສະໜັບສະໜຸນຢ່າງເຂັ້ມແຂງແລະ ຮອບດ້ານໃນຂະບວນການປ່ຽນແປງໃໝ່ຂອງລາວແລະເຊື່ອໝັ້ນຢ່າງໜັກແໜ້ນວ່າ, ການສືບທອດມູນເຊື້ອຂອງບັນດາຮຸ່ນຄົນໃນເມື່ອກ່ອນ, ເສີມຂະຫຍາຍບັນດາຜົນສຳເລັດທີ່ຍາດມາໄດ້ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດຊາດແລະປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່, ໃຫຍ່ຫຼວງກວ່າເກົ່າໃນຂະບວນການປ່ຽນແປງໃໝ່, ປະຕິບັດສຳເລັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ວາງອອກໄດ້ຢ່າງມີໄຊ; ສ້າງປະເທດລາວ ສັນຕິພາບເອກະລາດປະຊາທິປະໄຕເອກະພາບແລະວັດທະນາຖາວອນໃຫ້ມີຜົນສຳເລັດຕາມຈຸດໝາຍສັງຄົມນິຍົມ.
ພວກຂ້າພະເຈົ້າສຸດທີ່ປິຕິຊົມຊື່ນເປັນຢ່າງຍິ່ງແລະມີຄວາມເອກອ້າງທະນົງໃຈ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະການຮວ່ມມືຮອບດ້ານຫວຽດນາມ-ລາວໂດຍແມ່ນປະທານໂຮ່ຈິມິນຜູ້ຍິ່ງໃຫຍ່ແລະປະທານ ໄກສອນພົມວິຫານ, ປະທານ ສຸພານຸວົງທີ່ແສນເຄົາລົບຮັກເປັນຜູ້ກໍ່ຕັ້ງ, ຝຶກຝົນຫຼໍ່ໍ່ຫຼອມແລະ ການນຳຮຸ່ນຕ່າງໆຂອງສອງພັກສອງລັດແລະປະຊາຊົນສອງຊາດໄດ້ອອກເຮື່ອເທແຮງເພີ່ມພູນຄູນສ້າງປັບປຸງແລະບູລະນະໄດ້ນັບມື້ກ້າວເຂົ້າສຸ່ລວງເລິກຢ່າງບໍ່ຢຸດຢັ້ງ, ແທດເໝາະຕົວຈິງແລະມີປະສິດທິຜົນໃນທຸກຂົງເຂດວຽກງານ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ.
ພັກ, ລັດແລະປະຊາຊົນຫວຽດນາມຍາມໃດກໍ່ເຄົາລົບແລະຈົດຈຳເຖິງການສະໜັບສະໜຸນອັນແຮງກ້າ, ການຊ່ວຍເຫຼືອໃຫຍ່ຫຼວງ, ລ້ຳຄ່າ, ມິດຈິດມິດໃຈແລະມີປະສິດທິຜົນ ທີ່ພັກ, ລັດແລະປະຊາຊົນລາວອ້າຍນ້ອງມີຕໍ່ພັກ, ລັດແລະປະຊາຊົນຫວຽດນາມ ຕະຫຼອດໄລຍະທີ່ຜ່ານມາແລະຈະເຮັດສຸດຄວາມສາມາດຂອງຕົນຮ່ວມກັບ ພັກ, ລັດແລະປະຊາຊົນລາວໃນການປົກປັກຮັກສາແລະເພີ່ມພູນຄູນສ້າງສາຍພົວພັນສາມັກຄີພິເສດຫວຽດນາມ-ລາວໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ, ນຳເອົາຜົນປະໂຫຍດມາສູ່ປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືແລະການພັດທະນາໃນພາກພື້ນແລະໃນໂລກ.
ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດຫວຽດນາມ-ລາວ ຈົ່ງຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫຼອດການລະນານ.
- * ສານອວຍພອນ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 67 ປີ ຈາກຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
- * ອວຍພອນວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ
- * ສະໝັກລັດຖະກອນ ປີ 2023
- * ອວຍພອນປີໃໝ່ ພສ 2566
- * ສະຫາຍ ເລຂາທິການໃຫຍ່ ອວຍພອນ ສະຫາຍ ສີ ຈິ້ນຜິງ, ໃນໂອກາດວັນເກີດ 70 ປີ
- * ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ
- * ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນເຖິງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ
- * ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ
- * ໂທລະເລກອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 88 ປີ (ວັນທີ 3/2/1930-3/2/2018)
- * ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສປປລາວ ສົ່ງໂທລະເລກອວຍພອນເຖິງສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກ
- * ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
- * ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ຄົບຮອບ 47 ປີ
- * ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 72 ປີ
- * ໂທລະສານອວຍພອນ ຈາກພັກແຮງງານເກົາຫຼີ
- * ໂທລະເລກອວຍພອນ ເຖິງ: ສະຫາຍ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
- * ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- * ໂທລະເລກອວຍພອນ ຈາກຫົວໜ້າ ຄຕພ ກອມມູນິດຫວຽດນາມ ເຖິງ ຫົວໜ້າ ຄຕພ ປປ ລາວ
- * ຄຳສັ່ງແນະນຳເພີ່ມທະວີ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ
- * ສານອວຍພອນຈາກ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- * ຄຳສັ່ງເລກທີ 15/ນຍ ການເພີ່ມທະວີມາດຕະການສະກັດກ້ນ, ຄວບຄຸມ ແລະ ແກ້ໄຂໂຄວິດ-19