ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 72 ປີ
|ຢ້ຽມຊົມ: 479 ຄັ້ງ | ເວລາ | 2022-05-15 15:48:31
Warning: Undefined variable $m3 in /home/wwwroot/leaderships.la/public_html/nt.php on line 131
ສະຫາຍທີ່ຮັກແພງ,
ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 72 ປີ, ຕາງໜ້າໃຫ້ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງ ຄະນະນໍາ ແລະ ພະນັກງານຂອງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ທຸກຖ້ວນໜ້າ.
ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ເດັດດ່ຽວ ຂອງພັກກອມມູນິດຈີນ, ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການສະຖາປະນາຂື້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 01 ຕຸລາ 1949, ເຊິ່ງໄດ້ກາຍເປັນບາດລ້ຽວປະຫວັດສາດສໍາຄັນ ແຫ່ງການເລີ່ມຕົ້ນສ້າງສາປະເທດຈີນໃໝ່ ຕາມເສັ້ນທາງສັງຄົມນິຍົມ. ນັບແຕ່ ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການສ້າງຕັ້ງຂື້ນ ເປັນຕົ້ນມາ, ປະຊາຊົນຈີນອ້າຍນ້ອງ ຍາດໄດ້ຜົນສໍາເລັດທີ່ໃຫຍ່ຫຼວງ ຮອບດ້ານ, ສັງຄົມນັບມື້ນັບມີຄວາມກົມກຽວປອງດອງ, ສະຖຽນລະພາບທາງການເມືອງມີຄວາມໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ໝັ້ນທ່ຽງ, ເຕັກນິກ-ວິທະຍາສາດ ມີການພັດທະນາຢ່າງກ້າວກະໂດດ, ຊີວິດການເປັນຢູ່ຂອງປະຊາຊົນຈີນອ້າຍນ້ອງ ໄດ້ຮັບການປັບປຸງດີຂື້ນຢ່າງຊັດເຈນ, ຖານະບົດບາດ ແລະ ອິດທິພົນ ຂອງ ພັກ, ລັດຖະບານຈີນ ໃນເວທີພາກພື້ນ ແລະ ສາກົນ ກໍນັບມື້ນັບສູງເດັ່ນຂື້ນ.
ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານເປັນປະຫວັດການ ທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ຕະຫຼອດໄລຍະ 72 ປີຜ່ານມາ ແລະ ຂໍຖືໂອກາດອັນສະຫງ່າລາສີນີ້, ອວຍພອນໃຫ້ປະຊາຊົນຈີນອ້າຍນ້ອງ ໂດຍພາຍໃຕ້ການນໍາພາອັນຖືກຕ້ອງຂອງ ພັກກອມມູນິດຈີນ ອັນມີ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງນັ້ນ ຈົ່ງປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການສ້າງສາສັງຄົມນິຍົມທີ່ທັນສະໄໝ ຕາມສີສັນພິເສດຂອງຈີນ ທີ່ພັກກອມມູນິດຈີນ ວາງອອກຢ່າງມີໄຊ, ບັນລຸເປົ້າໝາຍ 100 ປີ ເຫດການທີສອງແລະ ຄວາມມຸ້ງຫວັງໃນການຟື້ນຟູຄວາມສີວິໄລຮຸ່ງເຮືອງຂອງຊາດຈີນ.
ຂໍອວຍພອນໃຫ້ສາຍພົວພັນທີ່ມີມູນເຊື້ອແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການພົວພັນແບບຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດ ນັບມື້ນັບຫຼາຍຂຶ້ນ.
ຂໍອວຍພອນໃຫ້ສະຫາຍ ແລະ ການນໍາ ພ້ອມພະນັກງານຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງຕົນ.
ດ້ວຍຄວາມນັບຖືຖານສະຫາຍ
- * ສານອວຍພອນ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 67 ປີ ຈາກຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
- * ອວຍພອນວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ
- * ສະໝັກລັດຖະກອນ ປີ 2023
- * ອວຍພອນປີໃໝ່ ພສ 2566
- * ສະຫາຍ ເລຂາທິການໃຫຍ່ ອວຍພອນ ສະຫາຍ ສີ ຈິ້ນຜິງ, ໃນໂອກາດວັນເກີດ 70 ປີ
- * ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ
- * ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນເຖິງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ
- * ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ
- * ໂທລະເລກອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 88 ປີ (ວັນທີ 3/2/1930-3/2/2018)
- * ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສປປລາວ ສົ່ງໂທລະເລກອວຍພອນເຖິງສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກ
- * ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
- * ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 72 ປີ
- * ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ຄົບຮອບ 47 ປີ
- * ໂທລະສານອວຍພອນ ຈາກພັກແຮງງານເກົາຫຼີ
- * ໂທລະເລກອວຍພອນ ເຖິງ: ສະຫາຍ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
- * ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- * ໂທລະເລກອວຍພອນ ຈາກຫົວໜ້າ ຄຕພ ກອມມູນິດຫວຽດນາມ ເຖິງ ຫົວໜ້າ ຄຕພ ປປ ລາວ
- * ຄຳສັ່ງແນະນຳເພີ່ມທະວີ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ
- * ສານອວຍພອນຈາກ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- * ຄຳສັ່ງເລກທີ 15/ນຍ ການເພີ່ມທະວີມາດຕະການສະກັດກ້ນ, ຄວບຄຸມ ແລະ ແກ້ໄຂໂຄວິດ-19