ລະບຽບການໄວ້ທຸກລະດັບຊາດ
|ຢ້ຽມຊົມ: 26 ຄັ້ງ | ເວລາ | 2025-04-05 13:32:05
ລະບຽບການໄວ້ທຸກລະດັບຊາດ
ເພື່ອສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາໄລຮັກອັນສຸດຊຶ້ງ ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ
-------
ຄະນະຮັບຜິດຊອບພິທີຊາປະນະກິດສົບລະດັບຊາດ ອອກລະບຽບການໄວ້ທຸກດັ່ງນີ້:
1. ໃຫ້ຈັດຕັ້ງພິທີໄວ້ທຸກໃນທົ່ວປະເທດ ເປັນເວລາ 5 ວັນ ນັບ ແຕ່ວັນທີ 3 – 7 ເມສາ 2025. ຕະຫຼອດໄລຍະເວລາໄວ້ທຸກ ໃຫ້ງົດທຸກກິດຈະກໍາ ກ່ຽວກັບການຈັດງານລ້ຽງ, ການແຂ່ງຂັນກິລາ- ສິລະປະ ແລະ ງານບັນເທິງ ທຸກປະເພດ.
2. ໃຫ້ອົງການຕາງໆ ຂອງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງ ແຕ່ລະຂັ້ນ, ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ເອົາທຸງຊາດ ແລະ ທຸງພັກ ລົງເຄິ່ງເສົາ ນັບແຕ່ວັນທີ 3 – 7 ເມສາ 2025. ໃຫ້ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ກະກຽມສະຖານທີ່ຈັດຕັ້ງໄວ້ອາໄລ, ເປີດປື້ມໄວ້ອາໄລຢູ່ສໍານັກງານຂອງຕົນ.
3. ຢູ່ນະຄອນຫຼວງວຽງຈັນ ຈະໄດ້ຈັດຕັ້ງການເຂົ້າຂໍ່ານັບສົບ ເປັນເວລາ 4 ວັນ ເລີ່ມແຕ່ວັນທີ 3 - 6 ເມສາ 2025; ຕອນເຊົ້າເລີ່ມແຕ່ເວລາ 8:30 ໂມງ ເຖິງ 12:00 ໂມງ, ຕອນບ່າຍ ເລີ່ມແຕ່ເວລາ 14:00 ໂມງ ເຖິງ 17:00ໂມງ. ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ, ບັນດາແຂວງ, ອົງການຈັດຕັ້ງສັງຄົມ, ຫົວໜ່ວຍຮາກຖານ ຕະຫຼອດເຖິງພີ່ນ້ອງປະຊາຊົນ, ຍາດມິດ ທີ່ຢູ່ໃກ້ ແລະ ໄກ ຈົ່ງຈັດຕັ້ງຄະນະເຂົ້າຂໍ່ານັບສົບ ຕາມວັນເວລາທີ່ກໍານົດໄວ້.
4. ພິທີຊາປະນະກິດສົບລະດັບຊາດ ຈະໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 7 ເມສາ 2025 ເລີ່ມແຕ່ເວລາ 13:00 ໂມງ ເປັນຕົ້ນໄປ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ.
ຄະນະຮັບຜິດຊອບພິທີ ຊາປະນະກິດສົບລະດັບຊາດ
- * ສານອວຍພອນ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 67 ປີ ຈາກຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
- * ອວຍພອນວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ
- * ສະໝັກລັດຖະກອນ ປີ 2023
- * ອວຍພອນປີໃໝ່ ພສ 2566
- * ສະຫາຍ ເລຂາທິການໃຫຍ່ ອວຍພອນ ສະຫາຍ ສີ ຈິ້ນຜິງ, ໃນໂອກາດວັນເກີດ 70 ປີ
- * ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ
- * ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນເຖິງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ
- * ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ
- * ໂທລະເລກອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 88 ປີ (ວັນທີ 3/2/1930-3/2/2018)
- * ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສປປລາວ ສົ່ງໂທລະເລກອວຍພອນເຖິງສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກ
- * ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
- * ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ຄົບຮອບ 47 ປີ
- * ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 72 ປີ
- * ໂທລະສານອວຍພອນ ຈາກພັກແຮງງານເກົາຫຼີ
- * ໂທລະເລກອວຍພອນ ເຖິງ: ສະຫາຍ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
- * ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- * ໂທລະເລກອວຍພອນ ຈາກຫົວໜ້າ ຄຕພ ກອມມູນິດຫວຽດນາມ ເຖິງ ຫົວໜ້າ ຄຕພ ປປ ລາວ
- * ຄຳສັ່ງແນະນຳເພີ່ມທະວີ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ
- * ສານອວຍພອນຈາກ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- * ຄຳສັ່ງເລກທີ 15/ນຍ ການເພີ່ມທະວີມາດຕະການສະກັດກ້ນ, ຄວບຄຸມ ແລະ ແກ້ໄຂໂຄວິດ-19