ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ
|ຢ້ຽມຊົມ: 275 ຄັ້ງ | ເວລາ | 2022-10-16 09:49:11
Warning: Undefined variable $m3 in /home/wwwroot/leaderships.la/public_html/nt.php on line 131
ເຖິງ: ສະຫາຍ ຫຼິວ ຈ້ຽນຊາວ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດຈີນ.
ທີ່ ນະຄອນຫລວງປັກກິ່ງ.
ສະຫາຍທີ່ຮັກແພງ,
ເນື່ອງໃນໂອກາດທີ່ ພັກກອມມູນິດຈີນ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ໃນວັນທີ 16 ຕຸລາ 2022, ໃນນາມ ຄະນະພົວພັນຕ່າງປະເທດສູນກາງ ພັກປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດຖານສະຫາຍອ້າຍນ້ອງ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ທຸກຖ້ວນໜ້າ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ແມ່ນເຫດການການເມືອງທີ່ມີຄວາມໝາຍສໍາຄັນຍິ່ງ ຂອງ ພັກກອມມູນິດຈີນ ແລະ ປະຊາຊົນຈີນອ້າຍນ້ອງ, ເຊິ່ງໄຂຂຶ້ນໃນໄລຍະສຳຄັນຂອງການກໍານົດຍຸດທະສາດ ແລະ ວາງແນວທາງນະໂຍບາຍ ເພື່ອບັນລຸເປົ້າໝາຍ ສ້າງສັງຄົມນິຍົມຕາມສີສັນພິເສດທີ່ທັນສະໄໝຮອບດ້ານ ຂອງ ສປ ຈີນ ໃນກາງສັດຕະວັດທີ 21 ໃຫ້ປະກົດຜົນເປັນຈິງ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ບົນພື້ນຖານບົດຮຽນຈາກຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ເປັນປະຫວັດການ ຂອງ ພັກກອມມູນິດຈີນ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນຈີນ ອ້ອມຂ້າງສູນກາງພັກ ອັນມີສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນກາງ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ຈະບັນລຸຜົນສຳເລັດຢ່າງສະຫງ່າງາມ ແລະ ມະຕິ ຂອງກອງປະຊຸມໃຫຍ່ຄັ້ງນີ້ ຈະສືບຕໍ່ເປັນແສງສະຫວ່າງນຳພາປະຊາຊົນຈີນອ້າຍນ້ອງ ຍາດໄດ້ຜົນສຳເລັດອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ ໃນການສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ກໍຄື ຄວາມມຸ້ງຫວັງໃນການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງປະຊາຊາດຈີນ.
ເນື່ອງໃນໂອກາດສໍາຄັນນີ້, ຂໍອວຍພອນໃຫ້ ສະຫາຍ, ພ້ອມດ້ວຍຄະນະນໍາ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດຂອງຕົນ, ປະກອບສ່ວນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ ວາງອອກຢ່າງມີໄຊ.
ຂໍອວຍພອນໃຫ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ພັກກອມມູນິດຈີນ ທີ່ມີກຽດສະຫງ່າ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.
ອວຍພອນໃຫ້ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນາມ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຖານສະຫາຍ,
ນະຄອນຫຼວງວຽງຈັນ, ວັນທີ 16 ຕຸລາ 2022
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ
- * ສານອວຍພອນ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 67 ປີ ຈາກຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
- * ອວຍພອນວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ
- * ສະໝັກລັດຖະກອນ ປີ 2023
- * ອວຍພອນປີໃໝ່ ພສ 2566
- * ສະຫາຍ ເລຂາທິການໃຫຍ່ ອວຍພອນ ສະຫາຍ ສີ ຈິ້ນຜິງ, ໃນໂອກາດວັນເກີດ 70 ປີ
- * ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ
- * ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນເຖິງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ
- * ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ
- * ໂທລະເລກອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 88 ປີ (ວັນທີ 3/2/1930-3/2/2018)
- * ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສປປລາວ ສົ່ງໂທລະເລກອວຍພອນເຖິງສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກ
- * ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
- * ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ຄົບຮອບ 47 ປີ
- * ໂທລະສານອວຍພອນ ຈາກພັກແຮງງານເກົາຫຼີ
- * ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 72 ປີ
- * ໂທລະເລກອວຍພອນ ເຖິງ: ສະຫາຍ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
- * ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- * ໂທລະເລກອວຍພອນ ຈາກຫົວໜ້າ ຄຕພ ກອມມູນິດຫວຽດນາມ ເຖິງ ຫົວໜ້າ ຄຕພ ປປ ລາວ
- * ຄຳສັ່ງແນະນຳເພີ່ມທະວີ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ
- * ສານອວຍພອນຈາກ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- * ຄຳສັ່ງເລກທີ 15/ນຍ ການເພີ່ມທະວີມາດຕະການສະກັດກ້ນ, ຄວບຄຸມ ແລະ ແກ້ໄຂໂຄວິດ-19