ໂທລະເລກສະແດງຄວາມເຫັນໃຈ ຕໍ່ເຫດລະເບີດສາງເກັບນ້ຳມັນ ຢູ່ ກູບາ
|ຢ້ຽມຊົມ: 210 ຄັ້ງ | ເວລາ | 2022-08-11 14:49:16
ໂທລະເລກສະແດງຄວາມເຫັນໃຈ
ເຖີງ: ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນ
ກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດກູບາ
ທີ່ນະຄອນຫຼວງລາຮາວານ
ສະຫາຍທີ່ຮັກແພງ,
ຂ້າພະເຈົ້າ ມີຄວາມເສົ້າເສຍໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ: ໃນວັນທີ 5 ສິງຫາ 2022 ຜ່ານມາ, ສາງນ້ຳມັນໃນເຂດອຸດສະຫະກຳ Supertanker ແຂວງ Matanzas ໄດ້ເກີດເຫດລະເບີດເປັນໄຟລຸກໄໝ້ ຍ້ອນຖືກຟ້າຜ່າ, ຊຶ່ງໄດ້ສ້າງຄວາມເສຍຫາຍ ຢ່າງໃຫຍ່ຫຼວງຕໍ່ເຂດອຸດສາຫະກໍາດັ່ງກ່າວ ແລະ ເຫດການຄັ້ງນີ້ ຍັງໄດ້ສ້າງຄວາມສະເທືອນໃຈ ແລະ ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນກູບາອ້າຍນ້ອງ.
ໃນນາມ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງ ພັກ, ລັດຖະບານ, ປະຊາຊົນກູບາອ້າຍນ້ອງ ແລະ ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກເຫດການດັ່ງກ່າວ. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງສະຫາຍ, ພັກ,ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນຈາກເຫດການຄັ້ງນີ້ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຖານສະຫາຍ,
ນະຄອນຫຼວງວຽງຈັນ, ວັນທີ 08 ສິງຫາ 2022
ທອງລຸນ ສີສຸລິດ
ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊາທິປະໄຕ ປະຊາຊົນລາວ
Message of Sympathy
To: Comrade Miguel Díaz-Canel Bermúdez, First Secretary of the Central Committee of the Communist Party of Cuba, President of the Republic of Cuba.
in Havana
Dear Comrade,
I have known with a deep regret that On 5th August 2022 the explosion of the oil storage tanks caused by a lightning attack, in the Supertanker industrial area, Matanzas province. The incident has caused a massive fire in the industrial area as a tragedy and trouble disaster, which brings a great loss to the life and property of Cuban brotherhood.
On behalf of the Central Committee of the Lao People's Revolutionary Party, Government, and Lao People and my own behalf, I would like to convey my profound condolences and deepest sympathy to you and through you to the Party, Government and Cuban brotherhood as well as families of the victims. I am confident that under your brilliant leadership, the Party, Government and Cuban brotherhood will be able to overcome this difficult time and well restore the affected areas to normalcy soon.
Comradely Regards,
Vientiane, 08 August 2022
Thongloun SISOULITH
General Secretary of the
Lao People's Revolutionary Party Central Committee
President of the Lao PDR
- * ສານອວຍພອນ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 67 ປີ ຈາກຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
- * ອວຍພອນວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ
- * ສະໝັກລັດຖະກອນ ປີ 2023
- * ອວຍພອນປີໃໝ່ ພສ 2566
- * ສະຫາຍ ເລຂາທິການໃຫຍ່ ອວຍພອນ ສະຫາຍ ສີ ຈິ້ນຜິງ, ໃນໂອກາດວັນເກີດ 70 ປີ
- * ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ
- * ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນເຖິງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ
- * ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ
- * ໂທລະເລກອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 88 ປີ (ວັນທີ 3/2/1930-3/2/2018)
- * ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສປປລາວ ສົ່ງໂທລະເລກອວຍພອນເຖິງສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກ
- * ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
- * ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ຄົບຮອບ 47 ປີ
- * ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 72 ປີ
- * ໂທລະສານອວຍພອນ ຈາກພັກແຮງງານເກົາຫຼີ
- * ໂທລະເລກອວຍພອນ ເຖິງ: ສະຫາຍ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
- * ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- * ໂທລະເລກອວຍພອນ ຈາກຫົວໜ້າ ຄຕພ ກອມມູນິດຫວຽດນາມ ເຖິງ ຫົວໜ້າ ຄຕພ ປປ ລາວ
- * ຄຳສັ່ງແນະນຳເພີ່ມທະວີ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ
- * ສານອວຍພອນຈາກ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- * ຄຳສັ່ງເລກທີ 15/ນຍ ການເພີ່ມທະວີມາດຕະການສະກັດກ້ນ, ຄວບຄຸມ ແລະ ແກ້ໄຂໂຄວິດ-19