ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
|ຢ້ຽມຊົມ: 239 ຄັ້ງ | ເວລາ | 2022-05-15 15:49:16
Warning: Undefined variable $m3 in /home/wwwroot/leaderships.la/public_html/nt.php on line 131
ໃນວັນທີ 13 ກັນຍາ 2021, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ສົ່ງໂທລະເລກເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຟຸ່ງ ກວາງ ແທງ, ອະດີດກໍາມະການສູນກາງພັກກອມມູນນິດຫວຽດນາມ ສະໄໝທີ IX, X, XI; ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ສະໄໝທີ X, XI; ອະດີດສະມາຊິກສະພາແຫ່ງຊາດ ຊຸດທີ VI, XII, XIII; ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄລຍະປີ 2006 – 2016, ເຊິ່ງເນື້ອໃນ ໂທລະເລກເສົ້າສະຫຼົດໃຈ ມີດັ່ງນີ້:
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ກອງທັບແລະປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການເຖິງແກ່ມໍລະນະກຳຂອງສະຫາຍ ພົນເອກ ຟຸ່ງກວາງແທງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃນວັນທີ 11 ກັນຍາ 2021.
ຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງຕົນ, ສະຫາຍ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍ ໃຫ້ແກ່ພາລະກິດປະຕິວັດຂອງ ພັກ ແລະ ປະເທດຊາດ ຫວຽດນາມ ໂດຍສະເພາະແມ່ນ ການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຂອງ ກອງທັບປະຊາຊົນ ຫວຽດນາມ ກໍ່ຄື ປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ.
ການຈາກໄປຂອງ ສະຫາຍພົນເອກ ຟຸ່ງ ກວາງ ແທງ, ບໍ່ພຽງແຕ່ເປັນການສູນເສຍຜູ້ນຳປະຕິວັດທີ່ກ້າແກ່ນຂອງພັກ, ລັດຖະບານ, ກອງທັບແລະປະຊາຊົນຫວຽດນາມ ອ້າຍນ້ອງເທົ່ານັ້ນ, ຫາກຍັງເປັນການສູນເສຍເພື່ອນມິດຜູ້ສະໜິດສະໜົມ ຂອງ ພັກ, ລັດ, ກອງທັບແລະປະຊາຊົນລາວບັນດາເຜົ່າຂອງພວກຂ້າພະເຈົ້າ ອີກດ້ວຍ.
ພວກຂ້າພະເຈົ້າ ຂໍແບ່ງປັນຄວາມເສົ້າສະຫຼົດໃຈອັນສຸດຊຶ້ງແລະຄວາມທຸກໂສກຮ່ວມກັບຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ ແຫ່ງ ສສ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ,ປະຊາຊົນຫວຽດນາມ ອ້າຍນ້ອງແລະຄອບຄົວຂອງສະຫາຍພົນເອກ ຟຸ່ງ ກວາງ ແທັງ ມານະໂອກາດນີ້ດ້ວຍ.
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
- * ສານອວຍພອນ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 67 ປີ ຈາກຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
- * ອວຍພອນວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ
- * ສະໝັກລັດຖະກອນ ປີ 2023
- * ອວຍພອນປີໃໝ່ ພສ 2566
- * ສະຫາຍ ເລຂາທິການໃຫຍ່ ອວຍພອນ ສະຫາຍ ສີ ຈິ້ນຜິງ, ໃນໂອກາດວັນເກີດ 70 ປີ
- * ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ
- * ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນເຖິງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ
- * ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ
- * ໂທລະເລກອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 88 ປີ (ວັນທີ 3/2/1930-3/2/2018)
- * ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສປປລາວ ສົ່ງໂທລະເລກອວຍພອນເຖິງສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກ
- * ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
- * ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ຄົບຮອບ 47 ປີ
- * ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 72 ປີ
- * ໂທລະສານອວຍພອນ ຈາກພັກແຮງງານເກົາຫຼີ
- * ໂທລະເລກອວຍພອນ ເຖິງ: ສະຫາຍ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
- * ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- * ໂທລະເລກອວຍພອນ ຈາກຫົວໜ້າ ຄຕພ ກອມມູນິດຫວຽດນາມ ເຖິງ ຫົວໜ້າ ຄຕພ ປປ ລາວ
- * ຄຳສັ່ງແນະນຳເພີ່ມທະວີ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ
- * ສານອວຍພອນຈາກ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- * ຄຳສັ່ງເລກທີ 15/ນຍ ການເພີ່ມທະວີມາດຕະການສະກັດກ້ນ, ຄວບຄຸມ ແລະ ແກ້ໄຂໂຄວິດ-19