ບັນດາພັກເພື່ອນມິດໃນໂລກ ສົ່ງສານຊົມເຊີຍເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
|ຢ້ຽມຊົມ: 282 ຄັ້ງ | ເວລາ | 2022-05-15 15:27:54
Warning: Undefined variable $m3 in /home/wwwroot/leaderships.la/public_html/nt.php on line 131
ໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 13-15 ມັງກອນ 2021, ຄະນະບໍລິຫານງານສູນກາງພັກ ຂອງບັນດາພັກເພື່ອນມິດໃນພາກພື້ນຕ່າງໆຂອງໂລກ ຈຳນວນ 50 ພັກ, 7 ອົງການຈັດຕັ້ງຂອງພັກ ແລະ ລັດ ຫວຽດນາມ ແລະ 1 ສຳພັນຄົນລາວຢູ່ຕ່າງປະເທດ ໄດ້ສົ່ງສານຊົມເຊີຍມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ເພື່ອສະແດງຄວາມຂຳ່ນັບຊົມເຊີຍຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXI ຂອງພັກປະຊາຊົນ ປະຕິວັດລາວ, ກໍຄືຜົນງານໃນຕະຫຼອດໄລຍະ 65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ແລະ ຜົນງານ 45 ປີ ແຫ່ງການສ້າງສາພັດທະນາປະເທດຊາດຂອງ ສປປ ລາວ, ພ້ອມທັງອວຍພອນໄຊອັນປະເສີດ ໃຫ້ແກ່ການນຳພັກ-ລັດ, ສະມາຊິກພັກ ແລະ ປະຊາຊົນລາວ ຈົ່ງສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ແລະ ສະແດງຄວາມເຊື່ອໝັ້ນໃນການເສີມຂະຫຍາຍສາຍພົວພັນມິດຕະພາບກັບ ພັກປະຊາຊົນ ປະຕິວັດລາວ.
ການສົ່ງສານຊົມເຊີຍຂອງບັນດາພັກເພື່ອນມິດ ໃນຄັ້ງນີ້, ຖືເປັນຂີດໝາຍສຳຄັນໜຶ່ງ ທີ່ສະແດງນໍ້າໃຈສາມັກຄີ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ບັນດາພັກເພື່ອນມິດໃນໂລກ, ທັງເປັນການປະກອບ ສ່ວນເຂົ້າໃນພາລະກິດສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ. ບັນດາພັກເພື່ອນມິດ ທີ່ໄດ້ສົ່ງສານຊົມເຊີຍ ມີ ດັ່ງນີ້: ພັກກອມມູນິດ ຫວຽດນາມ, ພັກກອມມູນິດຈີນ, ພັກແຮງງານເກົາຫຼີ, ພັກກອມມູນິດກູບາ, ພັກປະຊາຊົນກຳປູເຈຍ, ພັກຣັດເຊຍເອກະພາບ, ພັກກອມມູນິດສະຫະພັນຣັດເຊຍ,ພັກກອມມູນິດຊາວກອມມູນິດຣັດເຊຍ,ພັກກອມມູນິດຍີ່ປຸ່ນ, ພັກປະຊາຊົນມົງໂກນ, ພັກອາແຊັກບາຍຊານໃໝ່, ພັກກອມມູນິດອົດສະຕຣາລີ, ພັກກອມມູນິດສີລັງກາ, ພັກກອມມູນິດຝຣັ່ງ,ພັກກອມມູນິດເຢຍລະມັນ,ພັກກອມມູນິດເກຣັກ,ພັກກອມມູນິດກໍາມະ ກອນຮົງກາຣີ,ພັກແຮງງານຮົງກາຣີ,ພັກກອມມູນິດຕວັກກີ, ພັກແຮງງານແບນຊິກ,ພັກກອມມູນິດອາກເມນີ,ພັກກອມມູນິດອັງກິດ, ພັກແຮງງານ ໂອຕຣິດ, ພັກກອມມູນິດເບລາຣູດຊີ,ພັກກອມມູນິດອິນເດຍ ມາກຊິດ,ພັກຟຸນຊິນເປັກ, ພັກກອມມູນິດຟິລິບປິນ, ພັກແນວໂຮມແຫ່ງຊາດປົດປ່ອຍ ສີລັງກາ, ພັກກໍາມະກອນສັງຄົມນິຍົມກຣົວຊີ, ພັກກອມມູນິດໂບຮີເມຍ ແລະ ໂມຣາເວຍ, ພັກກອມມູນິດໃນດານມາກ,ພັກກອມມູນິດມານຕາ, ພັກກອມມູນິດຢູໂກສະລາວີໃໝ່, ພັກກອມມູນິດສະວິດ, ພັກກອມມູນິດອາເມລິກາ, ພັກກອມມູນິດປະຊາຊົນແອັດສະປາຍ, ພັກກອມມູນິດຊີຣີ, ພັກ ກອມມູນິດຊີເລ,ພັກກອມມູນິດສະວາຊີແລນ,ພັກກອມມູນິດອາວຕຼີໂລດ ຂອງນິວຊີແລນ, ພັກກອມມູນິດກາຕາໂລນີ,ພັກກອມມູນິດຊູແອດ, ພັກກໍາ ລັງການປະຕິວັດສາທາລະນະລັດໂດມີນິກັນ, ພັກກອມມູນິດນອກແວ, ພັກກອມມູນິດປັອກຕຸຍການ, ພັກກອມມູນິດບຣາຊິນ, ພັກກອມມູນິດອາກ ຊັງຕິນ, ພັກກອມມູນິດເມັກຊິກໂກ, ພັກຊາວກອມມູນິດອາເມລິກາ, ພັກກ້າວໜ້າສັງຄົມນິຍົມມາຣົກ, 7 ອົງການຈັດຕັ້ງພັກ-ລັດ ຫວຽດນາມ ແລະ ສຳພັນຄົນລາວທີ່ປະເທດຝຣັ່ງ.
- * ສານອວຍພອນ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 67 ປີ ຈາກຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
- * ອວຍພອນວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ
- * ສະໝັກລັດຖະກອນ ປີ 2023
- * ອວຍພອນປີໃໝ່ ພສ 2566
- * ສະຫາຍ ເລຂາທິການໃຫຍ່ ອວຍພອນ ສະຫາຍ ສີ ຈິ້ນຜິງ, ໃນໂອກາດວັນເກີດ 70 ປີ
- * ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ
- * ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນເຖິງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ
- * ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ
- * ໂທລະເລກອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 88 ປີ (ວັນທີ 3/2/1930-3/2/2018)
- * ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສປປລາວ ສົ່ງໂທລະເລກອວຍພອນເຖິງສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກ
- * ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
- * ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ຄົບຮອບ 47 ປີ
- * ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 72 ປີ
- * ໂທລະສານອວຍພອນ ຈາກພັກແຮງງານເກົາຫຼີ
- * ໂທລະເລກອວຍພອນ ເຖິງ: ສະຫາຍ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
- * ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- * ໂທລະເລກອວຍພອນ ຈາກຫົວໜ້າ ຄຕພ ກອມມູນິດຫວຽດນາມ ເຖິງ ຫົວໜ້າ ຄຕພ ປປ ລາວ
- * ຄຳສັ່ງແນະນຳເພີ່ມທະວີ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ
- * ສານອວຍພອນຈາກ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- * ຄຳສັ່ງເລກທີ 15/ນຍ ການເພີ່ມທະວີມາດຕະການສະກັດກ້ນ, ຄວບຄຸມ ແລະ ແກ້ໄຂໂຄວິດ-19