ສານເສົ້າສະຫຼົດໃຈ
|ຢ້ຽມຊົມ: 33 ຄັ້ງ | ເວລາ | 2025-05-25 04:17:13
ໃນວັນທີ 22 ພຶດສະພາ 2025, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງ ໂທລະເລກເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຕໍ່ການເຖິງແກ່ມໍລະນະກໍາຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັັກ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ເມື່ອວັນທີ 20 ພຶດສະພາ 2025 ຜ່ານມາ ຊຶ່ງມີເນື້ອໃນດັ່ງນີ້:
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 20 ພຶດສະພາ 2025.
ສະຫາຍ ເຈີນ ດຶກ ເລືອງ ແມ່ນການນຳທີ່ດີເດັ່ນ, ເປັນການນຳຫຼັກແຫຼ່ງຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຊຶ່ງຍາມໃດ ສະຫາຍ ກໍຍົກສູງນໍ້າໃຈເສຍສະຫຼະ, ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ, ຮັບໃຊ້ພາລະກິດປະຕິວັດຂອງພັກ, ປະເທດຊາດ ແລະ ປະຊາຊົນ ດ້ວຍຄວາມຊື່ສັດບໍລິສຸດ, ໄດ້ທຸ້ມເທສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາ ປະເທດຫວຽດນາມ ໃຫ້ຈະເລີນພັດທະນາ.
ການຈາກໄປຂອງ ສະຫາຍ ເຈີນ ດຶກ ເລືອງ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍ ເພື່ອນສະຫາຍ ທີ່ໃກ້ຊິດສະໜິດສະໜົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ. ສະຫາຍ ເຈີນ ດຶກ ເລືອງ ຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ການສະໜັບສະໜູນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ຂອງ ສປປ ລາວ, ໄດ້ປະກອບສ່ວນສຳຄັນໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້້ນັບ ແໜ້ນແຟ້ນ ແລະ ແຕກດອກອອກຜົນ ຕະຫຼອດມາ.
ໃນເວລາອັນໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ນໍາ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ສະພາແຫ່ງຊາດ ສສ ຫວຽດນາມ, ປະທານປະເທດ ສສ ຫວຽດນາມ, ລັດຖະບານ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນຊາຊົນຫວຽດນາມ ອ້າຍນ້ອງ ພ້ອມດ້ວຍຄອບຄົວ ສະຫາຍ ເຈີນ ດຶກ ເລືອງ ມານະໂອກາດນີ້ດ້ວຍ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະຫັນເອົາຄວາມທຸກໂສກເສຍດາຍນີ້ ໃຫ້ກາຍເປັນເຫງົ້າພະລັງແຫ່ງຄວາມສາມັກຄີ ຂອງປວງຊົນທັງຊາດ ເພື່ອສືບຕໍ່ກ້າວຂຶ້ນຢ່າງໜັກແໜ້ນ, ສ້າງປະເທດຫວຽດນາມເປັນປະເທດອຸດສາຫະກໍາຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
- * ສານອວຍພອນ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 67 ປີ ຈາກຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
- * ອວຍພອນວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ
- * ສະໝັກລັດຖະກອນ ປີ 2023
- * ອວຍພອນປີໃໝ່ ພສ 2566
- * ສະຫາຍ ເລຂາທິການໃຫຍ່ ອວຍພອນ ສະຫາຍ ສີ ຈິ້ນຜິງ, ໃນໂອກາດວັນເກີດ 70 ປີ
- * ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ
- * ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນເຖິງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ
- * ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ
- * ໂທລະເລກອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 88 ປີ (ວັນທີ 3/2/1930-3/2/2018)
- * ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສປປລາວ ສົ່ງໂທລະເລກອວຍພອນເຖິງສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກ
- * ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ຄົບຮອບ 47 ປີ
- * ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 72 ປີ
- * ໂທລະເລກອວຍພອນ ເຖິງ: ສະຫາຍ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
- * ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
- * ໂທລະສານອວຍພອນ ຈາກພັກແຮງງານເກົາຫຼີ
- * ໂທລະເລກອວຍພອນ ຈາກຫົວໜ້າ ຄຕພ ກອມມູນິດຫວຽດນາມ ເຖິງ ຫົວໜ້າ ຄຕພ ປປ ລາວ
- * ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- * ຄຳສັ່ງແນະນຳເພີ່ມທະວີ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ
- * ສານອວຍພອນຈາກ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- * ຄຳສັ່ງເລກທີ 15/ນຍ ການເພີ່ມທະວີມາດຕະການສະກັດກ້ນ, ຄວບຄຸມ ແລະ ແກ້ໄຂໂຄວິດ-19