ສານສະແດງຄວາມເສົ້າສະຫຼົດໃຈຈາກປະທານາທິບໍດີ ຣັດເຊຍ
|ຢ້ຽມຊົມ: 18 ຄັ້ງ | ເວລາ | 2025-04-06 05:08:35
ໃນວັນທີ 3 ເມສາ ຜ່ານມາ ນີ້, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະນະກໍາຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ.
ເນື້ອໃນສານ ໄດ້ລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການເສຍຊີວິດຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວອະດີດປະທານເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ບັນດາເຫດການສຳຄັນໃນປະຫວັດສາດສະໄໝໃໝ່ຂອງ ສປປ ລາວ ແມ່ນຕິດພັນກັບຊື່ສຽງຂອງນັກການເມືອງທີ່ໂດດເດັ່ນ ຊຶ່ງ ທ່ານ ພົນເອກ ຄຳໄຕ ສີພັນດອນ ກໍແມ່ນໜຶ່ງໃນບັນດາຜູ້ນຳທີ່ໄດ້ຕໍ່ສູ້ເພື່ອປະເທດຊາດ ແລະ ໄດ້ປະກອບສ່ວນຕົນຢ່າງໃຫຍ່ຫຼວງ ໃນການສະຖາປະນາ ສປປ ລາວ.
ສະຫະພັນຣັດເຊຍ ຈະຈົດຈຳຄຸນງາມຄວາມດີຂອງທ່ານ ໃນຖານະທີ່ເປັນຜູ້ນຳ ໃຫ້ການສະໜັບສະໜູນ ແບບສະເໝີຕົ້ນສະເໝີປາຍຜູ້ໜຶ່ງ ຕໍ່ການພັດທະນາການພົວພັນເພື່ອນມິດ ລະຫວ່າງ ສອງປະເທດພວກເຮົາ ຊຶ່ງປະກອບສ່ວນຢ່າງໃຫຍ່ຫຼວງ ຕໍ່ການຮັດແໜ້ນການຮ່ວມມືສອງຝ່າຍ ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ຂ້າພະເຈົ້າ ຂໍສົ່ງຄວາມເຫັນໃຈຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກ ມາຍັງຄອບຄົວ ແລະ ເພື່ອນມິດຂອງ ທ່ານອະດີດປະທານປະເທດ ກໍຄື ຕໍ່ປວງຊົນລາວທັງຊາດ.
- * ສານອວຍພອນ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 67 ປີ ຈາກຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
- * ອວຍພອນວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ
- * ສະໝັກລັດຖະກອນ ປີ 2023
- * ອວຍພອນປີໃໝ່ ພສ 2566
- * ສະຫາຍ ເລຂາທິການໃຫຍ່ ອວຍພອນ ສະຫາຍ ສີ ຈິ້ນຜິງ, ໃນໂອກາດວັນເກີດ 70 ປີ
- * ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ
- * ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນເຖິງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ
- * ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ
- * ໂທລະເລກອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 88 ປີ (ວັນທີ 3/2/1930-3/2/2018)
- * ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສປປລາວ ສົ່ງໂທລະເລກອວຍພອນເຖິງສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກ
- * ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
- * ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 72 ປີ
- * ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ຄົບຮອບ 47 ປີ
- * ໂທລະສານອວຍພອນ ຈາກພັກແຮງງານເກົາຫຼີ
- * ໂທລະເລກອວຍພອນ ເຖິງ: ສະຫາຍ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
- * ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- * ໂທລະເລກອວຍພອນ ຈາກຫົວໜ້າ ຄຕພ ກອມມູນິດຫວຽດນາມ ເຖິງ ຫົວໜ້າ ຄຕພ ປປ ລາວ
- * ຄຳສັ່ງແນະນຳເພີ່ມທະວີ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ
- * ສານອວຍພອນຈາກ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- * ຄຳສັ່ງເລກທີ 15/ນຍ ການເພີ່ມທະວີມາດຕະການສະກັດກ້ນ, ຄວບຄຸມ ແລະ ແກ້ໄຂໂຄວິດ-19