ສານສະແດງຄວາມເສົ້າສະຫຼົດໃຈຈາກຣາຊະອານາຈັກໄທ
|ຢ້ຽມຊົມ: 20 ຄັ້ງ | ເວລາ | 2025-04-06 05:07:52
ພະບາດສົມເດັດ ມະຫາວະຊິຣາລົງກອນ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງຣາຊະອານາຈັກໄທ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ການມໍລະນະກໍາຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານເທດ ແຫ່ງ ສປປ ລາວ.
ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ແລະ ພະຣາຊີນີ ຮູ້ສຶກເສົ້າອາໄລຢ່າງຍິ່ງ ທີ່ໄດ້ຮັບຂ່າວການເຖິງແກ່ມໍລະນະກຳຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ການຈາກໄປຂອງທ່ານນັ້ນ ນັບເປັນການສູນເສຍຜູ້ນໍາ ແລະ ລັດຖະບຸລຸດທີ່ສໍາຄັນຍິ່ງທ່ານໜຶ່ງ ຂອງລາວ. ພາຍໃຕ້ການນໍາພາຂອງ ທ່ານອະດີດປະທານປະເທດ, ການປະຕິຮູບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ດໍາເນີນໄປຢ່າງມີສະຖຽນລະພາບ ແລະ ຄວາມໝັ້ນຄົງ ໂດຍສະເພາະການພັດທະນາເສດຖະກິດ ແລະ ສັງຄົມ ໃນຂະນະທີ່ ທ່ານອະດີດປະທານປະເທດ ດໍາລົງຕໍາແໜ່ງນາຍົກລັດຖະມົນຕີ ກໍໄດ້ມີບົດບາດທີ່ສໍາຄັນ ໃນການເສີມຂະຫຍາຍສາຍພົວພັນ ລາວ-ໄທ ໃນຖານະເພື່ອນບ້ານທີ່ໃກ້ຊິດ ປຽບສະເໝືອນຄອບຄົວດຽວກັນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໃນນາມຂອງປະຊາຊົນຊາວໄທ ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງມາຍັງທ່ານປະທານປະເທດ ຕະຫຼອດເຖິງປະຊາຊົນຊາວລາວ ໂດຍສະເພາະຢ່າງຍິ່ງ ຕໍ່ຄອບຄົວຂອງທ່ານອະດີດປະທານປະເທດ ໃນການສູນເສຍທີ່ບໍ່ອາດທົນແທນໄດ້ໃນຄັ້ງນີ້.
ໃນໂອກາດນີ້, ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ການມໍລະນະກໍາຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານເທດ ແຫ່ງ ສປປ ລາວ ຊຶ່ງມີເນື້ອໃນດັ່ງນີ້: ຂ້າພະເຈົ້າ ແລະ ປະຊາຊົນໄທ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງກັບ ທ່ານນາຍົກລັດຖະມົນຕີ ສອນໄຊ ແລະ ຄອບຄົວ ຕໍ່ການເຖິງແກ່ມໍລະນະກຳ ຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ເມສາ 2025.
ທ່ານ ພົນເອກ ຄຳໄຕ ສີພັນດອນ ເປັນບຸກຄົນທີ່ີມີບົດບາດສຳຄັນຢ່າງຍິ່ງ ໃນການພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາຍພົວພັນ ລະຫວ່າງ ຣາຊະອານາຈັກໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ ຕະຫຼອດໄລຍະກວ່າ 7 ທົດສະວັດ ຜ່ານມາ.
ການຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ໃນເດືອນກຸມພາ 1992 ຖືເປັນຫຼັກໝາຍສໍາຄັນຂອງສາຍພົວພັນລະຫວ່າງສອງປະເທດ ແລະ ເປັນພື້ນຖານສໍາຄັນຂອງການ ຮ່ວມມື ລະຫວ່າງ ປະເທດໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ຈະເລີນງອກງາມ ແລະ ມີຜົນປະໂຫຍດຕໍ່ຄວາມຢູ່ດີກິນດີ ຂອງປະຊາຊົນ ໄທ-ລາວ ມາຈົນເຖິງປັດຈຸບັນນີ້.
ຂ້າພະເຈົ້າ ແລະ ປະຊາຊົນໄທ ຂໍຮ່ວມໄວ້ອາໄລ ກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ຄອບຄົວ ສີພັນດອນ ຕະຫຼອດເຖິງ ປະຊາຊົນລາວ ໃນໄລຍະເວລາແຫ່ງຄວາມເສົ້າໂສກເສຍໃຈນີ້ດ້ວຍ.
ພ້ອມກັນນີ້, ທ່ານ ມາຣິດ ສະງ່ຽງພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສົ່ງ ສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະ ທານເທດ ແຫ່ງ ສປປ ລາວ ເຖິງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ.
- * ສານອວຍພອນ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 67 ປີ ຈາກຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
- * ອວຍພອນວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ
- * ສະໝັກລັດຖະກອນ ປີ 2023
- * ອວຍພອນປີໃໝ່ ພສ 2566
- * ສະຫາຍ ເລຂາທິການໃຫຍ່ ອວຍພອນ ສະຫາຍ ສີ ຈິ້ນຜິງ, ໃນໂອກາດວັນເກີດ 70 ປີ
- * ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ
- * ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນເຖິງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ
- * ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ
- * ໂທລະເລກອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 88 ປີ (ວັນທີ 3/2/1930-3/2/2018)
- * ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສປປລາວ ສົ່ງໂທລະເລກອວຍພອນເຖິງສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກ
- * ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ສົ່ງໂທລະເລກຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
- * ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 72 ປີ
- * ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ຄົບຮອບ 47 ປີ
- * ໂທລະສານອວຍພອນ ຈາກພັກແຮງງານເກົາຫຼີ
- * ໂທລະເລກອວຍພອນ ເຖິງ: ສະຫາຍ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
- * ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- * ໂທລະເລກອວຍພອນ ຈາກຫົວໜ້າ ຄຕພ ກອມມູນິດຫວຽດນາມ ເຖິງ ຫົວໜ້າ ຄຕພ ປປ ລາວ
- * ຄຳສັ່ງແນະນຳເພີ່ມທະວີ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ
- * ສານອວຍພອນຈາກ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- * ຄຳສັ່ງເລກທີ 15/ນຍ ການເພີ່ມທະວີມາດຕະການສະກັດກ້ນ, ຄວບຄຸມ ແລະ ແກ້ໄຂໂຄວິດ-19